ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ​​ ເລື່ອງ​ດິນ​​​ຟ້າ​ ອາກາດ ທີ່ກຸງວໍຊໍ ມີຄວາມຫວັງ ເລັກນ້ອຍ


ບັນດາຜູ້ຕາງໜ້າຈາກ 190 ກວ່າປະເທດ ທີ່ເຂົ້າຮ່ວມປະຊຸມ ກ່ຽວກັບການປ່ຽນແປງ ດິນຟ້າອາກາດ ທີ່ກຸງວໍຊໍ
ບັນດາຜູ້ຕາງໜ້າຈາກ 190 ກວ່າປະເທດ ທີ່ເຂົ້າຮ່ວມປະຊຸມ ກ່ຽວກັບການປ່ຽນແປງ ດິນຟ້າອາກາດ ທີ່ກຸງວໍຊໍ
ການເຈລະຈາ​ກ່ຽວ​ກັບ​ເລື່ອງ​ດິນ​ຟ້າ​ອາກາດ ທີ່ກຸງ Warsaw
​ໄດ້​ດໍາ​ເນີນ​ໄປ ກາຍກໍານົດມື້​ນຶ່ງ ​ໂດຍ​ມີ​ຄວາມ​ຫວັງແຕ່​ພຽງ​
ເລັກນ້ອຍ ທີ່​ຈະ​ບັນລຸການ​ຕົກລົງ​ກັນໄດ້ ລະຫວ່າງບັນດາປະ​
ເທດ​ຈະ​ເລີ​ນ​ແລ້ວ ແລະປະ​ເທດ​ກໍາລັງ​ພັດທະນາຢູ່ທີ່​ກອງ
​ປະຊຸມ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ຂອງ​ສະຫະ​ປະຊາ​ຊາດ.

ຫລັງ​ຈາກໄດ້​ເຈລະຈາ​ຫາ​ລື​ກັນມາ​ເປັນ​ເວລາ 2 ອາທິດ​ແລ້ວ
ບັນດາ​ຜູ້ຕາງໜ້າ​ຈາກ 190 ກວ່າປະ​ເທດ ຍັງ​ໂຕ້​ຖຽງ​ກັນ​ໃນ
​ວັນ​ເສົາ​ມື້​ນີ້ ກ່ຽວກັບ​ເປົ້າໝາຍ​ ​ໃນ ການ​ແບ່ງ​ສັນ​ປັນ​ສ່ວນໃນ​
ການຫຼຸດການ​ປ່ອຍ​ແກັສຄາບ​ອນໄດ​ອັອກ​ໄຊລະຫວ່າງ ບັນ
ດາປະ​ເທດຮັ່ງ​ມີ ແລະປະ​ເທດ​ທຸກ​ຍາກ ​ແລະ​ກ່ຽວກັບ​ການ​
ໃຫ້​ທຶນ​ແກ່ບັນດາ​ປະ​ເທດ​ທີ່ມີ​ຄວາມ​ຫຼໍ່​ແຫຼມຕົກ​ຢູ່​ໃນອັນຕະ
ລາຍ ​ໃນ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ ກາດ.

ປະ​ເທດທີ່​ກໍາລັງ​ພັດທະນາ​ເຊັນ​ວ່າ ຈີນ ​ແລະ​ອິນ​ເດຍ ​ຢືນຢັດ
​ວ່າ ​ປະ​ເທດທີ່​ຮັ່ງ​ມີກວ່າ​ນັ້ນຄວນຮັບ​ເອົາ​ເປົ້າໝາຍ​ທີ່​ເຄັ່ງຂັດ​
ຫລາຍ​ກ່ອນ​ເຂົາ​ເຈົ້າ. ນອກ​ນັ້ນ ບັນ ດາ​ປະ​ເທດ​ທີ່​ທຸກ​ຍາກ ຍັງ​ຕ້ອງການ​ໃຫ້​ປະ​ເທດ​ຮັ່ງມີ ​ເພີ້ມ​ການ​ຊ່ວ​ບ​ເຫລືອ​ແກ່ ບັນດາ​ປະ​ເທດ​ທີ່​ປະ​ສົບ​ກັບ​ໄພພິບັດ​ຕ່າງໆ ທີ່​ເຂົາ​ເຈົ້າເວົ້າ​ວ່າ ​ມີ​ຄວາມ​ຮ້າຍ​ແຮງ​ເພີ້ມຂຶ້ນ ຍ້ອນການ​ປ່ຽນ​ແປງຂອງດິນ​ຟ້າ​ອາ ກາດນັ້ນ.
XS
SM
MD
LG