ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄລິນຕັນ ຍ້ອງຍໍສັນລະເສິນ ກຽກກິສຖານ


ຄລິນຕັນ ແລະນາຍົກລັດຖະມົນຕີ Otunbayeva ແຫ່ງກຽກກີສຖານ
ຄລິນຕັນ ແລະນາຍົກລັດຖະມົນຕີ Otunbayeva ແຫ່ງກຽກກີສຖານ





ທ່ານ​ນາງ ຮີນ​ລາຣີ ຄລິນ​ຕັນ ​ໄດ້​ກ່າວ​ຍ້ອງຍໍ​ສັນລະ​ເສິນ Kyrgyzstan ສໍາລັບ​ຄວາມພະ
ຍາຍາມຂອງປະເທດດັ່ງກ່າວ ​ເພື່ອ​ຈັດ​ຕັ້ງ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ​ຫລັງ​ຈາກ​ການ​ເລືອກ​
ຕັ້ງລັດຖະສະພາ​ ໃນ​ເດືອນ​ຕຸລາ​ຜ່ານ​ມາ​ນັ້ນ.

ຫລັງ​ຈາກ​ການພົບປະກັນ​ກັບ​ນາຍົກລັດຖະມົນຕີ ທ່ານນາງ Roza Otunbayeva ທີ່​ນະ
ຄອນຫລວງ Bishkek ໃນ​ວັນ​ພະຫັດ​ມື້​ນີ້ ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ Kyrgyzstan ກໍາລັງ
ປະດິດສ້າງລັດຖະບານຂອງຕົນຄືນໃໝ່ ເພື່ອໃຫ້ເປັນລັດຖະ ບານທີ່ຕາງໝ້າທຸກຊົນຊາດຊົນ
ເຜົ່າ ແລະສະແດງເຖິງຄວາມຫລາກຫລາຍຂອງ ປະຊາກອນ ແລະຊົງເຂດຕ່າງໆຂອງຕົນ.

ນອກນັ້ນ ທ່ານ​ນາງຄລິນ​ຕັນ​ຍັງໄດ້ສົນທະນາກັບນາຍົກລັດຖະມົນຕີ Otunba-yeva ເຖິງເລື້ອງສະຖານະພາບຂອງຂໍ້ຕົກລົງ ທີ່ຈະອະນຸຍາດໃຫ້ເຮືອບິນທະຫານ ຂອງສະຫະລັດ ທີ່ຂະເດີນທາງໄປຍັງອັຟການິສຖານນັ້ນ ໄດ້ຢຸດແວ່ໃຊ້ຖານທັບ Manas ໄກ້ໆກັບນະຄອນ
ຫລວງ Bishkek ນັ້ນ.

ທ່ານນາງຄລິນຕັນໄດ້ເດີນທາງອອກຈາກກຽກກິສຖານໄປແລ້ວ ແລະເວລານີ້ ກໍາລັງມຸ່ງໜ້າ
ໄປຍັງປະເທດ Uzbekistan ບ່ອນຢ້ຽມຢາມແຫ່ງທີສາມ ໃນການ ຢ້ຽມຢາມທາງການທູດ
4 ປະເທດໃນເອເຊຍພາກກາງຄັ້ງນີ້ ຊຶ່ງປະເທດທໍາອິດ ທີ່ທ່ານນາງໄດ້ຢ້ຽມຢາມ ກ່ອນກຽກ
ກິສຖ່ນນັ້ນ ແມ່ນ Kazakhstan.

XS
SM
MD
LG