ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ຄລິນຕັນ ຢ້ຽມຢາມປະເທດບຣູໄນ (ສະໄລດ໌)


ທ່ານນາງ Hillary Clinton ຢ້ຽມຢາມຕີມໍຕາເວັນອອກ
ທ່ານນາງ Hillary Clinton ຢ້ຽມຢາມຕີມໍຕາເວັນອອກ
ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ
Hillary Clinton ​ໄດ້ເດີນ ທາງ​ໄປ​ເຖິງ​ປະ​ເທດ
Brunei ຊຶ່ງ​ເຮັດ​ທ່ານ​ນາງ​ ເປັນ​ລັດຖະມົນຕີ​ການ​ຕ່າງ
ປະເທດ​ສະຫະລັດຜູ້ທໍາ​ອິດ ​ທີ່​ໄດ້​ໄປຢ້ຽມຢາມຄົບທັງ
10 ປະ​ເທດສະມາ​ຊິກ​ ຂອງ ສະມາຄົມບັນດາ​ປະຊາ​
ຊາດ​ໃນ​ເຂດ​ເອ​ເຊຍ​ອາ​ຄະ​ເນຫຼືອາ​ຊ່ຽນ.

ທ່ານ​ນາງ Clinton ກໍາລັງ​ຢ້ຽມຢາມຫົກ​ປະ​ເທດ​ໃນ​ເຂດ​ເອ​ເຊຍ ປາ​ຊິ​ຟິກ ຊຶ່ງ​ສ່ວນໃຫຍ່ແລ້ວ​ແມ່ນ​ແນໃສ່ເພື່ອ​ຮຽກຮ້ອງ​ໃຫ້ສະມາຄົມອາ​ຊ່ຽນ ພາກັນສະ​ເໜີແຜນການ ​ທີ່​ມີ​ຄວາມ​ປຸ້ມລຸມເປັນ​ນໍ້າ​ນຶ່ງ​ໃຈ​ດຽວກັນ ໃນ​ການແກ້​ໄຂ​ບັນຫາ​ຂັດ​ແຍ້​ງເລື່ອງເຂ​ດນໍ້າ​ແດນ​ດີ​ນກັບຈີນ.

Brunei ແມ່ນ​ປະ​ເທດ​ນຶ່ງທີ່​ອ້າງ​ເອົາ​ກຳມະສິດ​ໃນ​ເຂດ​ຍຸດ​ທະ​ສາດທະ​ເລ​ຈີນ​ໃຕ້ ຊຶ່ງເປັນຂົງ​ເຂດອຸດົມ​ສົມບູນ​ໄປ​ດ້ວຍພະລັງງານ ​ທີ່ໄດ້​ກາຍ​ມາ​ເປັນເຂດ​ທະ​ເລ​ທີ່ ມີ​ການ​ຂັດ​ແຍ້​ງກັນ​ຮຸນ​ແຮງ​ຂຶ້ນ​ນັບ​ມື້ລະຫວ່າງ​ຈີນ​ແລະ​ເພື່ອນ​ບ້ານ​ຂອງ​ຕົນ.

ໃນ​ຕອນ​ເຊົ້າ​ຂອງ​ວັນ​ພະຫັດມື້ນີ້ ທ່ານນາງ Clinton ​ໄດ້​ຢຸດ​ແວ່​ເປັນ​ເວລາ​ສັ້ນໆ​ທີ່ Timor ຕາ​ເວັນ​ອອກ ບ່ອນ​ທີ່​ທ່ານ​ນາງ​ເວົ້າວ່າ ການ​ຢ້ຽມຢາມ​ຂອງທ່່ານ​ນາງ ແມ່ນ “​ຈະ​ແຈ້ງ ​ເປັນ​ສັນຍານ​ທີ່​ບໍ່​ຜິດພາດ​ໃດໆ” ທີ່ວ່າ ສະຫະລັດ ຍັງ​ຈະ​ສືບ​ຕໍ່ເປັນ​ມະຫາ​ອໍານາດ​ ໃນມະຫາ​ສະມຸດ​ປາຊິ​ຟິກ.

ລຸນ​ຫຼັງການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ຕີ​ມໍ​ຕາ​ເວັນ​ອອກ​ແລ້ວ ທ່ານ​ນາງ​ໄດ້​ກ່າວ ຍ້ອງຍໍປະ​ເທດ​ດັ່ງກ່າວຊຶ່ງ​ເປັນ​ປະ​ເທດ​ໃໝ່ສຸດ​ຂອງ​ເອ​ເຊຍ ທີ່​ໄດ້​ຈັດການ​ເລືອກ​ຕັ້ງ​ຢ່າງ​ທ່ຽງ​ທໍາ​ໃນ​ຕົ້ນ​ປີ​ນີ້ ​ໂດຍກ່າວ​ວ່າ ປະຊາທິປະ​ໄຕຄົງຈະ​ຊ່ວຍ​ໃຫ້ຕີ​ມໍ​ຕາ ​ເວັນ​ອອກມີສະຖຽນ​ລະ​ພາບໝັ້ນຄົງ​ຍິ່ງ​ຂຶ້ນ.

Timor ຕາ​ເວັນ​ອອກຫາ​ກໍ່​ໄດ້​ຮັບ​ເອກ​ກະລາດ ຈາກ Indonesia ພຽງ​ແຕ່​ສິບ​ປີ​ກ່ອນ ​ແລະ​ໄດ້​ບຸກ​ບືນຕໍ່ສູ້ທາງ​ດ້ານ​ເສດຖະກິດ ​ເພື່ອ​ໃຫ້​ຕາມ​ທັນບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃນ​ເຂດເອ​ເຊຍອາຄະ​ເນ.

XS
SM
MD
LG