ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ ຮີລລາຣີ ຄລິນຕັນ ກໍາລັງຢູ່ໃນ
ນະຄອນຫຼວງດ້ານການປົກຄອງຂອງປະເທດອາຟຣິກາໃຕ້ ເພື່ອພົບປະກັບບັນດາເຈົ້າ
ໜ້າທີ່ອະວຸໂສແລະຜູ້ນໍາທຸລະກິດ.
ໃນວັນອັງຄານມື້ນີ້ ທ່ານນາງ ຄລິນຕັນ ພົບປະກັບລັດຖະມົນຕີການຕ່າງປະເທດ
ອາຟຣິກາໃຕ້ ທ່ານນາງ Maite Nkoana-Mashabane ໃນລະຫວ່າງກອງປະຊຸມປະ
ຈໍາປີດ້ານຍຸດທະສາດຄັ້ງທີ່ 2 ລະຫວ່າງສະຫະລັດແລະປະເທດອາຟຣິກາໃຕ້ທີ່ນະຄອນ
ຫຼວງ Pretoria.
ລັດຖະມົນຕີການຕ່າງປະເທດສະຫະລັດໄດ້ສົ່ງເສີມໃຫ້ມີການລົງທຶນແລະການຄ້າຂອງ
ສະຫະລັດ ໃນລະຫວ່າງການຢ້ຽມຢາມຫຼາຍໆປະເທດໃນອາຟຣິກາ. ທ່ານນາງພວມທຳ
ການຢ້ຽມຢາມອາຟຣິກາໃຕ້ເປັນເວລາ 4 ມື້ ຊຶ່ງເປັນປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດ
ໃນທະວີບອາຟຣິກາແລະເປັນຕະຫຼາດທີ່ສຳຄັນຂອງສິນຄ້າອະເມຣິກັນ.
ທ່ານນາງຍັງຊອກຫາຊ່ອງທາງເພື່ອເພື່ອໃຫ້ໄດ້ຮັບການສະໜັບສະໜຸນຈາກອາຟຣິກາໃຕ້
ຊຶ່ງສະມາຊິກຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໃນການແກ້ໄຂ ວິກິດການ
ໃນຊີເຣຍນັ້ນ.