ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ທ່ານນາງ Clinton ເລີ້ມການເດີນທາງ ຢ້ຽມຢາມເຂດເອເຊຍ ໃນມື້ນີ້


ຫາດຊາຍອັນສວຍງາມຂອງເກາະ Rarotonga ທີ່ລວມຢູ່ໃນໝູ່ເກາະ Cook ບ່ອນທີ່ທ່ານນາງ Clinton ຈະເລີ້ມຕົ້ນ ການຢ້ຽມຢາມ 6 ເອເຊຍ ໃນຄັ້ງນີ້.
ຫາດຊາຍອັນສວຍງາມຂອງເກາະ Rarotonga ທີ່ລວມຢູ່ໃນໝູ່ເກາະ Cook ບ່ອນທີ່ທ່ານນາງ Clinton ຈະເລີ້ມຕົ້ນ ການຢ້ຽມຢາມ 6 ເອເຊຍ ໃນຄັ້ງນີ້.
ໃນວັນພະຫັດມື້ນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານນາງ Hillary Clinton ໄດ້ເດີນທາງມຸ້ງໜ້າໄປເຂດມະຫາ
ສະມຸດປາຊີຟິກຕອນໃຕ້ ເພື່ອເລີ້ມການຢ້ຽມຢາມເອເຊຍ ຊຶ່ງ
ກັນຄາດວ່າ ຈະເພັ່ງເລັງໃສ່ອິດທິພົນທີ່ນັບມື້ນັບເພີ່ມທະວີຂຶ້ນ
ຂອງຈີນຕໍ່ຂົງເຂດດັ່ງກ່າວ.

ທ່ານນາງ Clinton ເລີ້ມຕົ້ນການຢ້ຽມຢາມ 6 ປະເທດຢູ່ເກາະ
Cook ທີ່ສອກຫຼີກຫ່າງໄກ ຊຶ່ງທ່ານນາງຈະເປັນລັດຖະມົນຕີ ການຕ່າງປະເທດສະຫະລັດຜູ້ທໍາອິດ ທີ່ເຂົ້າຮ່ວມກອງປະຊຸມ
ປະຈຳປີ ຂອງໝູ່ເກາະໃນເຂດມະຫາສະມຸດປາຊີຟິກ.

ພວກເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ໃນຈໍານວນບ່ອນແວ່ຢ້ຽມຫລາຍບ່ອນ ໃນການເດີນທາງຄັ້ງນີ້
ຂອງທ່ານນາງ ຈະລວມມີການພົບປະເຈລະຈາກ່ຽວກັບຂໍ້ຂັດແຍ່ງດ້ານອະທິປະໄຕທີ່ ຟົດເດືອດ ຢູ່ລະຫວ່າງຈີນ ແລະບັນດາປະເທດໃກ້ຄຽງ ໃນເລື້ອງທະເລຈີນໃຕ້ນັ້ນ.

ລັດຖະບານກຸງວໍຊິງຕັນ ຕໍາໜິຈີນ ທີ່ໄດ້ທໍາການກ່າວອ້າງເອົາເຂດນໍ້າແດນດິນທາງ
ທະເລ ນັບມື້ນັບຮຸນແຮງຂຶ້ນເພື່ອຢາກໄດ້ຂົງເຂດທີ່ຄິດກັນວ່າ ອຸດົມສົມບູນໄປດ້ວຍ
ບໍ່ນໍ້າມັນ ແລະອາຍແກັສນັ້ນ.

ບົດວິຈານຂອງຕົນນັ້ນ ອົງການຂ່າວຊິນຫົວຂອງທາງການຈີນ ສະບັບອອກວັນພະຫັດມື້ນີ້ ໄດ້ຕັ້ງຂໍ້ສົງໄສຕໍ່ການເດີນທາງຂອງທ່ານນາງຄລິນເຕິນ ໂດຍກ່າວວ່າ ການເດີນທາງນັ້ນແມ່ນເພື່ອ “ແນໃສ່ຕັດອິດທິພົນທີ່ກໍາລັງເພີ້ມທະວີຂຶ້ນຂອງຈີນ” ຢູ່ໃນເຂດມະຫາສະ ມຸດ
ປາຊີຟິກຕອນໃຕ້.
XS
SM
MD
LG