ລັດຖະມົນຕີ Clinton ໄດ້ຕອບຄໍາຖາມຈາກຄົນຢູ່ທົ່ວໂລກ
ໂດຍຜ່ານທາງດາວ ທຽມ, Twitter ແລະ Facebook. ພິທີ
ດັ່ງກ່າວ ຖືກຂະໜານນາມວ່າ ເປັນ “ເຄິ່ງກອງປະຊຸມເຄິ່ງ
ການສໍາພາດລະດັບໂລກ” ຫລື “Global Townterview” ຊຶ່ງເປັນການປະສົມປະສານກັນລະຫວ່າງກອງປະຊຸມໂອ້ລົມກັບປະຊາຊົນ ແລະການໃຫ້ ສໍາພາດ.
ຄໍາເຫັນຂອງທ່ານນາງ Clinton ກ່ຽວກັບການໂຈມຕີທີ່ເກີດຂຶ້ນໃນເດືອນກັນຍາ ປີກາຍນີ້ ຢູ່ເມືອງ Benghazi ທີ່ໄດ້ສັງຫານຊີວິດຂອງຊາວອາເມຣິກັນ 4 ຄົນ ລວມທັງເອກອັກຄະ ລັດຖະທູດສະຫະລັດປະຈໍາລີເບຍນັ້ນ ມີຂຶ້ນຍ້ອນເປັນການຕອບຕໍ່ຄໍາຖາມ ທີ່ຖາມມາ ຈາກຄົນຢູ່ນະຄອນລອນດອນ.
ນອກນັ້ນແລ້ວ ຍັງມີຄໍາຖາມມາຈາກພວກເຂົ້າຮ່ວມສື່ສັງຄົມ ຫລື social media ຢູ່ໃນ ອອສເຕຣເລຍ, ໂຄລໍາເບຍ, ຍີ່ປຸ່ນ ແລະໄນເຈີເຣຍ ຊຶ່ງ ລວມມີບັນຫາທີ່ນັບຕັ້ງແຕ່ເລື້ອງ ອີຣ່ານ ໄປຈົນເຖິງເລື້ອງເກົາຫລີເໜືອ ຕະ ຫລອດທັງການຕໍ່ສູ້ ຕ້ານພວກຫົວຮຸນແຮງຈັດ.
ວັນສຸດທ້າຍຂອງການເປັນລັດຖະມົນຕີ ກະຊວງການຕ່າງປະເທດຂອງ ທ່ານນາງ Clinton ແມ່ນວັນສຸກທີ່ຈະມາເຖິງນີ້.
ເບິ່ງວີດິໂອທີ່ກ່ຽວຂ້ອງ: