ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະຍີ່ປຸ່ນ ເຫັນພ້ອມນໍາກັນ ເລື້ອງແຫຼ່ງແຮ່ທາດທີ່ຫາຍາກ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ແລະລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara ພົບປະຫາລືກັນ ທີ່ນະຄອນ Honolulu, ລັດຮາວາຍ, ໃນວັນທີ 27 ຕຸລາ 2010.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ແລະລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara ພົບປະຫາລືກັນ ທີ່ນະຄອນ Honolulu, ລັດຮາວາຍ, ໃນວັນທີ 27 ຕຸລາ 2010.

ສະຫະລັດແລະຍີ່ປຸ່ນກ່າວວ່າ ພວກຕົນເຫັນພ້ອມນຳກັນວ່າ ໂລກທັງມວນຕ້ອງໄດ້ເລີ້ມ ພັດທະນາແຫຼ່ງແຮ່ທາດທີ່ຫາຍາກແຫ່ງໃໝ່ ລຸນຫຼັງໄດ້ປະ​ເຊີນກັບ​ເຫດ​ການ​ ທີ່​ເປັນການ ເຕືອນຈາກຈີນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ແລະລັດຖະມົນຕີ ການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara ໄດ້ໃຫ້ຄວາມເຫັນດັ່ງກ່າວ ລຸນຫລັງການ ພົບປະກັນທີ່ລັດຮາວາຍ.

ສຳລັບທ່ານນາງ Clinton ມັນເປັນບ່ອນຢຸດແວ່ບ່ອນທຳອິດໃນການຢ້ຽມຢາມ 7 ປະ
ເທດ ໃນເຂດເອເຊຍປາຊີຟິກ ເປັນເວລາ 2 ອາທິດ ຮວມທັງເຂົ້າຮ່ວມກອງປະຊຸມພວກ
ຜູ້ນໍາໃນເຂດເອເຊຍຕາເວັນອອກສຽງໃຕ້ ທີ່ຫວຽດນາມ ໃນສັບປະດານີ້ ແລະກອງປະ ຊຸມສຸດຍອດເຂດເອເຊຍຕາເວັນອອກ.

ບັນດາ​ພໍ່ຄ້າ​ຊາວ​ຍີ່ປຸ່ນ​ໄດ້​ພາກັນ​ຈົ່ມ​ວ່າ ວ່າຈີນຊຶ່ງ​ຄວບ​ຄຸມ​ຫລາຍ​ກ່ວາ 95% ຂອງແຮ່ ທາດທີ່ຫາຍາກຂອງ​ໂລກ ​ໄດ້​ໂຈະ​ກາ​ນສົ່ງ​ອອກ​ແຮ່​ທາດ​ດັ່ງກ່າວ ​ໃນ​ລະຫວ່າງ​ການ​ຜິດ​ຖຽງ​ກັນ​ ກ່ຽວ​ກັບ​ເລື້ອງ​ທີ່​ຍີ່ປຸ່ນ​ໄດ້​ຈັບ​ກັບຕັນ​ເຮືອ​ປະມົງ​ຂອງ​ຈີນ​ລໍາ​ນຶ່ງ​ໄວ້​ນັ້ນ.

XS
SM
MD
LG