ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໑ ພຶດສະພາ ໒໐໒໖

ທ່ານນາງ Clinton ແລະທ່ານ Trump ປະເຊີນໜ້າກັນ ໃນການເລືອກຕັ້ງ ປະທານາທິບໍດີ

ທ່ານ Donald Trump ສັງກັດພັກຣິພັບບລິກັນ ແລະທ່ານນາງ Hillary Clinton ສັງກັດພັກເດໂມແຄຣັດ ໄດ້ຖືກສະເໜີ ຈາກພັກ ໃຫ້ເປັນຜູ້ສະໝັກເປັນ ປະທານາທິບໍດີ.
ທ່ານ Donald Trump ສັງກັດພັກຣິພັບບລິກັນ ແລະທ່ານນາງ Hillary Clinton ສັງກັດພັກເດໂມແຄຣັດ ໄດ້ຖືກສະເໜີ ຈາກພັກ ໃຫ້ເປັນຜູ້ສະໝັກເປັນ ປະທານາທິບໍດີ.

ເບິ່ງ​ຄື​ວ່າຂັ້ນຕອນ​ໃນ​ການສະ​ເໜີຊື່​ຜູ້​ສະໝັກຂອງພັກ​ເດ​ໂມ​ແຄຣັດ ​ແລະ​ພັກຣີພັບ​ບລິ​ກັນ ບໍ່​ເປັນ​ທີ່ຄຶກຄື້ນພໍ ​ແຕ່ການ​ແຂ່ງ​ຂັນ ​ເປັນ​ປະທານ​າທິບໍດີ​ສະຫະລັດຄົນ​ຕໍ່​ໄປ ກຳລັງ​ເພີ້ມ ຄວາມ​ດຸ​ເດືອດຂຶ້ນ ຊຶ່ງບັດ​ນີ້​ ພັກ​ທັງ​ສອງໄດ້​ເລືອກເອົາທ່ານ​ນາງ Hillary Clinton ​ແລະ ທ່ານ Donald Trump ​ເປັນ​ຜູ້​ລົງ​ແຂ່ງຂັນ ຂອງ​ຕົນ​ແລ້ວ​.

ບັນດາຜູ້ຕາງໜ້າພັກເດໂມແຄຣັດແຫ່ງຊາດ ພາກັນຮ້ອງໂຮສະໜັບສະໜູນ ຢູ່ທີ່ກອງປະຊຸມໃຫຍ່ ພັກເດໂມແຄຣັດ.
ບັນດາຜູ້ຕາງໜ້າພັກເດໂມແຄຣັດແຫ່ງຊາດ ພາກັນຮ້ອງໂຮສະໜັບສະໜູນ ຢູ່ທີ່ກອງປະຊຸມໃຫຍ່ ພັກເດໂມແຄຣັດ.

ທັງ​ທ່ານ​ນາງ Clinton ​ແລະ ທ່ານ Trump ​ໄດ້​ໃຊ້​ເວລາ​ປະມານ​ນຶ່ງ​ປີ​ ​ເພື່ອ​ເພັ່ງ​ເລັງ​ໃສ່​ບັນດາ​ຜູ້ມີ​ສິດ​ປ່ອນ​ບັດ ຜູ້​ທີ່​ມີ​ຄວາມ​ຮູ້ສຶກ​ຢ່າງ​ແຮງ​ກ້າ​ພຽງພໍ ກ່ຽວ​ກັບ​ພັກ ​ເພື່ອ​ລົງ​ທະບຽນ​ໃນ​ນາມ​ພັກເດ​ໂມ​ແຄຣັດ ຫລືຣີພັບ​ບລິ​ກັນ. ​ແຕ່​ວ່າ​ບັນ ດາ​ຜູ້ມີ​ສິດປ່ອນ​ບັດ​ໃນ​ຈຳນວນ​ເພີ້ມຂຶ້ນ ​ໄດ້​ປະ​ກາດ​ຕົນ​ເອງ​ວ່າ ​ເປັນ​ຜູ້​ປ່ອນ​ບັດ​ທີ່​ບໍ່​ສັງກັດ​ພັກແທນ​ທີ່ຈະ​ເຂົ້າ​ຂ້າງ​ພັກ​ໃດ​ພັກ​ນຶ່ງທີ່​ເຮັດ​ໃຫ້​ເຂົ້າ​ເຈົ້າ​ເປັນ​ເປົ້າໝ​າຍ ໃຫຍ່​ທີ່​ສຸດສຳລັບການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນວັນ​ທີ 8 ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້.

ຜູ້ຖືກສະເໜີເປັນຮອງປະທານາທິບໍດີ ທ່ານ Tim Kaine ແລະຜູ້ຖືກສະເໜີເປັນປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton.
ຜູ້ຖືກສະເໜີເປັນຮອງປະທານາທິບໍດີ ທ່ານ Tim Kaine ແລະຜູ້ຖືກສະເໜີເປັນປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton.

ພາລະກິດ​ທີ່​ສຳຄັນ​ ສຳລັບ​ທັງທ່ານ​ນາງ Clinton ​ແລະ​ທ່ານ Trump ກໍ​ຄື​ການ​ຊັກ​ຊວນ​ບັນດາຜູ້​ໃຫ້​ເງິນຊ່ວຍ​ເຫລືອຢ່າງ​ພຽງພໍ ​ໃນ​ການ​ໃຊ້​ຈ່າຍ​ສຳ​ລັບການ​ໂຄ ສະນາ​ຫາ​ສຽງຂອງພວກ​ເຂົາ​ເຈົ້າ.

ທ່ານ​ນາງ Penny Lee ນັກ​ຍຸດ​ທະ​ສາດ ພັກ​ເດ​ໂມ​ແຄຣັດກ່າວ​ຕໍ່ ວີ​ໂອ​ເອ ວ່າ “ມັນສຳຄັນ​ທີ່​ສຸດ​ຕໍ່​ການ​ໃຫ້ທຶນ​ເພື່ອ​ປະຕິບັດ​ງານ​ທາງ​ພາກ​ພື້ນ​ດິນ” ການ​ໂຄສະ​ນາ​ຫາ​ສຽງ​ຕ້ອງການ “ຈ່າຍ​ພວກ​ພະນັກງານຢູ່​ໃນຫລາຍໆ​ລັດ​ເຫລົ່າ​ນີ້​ເພື່ອ​ຈະ​ສາມາດ​ຈັດ​ຕັ້ງ​ໄດ້” ນ​ອກ​ເໜືອ​ໄປ​ກວ່າ​ນັ້ນ​ເຂົາ​ເຈົ້າຕ້ອງ​ໄດ້​ຈ່າຍ​ຄ່າ​ໂຄສະນາ​ການ​ເມືອງ. “ການ​ໃຊ້ສື່​ມວນຊົນ​ລ້າໃນ​ການ​ໂຄສະ​ນາ​ຫາ​ສຽງ​ປະທານາທິບໍດີ ​ແມ່ນງ່າຍກວ່າ​ການ​ແຂ່ງຂັນ​ຂອງສະມາຊິກ​ສະພາຫລື​ອື່ນໆ​ ​ແຕ່​ທ່ານ​ຕ້ອງການ​ປຸກລະດົມ​ໃຫ້​ພວກ​ສະໜັບສະໜຸນ​ຂັ້ນພື້ນຖານ​ອອກໄປ​ປ່ອນ​ບັດ.”

ຜູ້ສະໝັກເປັນປະທານາທິບໍດີ ທ່ານ Donald Trump ຊີ້ມືໃສ່ບັນດາຜູ້ສະໜັບສະໜູນ.
ຜູ້ສະໝັກເປັນປະທານາທິບໍດີ ທ່ານ Donald Trump ຊີ້ມືໃສ່ບັນດາຜູ້ສະໜັບສະໜູນ.

ຂໍ້​ມູນ​ຫລ້າ​ສຸດ​ຈາກ ຄະນະ​ກຳ​ມາທິ​ການເລືອກ​ຕັ້ງ​ລັດຖະບານ​ກາງ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ​ການ​ໂຄສະນາ​ຫາ​ສຽງ​ຂອງທ່ານ​ນາງ Clinton ​ທີ່​ເລີ້ມ​ໃນ​ເດືອນ​ກໍລະກົດ ດ້ວຍ​ຈຳນວນ​ເງິນ 44 ລ້ານ​ໂດ​ລາ​ຢູ່ໃນ​ທະນາຄານ ປຽບທຽບ​ໃສ່ 20 ລ້ານ​ໂດ​ລາ​ຂອງ​ທ່ານ Trump​. ທ່ານ​ນາງ Clinton ຍັງໄດ້​ໃຊ້​ຈ່າຍເງິນ​ຫລາຍ ​ກວ່າ​ທ່ານ Trump ຄື 230 ລ້ານ​ໂດ​ລາ ຕໍ່ 71 ລ້ານ​ໂດ​ລານັບ​ແຕ່​ການ​ເລືອກ​ຕັ້ງເລີ້ມມາ.

ຜູ້ສະໝັກປະທານາທິບໍດີ ພັກ Libertarian ທ່ານ Gary Johnson ກ່າວຕໍ່ຜູ້ສະໜັບສະໜູນ.
ຜູ້ສະໝັກປະທານາທິບໍດີ ພັກ Libertarian ທ່ານ Gary Johnson ກ່າວຕໍ່ຜູ້ສະໜັບສະໜູນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

This item is part of
XS
SM
MD
LG