ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງຄລິນຕັນມ້ວນທ້າຍ ການຢ້ຽມຢາມຢູໂຣບ


ທ່ານ​ນາງ​ຮີນ​ລາ​ລີ ຄລິ​ນຕັນ ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ເສັດ​ສິ້ນ​ການເຄື່ອນ​ໄຫວຢ້ຽມຢາມ 5 ປະ​ເທດ​ໃນ​ພາກ​ກາງ​ຂອງ​ທະວີບ
ຢູ​ໂຣບ ແລະປະ​ເທດ Georgia ​ໃນພາກ​ໃຕ້ຂອງເຂດພູ​ເຂົາ Caucasus.ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫລ​ງຕໍ່​ພວກ​ຜູ້ນຳ​ແມ່ຍິງ​ກຸ່ມ​ນຶ່ງ​ໃນ​ເວລາ​ບໍ່​ດົນ
ຫລັງ​ຈາກ​ເດີນທາງ​ໄປ​ຮອດ​ນະຄອນຫລວງ Tbilisi ຂອງ Georgia ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ​ນາງຄລິນ​ຕັນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ການ​ຊ່ອຍ​ເຫລືອ​
ຂອງ​ສະຫະລັດ​ແກ່​ຈໍ​ເຈຍ ສາທາລະນະ​ລັດ​ເກົ່າຂອງ​ອະດີດ​ສະຫະພາບ​ໂຊວຽດ ​ແລະ​ຕຳ​ໜິຕີ​ຕຽນ​ການ​ຄອບ​ຄອງ​ຂອງ​ລັດ​ເຊຍ​ໃນ​ ເຂດ​ Ossetia
ໃຕ້​ແລະ Abkhasia ທ່ີແຍກ​ອອກ​ຈາກຈໍ​ເຈຍນັ້ນ.

ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ມີ​ໝາຍ​ກຳນົດພົບ​ປະກັບ ​ປະທານາທິບໍດີ Mikhail Saakashvili ​ແຫ່ງ Georgia ນຳ ​ໃນ​ລະຫວ່າງ​ການ​ຢ້ຽມຢາມເປັນ​ເວລາ​ສັ້ນໆໃນ​ມື້​ນີ້.

ທ່ານ​ນາງຄລິນ​ຕັນ ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດຢູ​ເກຣນ ​ໂພ​ລ​ແລນ Azerbaijan​ ແລະ Armenia ມາ​ແລ້ວ ​ແລະ​ກຳນົດ​ຈະ​ເດີນທາງ​ກັບ​ຄືນ​ສູ່​ວໍ​ຊິງ​ຕັນ​ໃນ​ວັນ​ອັງຄານ​ມື້​ອື່ນ. ທ່ານ​ນາງ​ກ່າວ​ວ່າ ຄວາມ​ສຳພັນ​ທ່ີ​ດີ​ຂຶ້ນ​ ທ່ີ​ລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາ​ກຳລັງ​ສ້າງຂຶ້ນກັບລັດ​ເຊຍນັ້ນ ແມ່ນເປັນ​ຜົນ​ດີຕໍ່ພວກ​ສາທາລະນະ​ເກົ່າແລະ​ພວກ​ປະ​ເທດ​ພັນທະ​ມິດຂອງອະດີດສະຫະພາບ​ໂຊວຽດ​ ທ່ີ​ທ່ານ​ນາງ​ໄດ້ໄປຢ້ຽມຢາມ​ໃນ​ລະ ຫວ່າງ​ການ​ເດີນ​ທາງ​ຄັ້ງນີ້.

XS
SM
MD
LG