ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ເດີນທາງໄປຢ້ຽມຢາມ ເຂດເອເຊຍກາງ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຂວາ) ແລະປະທານາທິບໍດີຕາຈິກ ກິສຖານ ທ່ານ Emomali Rakhmon ທີ່ທຳນຽບລັດຖະບານ ໃນນະຄອນຫຼວງ Dushanbe (22 ຕຸລາ 2011)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຂວາ) ແລະປະທານາທິບໍດີຕາຈິກ ກິສຖານ ທ່ານ Emomali Rakhmon ທີ່ທຳນຽບລັດຖະບານ ໃນນະຄອນຫຼວງ Dushanbe (22 ຕຸລາ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວຕໍ່ກອງປະຊຸມ
ທາວນ໌ຮອລແຫ່ງນຶ່ງ ທີ່ນະຄອນຫຼວງ Dushanbe ຂອງຕາຈິກກິສຖານໃນວັນເສົາມື້ນີ້ວ່າ ທ່ານນາງຈະຍົກເອົາບັນຫາສິດທິມະນຸດ ຂຶ້ນມາໂອ້ລົມສົນທະນາກັບພວກຜູ້ນຳທັງຂອງປະ ເທດຕາຈິກກິສຖານແລະອຸສເບັກກິສຖານ ທີ່ທ່ານນາງຈະເດີນທາງໄປຢ້ຽມຢາມຕໍ່ໃນມື້ນີ້.

ເມື່ອມີການຖາມວ່າເປັນຫຍັງ ທ່ານນາງຈຶ່ງຈະພົບປະ ກັບປະທານາທິບໍດີອຸສເບັກກິສຖານ
ທ່ານ Islam Karimov ທີ່ຖືກກ່າວຫາວ່າໄດ້ທຳການລ່ວງລະເມີດທາງດ້ານສິດທິມະນຸດ
ຈຳນວນນຶ່ງນັ້ນ ທ່ານນາງ Clinton ກ່າວຕອບວ່າ ຖ້າຫາກບໍ່ມີການຕິດຕໍ່ກໍໝາຍຄວາມ
ວ່າບໍ່ມີອິດທິພົນ ແລະປະເທດອື່ນໆ ທີ່ບໍ່ໃຫ້ຄວາມສຳຄັນໃນເລື່ອງສິດທິມະນຸດ ກໍຈະເຂົ້າ
ມາແທນຊ່ອງຫວ່າງດັ່ງກ່າວ.

ທ່ານນາງ Clinton ພວມຢູ່ໃນລະຫວ່າງການເດີນທາງໄປຢ້ຽມຢາມ ເພື່ອຊຸກຍູ້ໂຄງການ
ໃໝ່ຂອງເສັ້ນທາງສາຍໄໝ ຊຶ່ງຈະເພີ່ມທະວີການຄ້າຂາຍ ແລະການພານິດລະຫວ່າງບັນ
ດາປະເທດຕ່າງໆໃນເຂດເອເຊຍກາງ.

ໃນມື້ວານນີ້ ທ່ານນາງ Clinton ໄດ້ໄປຢ້ຽມຢາມປາກິສຖານ ບ່ອນທີ່ທ່ານນາງໄດ້ພົບ ປະກັບລັດຖະມົນຕີການຕ່າງປະເທດ Hina Rabbani Khar ແລະທ່ານນາງ Clinton ໄດ້ຮຽກຮ້ອງໃຫ້ປາກິສຖານເອົາບາດກ້າວທີ່ໜັກແໜ້ນ ເພື່ອປະຕິເສດບໍ່ໃຫ້ບ່ອນຫຼົບລີ້ແກ່
ພວກກະບົດໃນອັຟການິສຖານ ແລະຊຸກຍູ້ໃຫ້ພວກຕາລີບານເຂົ້າຮ່ວມການເຈລະຈາສັນ
ຕິພາບໃນອັຟການິສຖານ.

XS
SM
MD
LG