ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ຈະໄປຢ້ຽມຢາມເອເຊຍ


ທູດພິເສດ ຂອງສະຫະລັດ ຮັບຜິດຊອບ ກ່ຽວກັບເລື່ອງ ອັຟການິສຖານ ແລະປາກິສຖານ ກ່າວວ່າ ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ຈະເດີນທາງ ໄປຢ້ຽມຢາມ 4 ປະເທດ ໃນເອເຊຍ ໃນສັບປະດາ ຈະມານີ້.

ທ່ານ RICHARD HOLBROOK ກ່າວວ່າ ກ່ອນອື່ນໝົດ ທ່ານນາງຄລິນຕັນ ຈະໄປຮ່ວມ ກອງປະຊຸມ ການສົນທະນາຫາລື ກ່ຽວກັບ ຍຸດທະສາດ ລະຫວ່າງ ສະຫະລັດ ແລະປາກິສຖານ ທີ່ນະຄອນຫຼວງ ອິສລາມາບັດ ກ່ອນຈະອອກ ເດີນທາງໄປຍັງ ນະຄອນຫຼວງ ກາບູລ ເພື່ອໄປຮ່ວມ ກອງປະຊຸມ ໃຫ້ການຊ່ອຍເຫຼືອ ແກ່ອັຟການິສຖານ ໃນວັນທີ 20 ກໍລະກົດ ຈະມາ.

ຈາກ ອັຟການິສຖານ ທ່ານນາງຄລິນຕັນ ຈະອອກເດີນທາງ ໄປຢ້ຽມຢາມ ເກົາຫຼີໃຕ້ ແລະຫວຽດນາມ.

ຂະນະ ຢູ່ທີ່ກຸງໂຊລນັ້ນ ທ່ານນາງຄລິນຕັນ ຈະໄປຮ່ວມສົມທົບ ກັບລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ROBERT GATES ເພື່ອປຶກສາຫາລື​ ເລື່ອງ​ການ​ ຊ້ອມ​ລົບ​ຮ່ວມ ກັບ​ເກົາຫລີ​ໃຕ້ ແລະກໍມີທ່າທາງວ່າ ພວກ​ທ່ານ ຈະໃຫ້ການອະນຸມັດ ຕໍ່ການຊ້ອມລົບຮ່ວມນັ້ນ ຮວມທັງ ການ​ຊ້ອມ​ລົບ ໃນບໍລິເວນ ທະເລເຫຼືອງ ​ເຖິງແມ່ນ ​ມີ​ການປະທ້ວງ ຈາກຈີນກໍ​ຕາມ.

ກ່ອນເດີນທາງ ກັບຄືນສູ່ ກຸງວໍຊິງຕັນ ທ່ານນາງຄລິນຕັນ ຈະແວ່ຢ້ຽມຢາມ ຫວຽດນາມ ບ່ອນທີ່ທ່ານນາງ ຈະເຂົ້າຮ່ວມ ກອງປະຊຸມ ຂອງສະມາຄົມອາຊ່ຽນ ຫຼືບັນດາປະຊາຊາດ ໃນເຂດເອເຊຍ ຕາເວັນອອກສຽງໃຕ້.

XS
SM
MD
LG