ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ຢ້ຽມຢາມປັກກິ່ງ


ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ເດີນທາງ​ໄປ​ຮອດ​ກຸງ​ປັກ​ກິ​ງ​ແລ້ວ
ໃນ​ວັນ​ອາທິດ​ມື້​ນີ້ ກ່ອນ​ການ​ພົບປະ​ເຈລະຈາ​ກັນ​ໃນ​ລະດັບ​ສູງ​ດ້ານ​ເສດຖະກິດ​ແລະ​ການ​ຊຶ່ງ​ຈະຮວມທັງ​
ເລື້ອງ​ກຳ​ປັ່ນຣົບຂອງ​ເກົາຫລີ​ໃຕ້​ຈົມ​ນ້ຳ​ໄປ​ນັ້ນ​.
ໃນ​ລະຫວ່າງ​ການ​ຢ້ຽມຢາມ​ສະຖານ​ທ່ີ​ບຳລຸງ​ຮັກສາ​ເຮືອບິນ Boeingໃນ​ນະຄອນ Shanghai​ໃນ​ຕອນ​ເຊົ້າ​ວັນ
ອາທິດ​ມື້​ນີ້ ລັດຖະມຸນຕີ​ການຕ່າງປະ​ເທດ​ສະຫະລັດ​ໄດ້​ທຳ​ຄວາມ​ກົດ​ດັນ​ຕໍ່​ຈີນ​ເພື່ອ​ໃຫ້​ອະ​ເມຣິກັນ​ເຂົ້າ​ຫາ​ພາກ​ເສດຖະ
ກິດ​ຂອງ​ຈີນ​ໄດ້ຫລາຍ​ຂຶ້ນ​ອີກ. ທ່ານ​ນາງຄລິນຕັນ​ໄດ້​ກ່າວ​ເນ້ນ​ເຖິງ​ຄວາມ​ສຳຄັນສະຖານະ​ການທ່ີ​ພວກ​ບໍລິສັດ​ລະ
ຫວ່າງ​ຊາດ​ແຫ່ງ​ຕ່າງ​ໆ​ຈະ​ສາມາດ​ແຂ່ງຂັນ​ກັນ​ໄດ້​ຢ່າງ​ເສຣີ​ແລະ​ຢ່າງເປີດ​ກວ້າງໃນ​ຈີນ​ນັ້ນ.
ໃນ​ວັນ​ສຸກ​ຜ່ານ​ມາ​ນີ້​ທ່ີ​ກຸງ​ໂຕ​ກຽວ ທ່ານ​ນາງຄລິນ​ຕັນ​ໄດ້​ກ່າວ​ປະນາມເກົາຫລີ​ເໜືອ​ທ່ີ​ເຮັດ​ໃຫ້​ກຳ​ປັ່ນຣົບລຳ​ນຶ່ງ​
ຂອງ​ເກົາຫລີ​ໃຕ້​ຈົມ​ນ້ຳ​ໄປ​ນັ້ນແລະ​ທ່ານ​ນາງ​ເຕືອນ​ວ່າ ການ​ທຳ​ການ​ເຄື່ອນ​ໄຫວ​ທ່ີ​ເປັນ​ເກາະ​ຜິດ​ນີ້ມີ​ຜົນ​ກະທົບ
ທ່ີ​ຈະ​ຕິດຕາມ​ມາ.
ເກົາຫລີ​ເໜືອ​ໄດ້​ປະຕິ​ເສດ​ຕໍ່​ການ​ຮັບຜິດຊອບ​ໃດໆ​ໃນ​ເຫດການ​ດັ່ງກ່າວແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ຕອບ​ໂຕ້​ຕໍ່
ການ​ແກ້​ແຄ້ນ​ໃດໆ​ ​ໃນ​ອັນ​ທ່ີ​ຕົນ​ເອີ້​ນວ່າ ​ເກີດສົງຄາມກັນ​ນັ້ນ.

XS
SM
MD
LG