ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ທ່ານນາງຄຼິນຕັນ ພົບປະຜູ້ນໍາ ສປປ ລາວ ຄັ້ງປະຫວັດສາດ ທີ່ນະຄອນວຽງຈັນ


ທ່ານນາງ Hillary Clinton ລັດຖະມົນຕີຕ່າງປະເທດສະຫະລັດ ຂະນະພົບປະກັບທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ສປປ ລາວ

ທ່ານ​ນາງ ຮິ​ລ​ແລ​ຣີ ຄຼິນຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້ພົບປະ​ກັບ​ບັນດາ​ຜູ້​ນໍາ ​ສປປ ລາວ ​ເພື່ອ​ປຶກສາ​ຫາລື​ເລຶ່ອງການ​ປົກ​ປ້ອງ​ຄຸ້ມ​ຄອງດ້ານ​ສະ​ພາບ​ແວດ​ລ້ອມ ​ໃນ​ເຂດປາກ​ແມ່​ນໍ້າຂອງຕອນ​ລຸ່ມ ​ແລະ​ບັນຫາ​ອື່ນໆ ຢ້ອນ​ຄືນ​ໄປ​ປາງ​ສົງຄາມ​ຫວຽດນາມ​ນັ້ນ​ນໍາ. ທ່ານ​ນາງຄຼິນຕັນ ນັບ​ວ່າ​ເປັນ​ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດຄົນ​ທໍາ​ອິດ​ທີ່​ໄດ້ໄປ​ຢ້ຽມຢາມ ​ລາວ ​ໃນ​ຮອບ 57 ປີ.

ບັນດາ​ຜູ້​ນໍາ​ທັງ​ສອງ​ຝ່າຍ​ໄດ້​ສົນ​ທະນາ​ໂອ້​ລົມ​ກັນ ກ່ຽວ​ກັບ​ການ​ສືບ​ຕໍ່ໃຫ້ ການຊ່ວຍ​ເຫຼືອຂອງ​ສະຫະລັດ​ ໃນ​ການເກັບ​ກູ້​ລະ​ເບີດ​ລູກຫ​ວ່າ​ນ ທີ່​ບໍ່​ທັນ​ແຕກ ທີ່ໄດ້ຖິ້ມ​ລົງ​ໃສ່​ດິນ​ແດນ​ລາວໃນ​ລະຫວ່າງ​ປີ 1964 ຫາປີ 1975. ນອກ​ນີ້​ຜູ້​ນໍາ​ທັງ​ສອງ​ຍັງ​ໄດ້​ເຫັນ​ພ້ອມ​ນຳກັນທີ່​ຈະປັບປຸງ​ການ​ດຳ​ເນີນຄວາມ​ພະຍາຍາມ​ເພື່ອ​ຊອກ​ຫາ​ທະຫານ​ສະຫະລັດ ​ທີ່​ຍັງ​ຫາຍ​ສາບ​ສູນ​ໄປ​ໃນ​ປາງ ສົງຄາມ​ນັ້ນ.

ທ່ານ​ນາງຄຼິນຕັນ ​ໄດ້​ກ່າວຊົມ​ເຊີຍ ​ສປປ ລາວ ​ໃນຄວາມ​ພະຍາຍາມ​ທີ່​ຈະ​ຊ່ອຍ​ຈັດເອົາ​ຊາວອົບ​ພະຍົບ​ເຜົ່າ​ມົ້ງ ​ທີ່​ໄດ້ເດີນທາງກັບ​ຄືນ​ຈາກໄທ​ ໃນ​ປີ 2008 ນັ້ນ ກັບ​ເຂົ້າ​ເປັນ​ພາກສ່ວນ​ນຶ່ງ​ຂອງປະຊາ​ຄົມ​ລາວຄືນ​ອີກ.

ຈາກ​ລາວ ທ່ານ​ນາງ ຈະ​ເດີນທາງຕໍ່​ໄປ​ຍັງ​ກໍາປູ​ເຈຍ​ໃນ​ຕອນ​ບ່າຍ​ວັນ​ພຸດ​ມື້​ນີ້ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ຂອງ​ສະມາຄົມ​ອາ​ຊ່ຽນ​ທີ່​ນັ້ນ.

XS
SM
MD
LG