ບັນດາເຈົ້າໜ້າທີ່ສະຫະລັດເວົ້າວ່າ ຈີນອາດກະກຽມທີ່ຈະພົບປະສົນທະນາກັບປະເທດ ເພື່ອນບ້ານຂອງຕົນກ່ຽວກັບກົດປະພຶດ ເພື່ອແກ້ໄຂຂໍ້ຂັດແຍ່ງ ເລື້ອງເຂດນໍ້າແດນດິນ
ໃນທະເລຈີນໃຕ້.
ໃນວັນພະຫັດມື້ນີ້ ທີ່ກໍາປູເຈຍ ທ່ານນາງ ຮິລແລຣີ ຄຼິນຕັນ ໄດ້ຈັດການ ພົບປະໂອ້ລົມກັບ ລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi ທີ່ພວກເຈົ້າໜ້າທີ່ສະຫະລັດເວົ້າວ່າ ໄດ້ສົ່ງສັນຍານຢ່າງລະມັດລະວັງ ໃຫ້ເຫັນເຖິງຄວາມຍິນດີຂອງປະເທດທ່ານ ໃນການເຂົ້າ
ຮ່ວມການເຈລະຈາ ຕ່າງໆ. ການພົບປະເຈລະຈາດັ່ງກ່າວ ອາດຈະມີຂຶ້ນ ໃນເດືອນກັນຍາຈະ ມາເຖິງນີ້ ກໍເປັນໄດ້.
ທ່ານນາງ ຄຼິນຕັນ ແລະທ່ານ Yang ໄດ້ພົບປະກັນນອກກອງປະຊຸມຂອງສະມາຄົມບັນດາ ປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລືອາຊ່ຽນ
ຢູ່ໃນຄໍາປາໄສທີ່ກຽມກ່າວໃນກອງປະຊຸມອາຊ່ຽນນັ້ນ ທ່ານນາງໄດ້ ເນັ້ນໜັກ ເຖິງຄວາມ
ຈຳເປັນຂອງຂໍ້ຕົກລົງສະບັບນີ້ ກ່ຽວກັບ ຂັ້ນຕອນ ອັນຈະແຈ້ງ ເພື່ອແກ້ໄຂຂໍ້ຂັດແຍ່ງກັນນັ້ນ. ນອກນັ້ນທ່ານນາງຍັງໄດ້ຊຸກຍູ້ໃຫ້ລັດຖະບານ ປະເທດຕ່າງໆ ຊອກຫາຊ່ອງທາງໃນການ
ດຳເນີນງານຮ່ວມກັນທີ່ເປັນໄປໄດ້ ເພື່ອຈະນໍາໃຊ້ເຂດທະເລ ທີ່ອຸດົມສົມບູນໄປດ້ວຍຊັບພະ ຍາກອນທໍາມະຊາດ ດັ່ງກ່າວ.
ບຣູໄນ, ຈີນ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະຫວຽດນາມ ຕ່າງກໍໄດ້ອ້າງເອົາກໍາມະສິດ
ທັງໝົດ ຫລືບໍ່ກໍສ່ວນໃດສ່ວນນຶ່ງຂອງທະເລຈີນໃຕ້ ທີ່ມີ ເຂດທີ່ຫາປາອັນກວ້າງໃຫຍ່ ແລະອາດຈະອຸດົມສົມບູນໄປດ້ວຍນໍ້າມັນ ແລະ ອາຍແກັສທໍາມະຊາດນັ້ນ.