ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລມຕ ຕ່າງປະເທດ ສຫລ ຢ້ຽມຢາມເອເຊຍ


ລມຕ ຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton ພວມຍ່າງໄປຫາລົດລີໂມຊີນ ຫຼັງຈາກກ່າວຄຳປາໄສ ກ່ຽວກັບການພົວພັນຂອງ ສຫລ ແລະເຂດເອເຊຍ-ປາຊີຟິກ ທີ່ນະຄອນໂຮໂນລູລູ ລັດຮາວາຍ (28 ຕຸລາ 2010)
ລມຕ ຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton ພວມຍ່າງໄປຫາລົດລີໂມຊີນ ຫຼັງຈາກກ່າວຄຳປາໄສ ກ່ຽວກັບການພົວພັນຂອງ ສຫລ ແລະເຂດເອເຊຍ-ປາຊີຟິກ ທີ່ນະຄອນໂຮໂນລູລູ ລັດຮາວາຍ (28 ຕຸລາ 2010)

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary
Clinton ກ່າວວ່າ ສະຫະລັດຈະສືບຕໍ່ ສະແດງອອກ ໃນ
ການເປັນຜູ້ນຳພາຢູ່ໃນຂົງເຂດເອເຊຍປາຊີຟິກ ເພື່ອຊຸກຍູ້
ໃຫ້ມີການເຕີບໂຕທາງດ້ານເສດຖະກິດ ຄວາມໝັ້ນຄົງ ຢູ່
ໃນພາກພື້ນ ແລະຄຸນຄ່າຂອງປະຊາທິປະໄຕ.

ໃນຄຳປາໄສທີ່ລັດຮາວາຍໃນວັນພະຫັດວານນີ້ ທ່ານນາງ
Clinton ໄດ້ຮຽກຮ້ອງໃຫ້ມີການຄ້າຂາຍ ໃນຂອບເຂດທີ່
ກວ້າງຂວາງເພີ່ມຂຶ້ນລະຫວ່າງສະຫະລັດແລະເຂດເອເຊຍ.
ເພື່ອເປັນການຊຸກຍູ້ເປົ້າໝາຍດັ່ງກ່າວນີ້ ທ່ານນາງກ່າວວ່າ
ສະຫະລັດສະໜັບສະໜຸນໃຫ້ມີການເປີດກວ້າງຕະຫຼາດຫຼາຍຂຶ້ນແລະຈຳກັດຮັດແຄບໜ້ອຍລົງ
ໃນເລື່ອງການຄ້າກັບປະເທດພາຄີໃນເອເຊຍ. ໂດຍສະເພາະແລ້ວທ່ານນາງໄດ້ຮຽກຮ້ອງໃຫ້
ຈີນຄໍ້າປະກັນເພື່ອໃຫ້ມີບັນຍາກາດທາງທຸລະກິດທີ່ດີກວ່າເກົ່າສຳລັບພວກນັກລົງທຶນສະຫະລັດ.

ທ່ານນາງ Clinton ເລີ້ມການຢ້ຽມຢາມເຂດເອເຊຍປາຊີຟິກເປັນເວລາ 13 ມື້ ໂດຍທີ່ທ່ານ
ນາງຈະຢຸດແວ່ຢ້ຽມຢາມ 7 ປະເທດ ຮວມທັງຫວຽດນາມເພື່ອເຂົ້າກອງປະຊຸມພວກຜູ້ນຳໃນ
ເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນໃນສັບປະດານີ້ ແລະກອງປະຊຸມສຸດຍອດເອເຊຍ
ຕາເວັນອອກ.

XS
SM
MD
LG