ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ.ນ. ຄລິນຕັນ ໄປຢ້ຽມຢາມ ອາຟຣິກາ ເພື່ອຕ້ານຢັນ ການແຜ່ອິດທິພົນ ຂອງຈີນ


ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ການຕ່າງປະ​ເທດ​ສະຫະລັດ ​ເລີ້ມ
ຕົ້ນ​ການເດີນທາງຢ້ຽມຢາມ​ທະວີ​ບອາຟຣິກາໃນອາທິດນີ້
ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ການຕ່າງປະ​ເທດ​ສະຫະລັດ ​ເລີ້ມ ຕົ້ນ​ການເດີນທາງຢ້ຽມຢາມ​ທະວີ​ບອາຟຣິກາໃນອາທິດນີ້

ໃນ​ຂະນະທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ການຕ່າງປະ​ເທດ​ສະຫະລັດ​ເລີ້ມ
ຕົ້ນ​ການເດີນທາງຢ້ຽມຢາມ​ທະວີ​ບອາຟຣິກາ ແລະຢຸດແວະປະເທດ Senegal ເປັນ
​ແຫ່ງ​ທໍາ​ອິດນັ້ນ ພວກນັກວິເຄາະເຫດການເວົ້າວ່າ ການເດີນທາງໄປຢ້ຽມຢາມ 7 ປະ
ເທດຄັ້ງນີ້ ມີ​ເປົ້າໝາຍ​ເພື່ອຕ້ານຢັນອິດທິພົນຂອງຈີນ ທີ່ກໍາລັງເພີ້ມຂຶ້ນ ຕໍ່ທະວີບທີ່
ອຸດົມສົມບູນ ໄປດ້ວຍຊັບພະຍາກອນທໍາມະຊາດແຫ່ງນີ້.

ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ໃນຕະຫລອດການເດີນທາງເປັນເວລາ
10 ວັນນີ້ ທ່ານນາງ ຄລິນຕັນ ຈະເນັ້ນໃຫ້ເຫັນເຖິງແຜນການຂອງສະຫະລັດ ທີ່ຈະ ເສີມສ້າງສະຖາບັນປະຊາທິປະໄຕໃຫ້ເຂັ້ມແຂງຂຶ້ນ, ​ເສີມຂະຫຍາຍການພັດທະນາ,

ກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ, ແລະເຮັດໃຫ້ການສ້າງສັນຕິພາບ ແລະ
ຄວາມໝັ້ນ ຄົງຢູ່ໃນທະວີບອາຟຣິກາ ມີຄວາມກ້າວໜ້າ.

ແຕ່ພວກນັກວິເຄາະລວມທັງສາດສະດາຈານ Emilio Viano ທີ່ ມະຫາວິທະຍາໄລ
ອາເມຣິກັນ ທີ່ນະຄອນວໍຊິງຕັນ ໄດ້ກ່າວຕໍ່ວີໂອເອວ່າ ສ່ວນນຶ່ງໃນຍຸດທະສາດອັນນັ້ນ ແມ່ນກ່ຽວຂ້ອງກັບການທ້າທາຍຕໍ່ບົດບາດຂອງຈີນ ທີ່ໄດ້ປະກາດ ໃນເດືອນແລ້ວນີ້ວ່າ ຈະທໍາການລົງທຶນໃໝ່ຢ່າງ​ຂະໜານ​ໃຫຍ່ ຢູ່ທົ່ວທະວີບທີ່ກໍາລັງເຕີບໂຕຢ່າງວ່ອງໄວ
ແຫ່ງນີ້.

ຢູ່ທີ່ກອງປະຊຸມສຸດຍອດ ລະຫວ່າງພວກຜູ້ນໍາອາຟຣິກາ ແລະຈີນ ຢູ່ນະຄອນປັກກິ່ງ ໃນເດືອນກໍລະກົດຫາກໍ່ຜ່ານມານີ້ ຈີນໄດ້ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ເງິນກູ້ຢືມກ້ອນ
ໃໝ່ແກ່ອາຟຣິກາ ໃນມູນຄ່າ 20 ພັນລ້ານໂດລາ ສໍາລັບ​ໄລຍະສາມປີຕໍ່ໜ້າຊຶ່ງເພີ້ມ
ຂຶ້ນສອງເທົ່າ ຈາກຈໍານວນເງິນທີ່ໃຫ້ຢືມໃນຊ່ວງສາມປີກ່ອນ.

ການຄ້າລະຫວ່າງຈີນ ແລະບັນດາປະເທດໃນອາຟຣິກາ ໄດ້ຖີບຕົວສູງຂຶ້ນ ໃນຂະນະ
ທີ່ລັດຖະບານກຸງປັກກິ່ງ ຊອກຫາແຫລ່ງຊັບພະຍາກອນທໍາມະຊາດ ເພື່ອມາປ້ອນ
ເສດຖະກິດ ທີ່ກໍາລັງຮຸ່ງເຮືອງຂອງຕົນ ​ໂດຍ​ມີ​ມູນ​ຄ່າເຖິງ 166 ພັນລ້ານໂດລາ ໃນປີ
ກາຍນີ້.

ສາດສະດາຈານ Viano ໃຫ້ຄໍາເຫັນວ່າ ລັດຖະບານກຸງວໍຊິງຕັນ ບໍ່ຢາກສູນເສຍຜົນ ປະໂຫຍດທາງທຸລະກິດອັນສໍາຄັນ ຢູ່ໃນອາຟຣິກາ ຊຶ່ງເປັນທະວີບທີ່ຕັ້ງ​ຂອງຫລາຍໆ
ປະເທດ ທີ່ເສດຖະກິດກໍາລັງຂະຫຍາຍໂຕໄວທີ່ສຸດຂອງໂລກ ນັ້ນ.

XS
SM
MD
LG