ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງໂຣເຊັນສວິກ ນັກພູມອາກາດວິທະຍາຊາວອາເມຣິກັນ ໄດ້ຮັບລາງວັນອາຫານໂລກ


ແຟ້ມ-ທ່ານນາງຊິນເທຍ ໂຣເຊັນສວິກ, ຜູ້ທີ່ໄດ້ຮັບລາງວັນອາຫານໂລກປະຈໍາປີ 2022, ພົບກັບບັນດາສື່ມວນຊົນ ຢູ່ທີ່ໂຮງຮຽນມະຫາວິທະຍາໄລກ່ຽວກັບສະພາບອາກາດໂຄລົມເບຍ ໃນນະຄອນນິວຢອກຊິຕີ້, ວັນທີ 3 ພຶດສະພາ 2022.
ແຟ້ມ-ທ່ານນາງຊິນເທຍ ໂຣເຊັນສວິກ, ຜູ້ທີ່ໄດ້ຮັບລາງວັນອາຫານໂລກປະຈໍາປີ 2022, ພົບກັບບັນດາສື່ມວນຊົນ ຢູ່ທີ່ໂຮງຮຽນມະຫາວິທະຍາໄລກ່ຽວກັບສະພາບອາກາດໂຄລົມເບຍ ໃນນະຄອນນິວຢອກຊິຕີ້, ວັນທີ 3 ພຶດສະພາ 2022.

ນັກພູມອາກາດວິທະຍາ ແລະ​ຜູ້​ຊ່ຽວຊາວ​ດ້ານ​ການ​ກະ​ເສດອາເມຣິກັນ ທ່ານນາງຊິນເທຍ ໂຣເຊັນສວິກ (Cynthia Rosenzweig) ​ທີ່ກຽມຮັບລາງວັນ ​ອາ​ຫານ​ໂລກ ຫຼື World Food Prize ຢູ່ທີ່ເມືອງດີມອຍ ລັດໄອໂອວາ, ສໍາລັບການສ້າງແບບຈໍາລອງຂຶ້ນມາ ກ່ຽວກັບວິທີການປ່ຽນແປງ ຂອງສະພາບອາກາດ ວ່າ ມີຜົນຕໍ່ລະບົບການຜະລິດອາຫານ ຢູ່ໃນທົ່ວໂລກແນວໃດ.

ມູນນິທິ World Food Prize ໄດ້ປະກາດໃຫ້ທ່ານນາງໂຣເຊັນສວິກ ເປັນຜູ້ຮັບລາງວັນດັ່ງກ່າວ ໃນເດືອນພຶດສະພາຂອງປີນີ້, ເຊິ່ງລາງວັນນີ້ຈະໄດ້ຮັບເງິນຈໍານວນ 250,000 ໂດລາ.

ມູນນິທິເປີດເຜີຍວ່າ ໄດ້ມີການອ້າງອີງ ຈາກໂຄງການສ້າງແບບຈໍາລອງໂດຍການສົມທຽບ ແລະປັບປຸງທາງດ້ານການກະເສດ, ເຊິ່ງກ່າວວ່າ “ໄດ້ໃຫ້ຜູ້ຜະ ລິດຫຼາຍກວ່າ 90 ປະເທດທົ່ວໂລກຕັດສິນໃຈໂດຍກົງ ເພີ້ມຄວາມສາມາດໃນການຟື້ນຟູການຜະລິດຕໍ່ການປ່ຽນແປງຂອງສະພາບອາກາດ.”

ພິທີມອບລາງວັນໃນວັນພະຫັດທີ່ຈະມາເຖິງນີ້ ເປັນນຶ່ງໃນຫຼາຍໆມື້ຂອງກິດຈະກໍາຕ່າງໆທີ່ລວມມີກຸ່ມຜູ້ຊ່ຽວຊານ ແລະການກ່າວຄໍາປະໄສພາຍໃຕ້ຫົວຂໍ້ “ໃຫ້ອາຫານແກ່ໜ່ວຍໂລກທີ່ອ່ອນແອ.”

ໃນຈໍານວນກຸ່ມຜູ້ຊ່ຽວຊານພິເສດນັ້ນປະກອບມີ ກີສ໌ ຮຸຍຊິງກາ (Kees Huizinga) ຊາວກະສິກອນຢູເຄຣນ ທີ່ມູນນິທິກ່າວວ່າຈະສ້າງໂຄງຮ່າງຄວາມທ້າທາຍໃນການຜະລິດອາຫານໃນປະເທດຂອງລາວ ໃນຂະນະທີ່ຕ້ອງປະເຊີນກັບການຮຸກຮານຂອງຣັດເຊຍ, ການລະບາດໃຫຍ່ຂອງພະຍາດໂຄວິດ-19 ແລະຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ.
ມູນນິທິດັ່ງກ່າວ ຍັງຈະໄດ້ໃຫ້ກຽດ ແກ່ທ່ານມາຮາລິງກາມ ໂກວິນດາຣາຈ (Mahalingam Govindaraj) ທີ່ເປັນຜູ້ໄດ້ຮັບລາງວັນຊະນະເລີດ Norman E. Borlaug Award ສໍາລັບການຄົ້ນຄວ້າ ແລະການນໍາເອົາມາໃຊ້, ເຊິ່ງໄດ້ປະກາດອອກໄປ ໃນເດືອນສິງຫາທີ່ຜ່ານມາ. ລາງວັນ ແລະເງິນຈໍານວນ 10,000 ໂດລາ ແມ່ນຈະມອບໃຫ້ແກ່ບຸກຄົນທີ່ມີອາຍຸຕໍ່າກວ່າ 40 ປີສໍາລັບວຽກງານທາງດ້ານວິທະຍາສາດ ກ່ຽວກັບການກະເສດສາກົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG