ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດສະຫະລັດ ຈະຢ້ຽມຢາມ 7 ປະເທດໃນເອເຊຍ


ທ່ານນາງ Hillary Clinton
ທ່ານນາງ Hillary Clinton

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary
Clinton ຈະຢຸດແວ່ຢ້ຽມຢາມ 7 ປະເທດ ໃນການເດີນ
ທາງໄປຢ້ຽມຢາມເອເຊຍເປັນເວລາ 2 ອາທິດ ເລີ້ມແຕ່
ໃນວັນພຸດມື້ນີ້ ແຕ່ຈີນຊຶ່ງເປັນນຶ່ງໃນຈຳນວນດັ່ງກ່າວ
ແມ່ນມີຄວາມສຳຄັນຫຼາຍກວ່າໝູ່.

ຈຸດສຳຄັນໃນການຢ້ຽມຢາມຄັ້ງນີ້ ກໍແມ່ນກອງປະຊຸມຂອງ
ສະມາຄົມບັນດາປະ ຊາຊາດໃນເຂດເອເຊຍຕາເວັນອອກ
ສຽງໃຕ້ຫຼືອາຊ່ຽນ ທີ່ຫວຽດນາມໃນສັບປະດານີ້ ແລະກອງ
ປະຊຸມສຸດຍອດເອເຊຍຕາເວັນອອກທີ່ມີຂະໜາດໃຫຍ່ກວ່າ.
ກອງປະຊຸມຂອງສະມາຄົມອາຊ່ຽນ ເທື່ອກ່ອນໆໃນປີນີ້
ແມ່ນຄອບງຳໄປດ້ວຍບັນຫາຂັດແຍ້ງເລື່ອງເຂດນໍ້າແດນ
ດິນ ລະຫວ່າງຈີນແລະບັນດາປະເທດເພື່ອນບ້ານກ່ຽວກັບ ໝູ່ເກາະຕ່າງໆໃນເຂດທະເລຈີນໃຕ້.

ຄາດກັນວ່າ ບັນຫາຂັດແຍ້ງກ່ຽວກັບເລື່ອງເຂດນໍ້າດິນແດນ
ໃນທະເລຈີນຕາເວັນອອກ ລະຫວ່າງຈີນແລະຍີ່ປຸ່ນ ຈະຖືກ
ຍົກຂຶ້ນມາສົນທະນາຫາລືຢູ່ບ່ອນຢຸດແວ່ ​ແຫ່ງທຳອິດຂອງທ່ານນາງ Clinton ທີ່ລັດຮາ ວາຍ ເພື່ອພົບປະກັບລັດຖະມົນຕີຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara.

ແລະການປ່ຽນແປງໃນນາທີສຸດທ້າຍ ​ໃນແຜນການເດີນທາງຂອງທ່ານນາງ Clinton ຄັ້ງ​ນີ້
ຈະພາ​ທ່ານ​ນາງ​ໄປຢຸດແວ່ທີ່ເກາະໄຮນັງຂອງຈີນ ເພື່ອສົນທະ ນາຫາລືກັບເຈົ້າໜ້າທີ່ອະວຸໂສ
ຂອງຈີນ ກ່ອນການເດີນທາງມາຢ້ຽມຢາມກຸງວໍຊິງຕັນ ຢ່າງເປັນທາງການ ຂອງປະທານປະ ເທດຈີນ ທ່ານຫູຈິນເຖົາ ໃນເດືອນມັງກອນຈະມານີ້.

ແມ່ນແຕ່ໃນບ່ອນຢຸດແວ່ຢ້ຽມຢາມອື່ນໆຂອງທ່ານນາງ Clinton ຄືທີ່ກຳປູເຈຍ ມາເລເຊຍ
ປາປົວນິວກີເນຍ ນິວຊີແລນແລະອອສເຕຣເລຍນັ້ນ ກໍເປັນທີ່ຄາດກັນວ່າ ອຳນາດທີ່ພວມມີ
ເພີ້ມຂຶ້ນຂອງຈີນ ກໍຈະຖືກຍົກຂຶ້ນມາສົນທະນາຫາລືກັນ.

XS
SM
MD
LG