ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ລມຕ ຕ່າງປະເທດສະຫະລັດ ຢ້ຽມຢາມ ປະເທດມາລາວີ (ສະໄລດ໌)


ທ່ານນາງ Hillary Clinton ລັດຖະມົນຕີຕ່າງປະເທດສະຫະລັດ ກໍາລັງພົບປະກັບປະທານາທິບໍດີປະເທດມາລາວີ ທ່ານນາງ Joyce Banda ເມື່ອ August. 5, 2012.

ທ່ານ​ນາງ​ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກໍາລັງຢ້ຽມຢາມປະ​ເທດ
​ມາລາ​ວີ​ ຊຶ່ງ​ເປັນ​ບ່ອນ​ຢຸດ​ແວ່​ແຫ່ງສຸດທ້າຍ ຂອງທ່ານ​ນາງ​ໃນການ​ຢ້ຽມຢາມອາ​ຟຣິກາຄັ້ງນີ້.

ຫຼັງຈາກທີ່​ທ່ານ​ນາງຄລິນ​ຕັນເດີນທາງ​ໄປ​ເຖິງ​ມາລາ​ວີໃນ​ວັນ​ອາທິດ​ມື້​ນີ້ ກະຊວງ​ຕ່າງປະ​ເທດ
ສະຫະລັດ​ໄດ້​ປະກາດ​ວ່າ ທ່ານ​ນາງ​ຈະເອົາປະ​ເທດ​ໄນ​ຈີ​ເຣຍ ​ແລະ​ເບ​ນິນ​ ຕື່ມໃສ່ໃນ​ລາຍການ
​ຢ້ຽມຢາມ​ຂອງ​ທ່ານ​ນາງ.

ໃນ​ລະຫວ່າງ​ທີ່​ຢ້ຽມຢາມ​ນະຄອນຫຼວງໄນ​ໂຣບີ ປະ​ເທດ​ເຄັນ​ຢາ ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ​ນາງ​ໄດ້ຮຽກຮ້ອງ​ໃຫ້​ຊາວ​ເຄັນ​ຢາທັງຫຼາຍ ຈົ່ງ​ປະຕິບັດ​ງານ​ຮ່ວມ​ກັນ ​ເພື່ອຈັດການເລືອກຕັ້ງ​ທີ່​ເສລີ​ແລະ​ຍຸຕິ​ທໍາ ​ຂຶ້ນ​ໃນ​ເດືອນ​ມີນາ​ປີໜ້າ​ນີ້ ​ແລະ​ໃຫ້​ເປັນ​ແບບຢ່າງ​ສໍາລັບຂົງ​ເຂດ​ອາ​ຟຣິກາ​ແລະ​ໂລກ​ນໍາ. ທ່ານ​ນາງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ນໍາ ຈົ່ງຫຼີກລ່ຽງບໍ່​ໃຫ້​ເກີດ​ການນອງ​ເລືອດ​ ຄືກັນກັບທີ່ເຄັນ​ຢາເຄີຍ​ປະສົບ​ມາ ​ເມື່ອ​ຫ້າ​ປີກ່ອນ​ນັ້ນ.

ທ່ານ​ນາງ​ໄດ້​ພົບ​ປະ​ກັບ ປະທານາທິບໍດີ​ Mwai Kibaki ຜູ້​ທີ່​ກົດໝາຍຫ້າມ​ ​ບໍ່​ໃຫ້​ສະໝັກ
​ເລືອກ​ຕັ້ງ​ສະ​ໄໝ​ທີ່​ສາມນັ້ນ ​ແລະນາຍົກ​ລັດຖະມົນຕີ Raila Odinga ຜູ້​ມີຄະ​ແນນ​ນໍາ​ໜ້າ
​ໃນ​ຜົນ​ການຢັ່ງ​ຫາງ​ສຽງ​ໃນ​ການ​ແຂ່ງຂັນ​ເອົາ​ຕໍາ​ແໜ່​ງ​ແທນ​ທ່ານ. ບຸລຸດ​ທັງ​ສອງ​ທ່ານ​ນີ້ເປັນ
​ຄູ່​ແຂ່ງ​ສໍາຄັນ​ກັນ​ໃນການ​ເລືອກ​ຕັ້ງຄັ້ງ ປີ 2007 ທີ່ທ່ານໂອ​ດິງກາ ຜູ້​ນໍ​ຝ່າຍ​ຄ້ານ​ກ່າວ​ວ່າ ມີ
​ການ​ສໍ້​ໂກງ​ຄະ​ແນນເລືອກ​ຕັ້ງນັ້ນ.

ຫຼັງຈາກ​ການ​ຢຸດ​ແວ່​ເປັນ​ເວລາ​ສັ້ນໆ​ທີ່​ປະ​ເທດ​ມາລາ​ວີ​ແລ້ວ ທ່ານ​ນາງ​ມີ​ກໍານົດ​ຈະໄປ​ຢ້ຽມຢາມ​ປະ​ເທດ​ອາ​ຟຣິກາ​ໃຕ້ ​ຕໍ່ໃນ​ວັນ​ອາທິດ​ມື້​ນີ້. ​ແລະ​ກ່ອນ​ເດີນທາງ​ກັບ​ຄືນ​ສະຫະລັດ ທ່ານ​ນາງຍັງ​ຈະ​ຢຸດ​ແວ່ປະ​ເທດ​ກາ​ນາ ​ເພື່ອ​ເຂົ້າຮ່ວມ​ພິທີ​ສົ່ງສະການ​ ​ມື້​ລາງ​ປະທານາທິບໍ​ດີ John Atta Mills ທີ່ເສຍ​ຊີວິດ​ລົງ​ ໂດຍບໍ່​ຄາດ​ຝັນ ເມື່ອ​ວັນ​ທີ 24 ກໍລະກົດ​ຜ່ານ​ມາ​ນີ້.

XS
SM
MD
LG