ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂຄງການ​ Climate-Smart Agriculture ຈະຊ່ອຍຫຼຸດຜ່ອນ​ ຄວາມທຸກ​ຍາກ


ເກັບກຽວເຂາໃກໆຮາໂນຍ
ເກັບກຽວເຂາໃກໆຮາໂນຍ

ມາລາ​ວີ ​ແຊມ​​ເບຍ ​ແລະຫວຽດນາມ ຈະ​ເຂົ້າ​ຮ່ວມ​ໃນ​ໂຄງການ​ໃໝ່​ ​ເພື່ອ​ກ້າວ​ໄປ​ສູ່​ການ​ກະສິ ກຳ ທີ່​ມີ​ການ​ປັບ​ຕົວ​ໃຫ້​ຖືກ​ກັບ​ສະພາບອາກາດ ຫຼື Climate-smart agriculture ຊຶ່ງມີຈຸດ ປະສົງ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້​ຊາວ​ກະສິກອນ ​ປັບ​ຕົວ​ເຂົ້າ​ກັບສະພາບການປ່ຽນ​ແປງ​ຂອງ​ດິນ ​ຟ້າ​ອາກາດ​ ​ໃນຂະນະ​​ທີ່​ພະຍາຍາມ​ຊ່ວຍ​ຄວບ​ຄຸມການ​ປ່ອຍ​ທາດ​ຄາຣ໌ບອນ​ຈາກ​ການ​ເຮັດ​ໄຮ່​ ເຮັດ​ສວນ​ນັ້ນ. ຜູ້​ສື່ຂ່າວ​ວີ​ໂອ​ເອ Joe De Capua ມີ​ລາຍ​ງານກ່ຽວ​ກັບ​ເລື່ອງ​ນີ້ ດັ່ງກິ່ງ​ສະ ຫວັນ​ຈະ​ນຳ​ມາສະ​ເໜີ​ທ່ານ.

ສ​ະຫະພາບຢູ​ໂຣບ ອົງການ​ອາຫານ​ແລະ​ກະ​ເສດ​ຂອງສະຫະ​ປະຊາ​ຊາດ ໃຫ້​ທືນສະໜັບ​
ສະ​ໜຸນຕໍ່​ໂຄງການ​ໃໝ່​ໂຄງການ​ນຶ່ງ ​ໃນ​ມູນ​ຄ່າ 6 ລ້ານ 7 ແສນໂດ​ລາ.

ທ່ານ​ນາງ Wendy Mann ຈາກອົງການ​ອາຫານແລະ​ກະ​ເສດຂອງ​ສະຫະ​ປະຊາ​ຊາດ ​ຫຼື FAO ເປັນ​ທີ່​ປຶກສາ​ພິ​ເສດຂອງ​ໂຄງການ​ມີ​ຊື່ວ່າ Climate-Smart Agriculture ​ເພື່ອ​ໃຫ້ມີ​ລາຍ​ໄດ້ເພີ່ມ​ຂຶ້ນ ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແຕ່​ຕ້ອງ​ໄດ້​ປັບ​ຕົວ​ຕໍ່​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ໃຫ້​ໄດ້​ມາ​ຊຶ່ງຄວາມ​ໝັ້ນຄົງ​ທາງ​ດ້ານອາຫານ. ທ່ານ​ນາງ Mann ກ່າວ​ວ່າ:

"Climate-smart agriculture ​ແມນ​ໄດ້​ຕີ​ຄວາມ​ໝາຍ​ອອກມາວ່າ ການ​ຈະ​ເລີ​ນງອກ​ງາມ​ຂອງ​ລາຍ​ຮັບ​ຈາກ​ການກະ​ເສດແລະ​ການ​ຜະລິດ​ເພອ​ຊົດ​ຊອຍ​ການ​ຂາດ​ເຂີນ​ຂອງ​ເຂາປາ​ອາຫານ​ແລະ​ຫຼຸດຜອນຄວາມ​ອຶດ​ຢາກລົງ. ​ແລະເພື່ອ​ເຮັດ​ໃຫ້​ໄດ້​ແນວ​ນັ້ນ ​ພວກ​ເຮົາ​ຕອງໄດ້ປັບ​ໃຫ້​ເຂົ້າ​ສະພາບ​ການປຽນ​ແປງ​ຂອງ​ດິນ​ຟ້າອາກາດ​ແລະພະຍາຍາມ​ເກັບ​ກຳ​ຜົນ​ປະ​ໂຫຍ​ດບົ່ມ​ຊ້ອນຈາກາຍໆດານ ຊງ​ຈະ​ນຳ​ລາຍ​ໄດ​ມາ​ສູ່​ການ​ພັດທະນາທາງ​ດ້ານ​ການ​ກະ​ເສດຂອງ​ປະ​ເທດເຫຼົ່ານນ."


ອົງການ​ອາຫານແລະ​ກະ​ເສດ​ສະຫະ​ປະຊາ​ຊາດພິຈາລະ​ນາ​ວ່າ ​ແຊມເບຍ ​ແລະມາລາ​ວີ ​ເປັນ​ປ​ະເທດ ທີ່ມີ​ລາຍ​ໄດ້​ຕໍ່າ ​ແລະ ກໍາ​ລັງພັດທະນາ​ ​ແຕ່​ເຖິງ​ຢ່າງໃດ​ກໍ​ດີປະ​ເທດ​ທັງ​ສອງ​ຕ່າງກໍ​ມີ​ນະໂຍບາຍການ​ປັບ​ຕົວ​ເຂົ້າກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່ ​ໄດ້​ກາງ​ຕໍ່​ຢ່າງ​ໜັກ​ໃສ່​ດ້ານ​ກະສິກຳ. ທ່ານນາງ​ Mann ກ່າ​ວວ່າ ຫວຽດນາມ ມີ​ເຫ​ດຜົນແຕກຕ່າງໃນ​ກາ​ນ​ເຂົ້າ​ຮ່ວມຢູ່ໃນໂຄງການ​ສາມ​ປີດັ່ງກ່າວ​ນີ້ ຊຶ່ງ​ທ່ານ​ນາງ​ໃຫ້​ເຫດຜົນ​ວ່າ:

"ຫວຽດນາມ​ໄດ​ປຽນ​ຈາ​ກກາ​ນ​ເປັນ​ປະ​ເທດ​ທ​ສັ່ງ​ເຂາກິນ ​ແລ້ວກາຍມາ​ເປັນປະ​ເທດ​ທີ່​ສົ່ງ​ເຂົ້າ​ອອກ​ຂາຍ​ຕ່າງປະ​ເທດ​ ຄື​ຫວຽດນາມ​ໄດ​ປະ​ສົບຜົນ​ສຳ​ເລັດ​ແດ​ແລວ​ ທາງ​ດານ​ການ​ກະ​ເສດ. ​ແຕ​ພວກ​ເຂົາ​ເຈາ​ກໍ​ຍັງ​ເປັນ​ຫວງ​ກັງວົນ​ຢາງ​ໃຫຍ​ວງ​ຕ​ຜົນ​ກະ ທົບ​ຈາກການ​ປຽນ​ແປ​ງຂອງ​ດິນ​ຟາອາກາດ ໂດຍ​ສະ​ເພາະ​ໃນ​ເຂດ​ສາມ​ແມ​ແມ​ນຂອງ​ ບອນ​ທ​ລະດັບ​ນ​ທະ​ເລ​ສູງ​ຂນ ຊງ​ນ​ແມນເຂດທ​ພວກ​ເຂົາເຈົ້າປູກ​ເຂາ​າຍ​ ​ເພາະສະ​ນນ​ພວກ​ເຂົາ​ເຈາ​ຈງຢານ​ວາມັນຈະເປັນ​ການ​ຖອຍ​ຫຼັງ."

ມາລາ​ວີ ​ແຊມ​ເບຍ ​ແລະຫວຽດນາມ ຈະ​ພາກັນ​ດັດ​ແປງແກ້ໄຂນະ​ໂຍບາຍ​ການ​ປູກຝັງຂອງ​ຕົນ ເພື່ອໃຫ້ສອດຄ່ອງກັບ​ຄວາ​ມຕ້ອງການ​ຂອງພວກ​ເຂົາ​ເຈົ້າ. ທ່ານນາງ​ແມນກ່າວ​ຕື່ມ​ອີກ​ວ່າ ອົງການ FAO ​ແລະສະຫະພາບຢູ​ໂຣບ ຈະ​ບໍ່​ຊອກ​ສະ​ແຫວ​ງຫານະ​ໂຍບາຍ​ໃດ​ນຶ່ງ​ທີ່​ສາມາດ​ນຳ​ໃຊ້​ໄດ້​ກັບ​ທຸກໆ​ປະ​ເທດສຳລັບ​ການ​ກະ ສິກຳ​ແບບປັບ​ຕົວ​ເຂົ້າກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດນັ້ນ.

"ບ​, ບ​ແມນ​ຈງ​ຊນດອກ​. ຄື​ພວກ​ເຮົາ​ໄດ​ເວາ​ຢາງ​ຈະ​ແຈງ​ໃນ​ເອກ​ກະສາ​ນຂອງ
ໂຄງການ​ນ ​ແລະ​ໃນເອກ​ກະສາ​ນອນ​ໆທ​ພວກ​ເຮົາ​ໄດ​ຂຽນ​ໄວ​ນນວາ ມັນ​ຈະ​ບ​ມີ
ແຜນຜັງຕາຍ​ຕົວ​ແລະ​ປະ​ເທດ​ໃດປະ​ເທດ​ນງ​ທ​ຢູ​ພາຍ​ໃຕຂສະ​ເພາະ​ເຈົາະຈົງທ​
ບົ່ງ​ບອກ​ເຖິງວິທີປັບປຸງ​ຂອງ​ການ​ປະຕິ​ບັດ​ງານ, ຮາງ​ນະ​ໂຍບາຍ​ແລະ​ການ​ຄຸ້ມ
ຄອງດ້ານການ​ເງິນ ເພາະວາ​ຖາ​ມີ​ການ​ຂາດ​ເຂີນ​ຈາກ​ດານເຂາປາ​ອາຫານ​,
ການພັດທະນາ ​ແລະ​ການ​ປຽນ​ແປງ​ຂອງດິນ​ຟາ​ອາກາດ​ແລວ ການ​ເງິນ​ກໍ​ຍອມ
ຈະ​ປຽນ​ແປງໄປຄື​ກັນ ​ແລະວາ​ເຂົາເຈາ​ຕອງ​ຮູຈັກ​ອອນ​ຄອຍ​ໄປ​ຕາມ​ສະພາວະ​
ແລະ​ສະຖານະ​ການ​ເພອ​ໃຫ​ເໝາະ​ສົມ​ທ​ສຸດ."


ທີ່​ປຶກສາ​ພິ​ເສດ​ຂອງ​ອົງການ FAO ກ່າວ​ວ່າ ຂໍ້​ມູນ​ຕ່າງໆ​ທີ່ ມີ​ການ​ເກັບ​ກຳ​ໃນ​ລະດັບ​ທ້ອງ​ຖິ່ນ​ນັ້ນ ສາມາດ​ເປັນ​ຜົນ​ດີີ​ຕໍ່​ລະດັບ ນາໆ​ຊາດ​ໄດ້ ຊຶ່ງ​ທ່ານ​ນາງ​ແມນ​ກ່າວ​ວ່າ:

"ພວກ​ເຮົາກໍຍັງຫັວງວາ ບັນດາ​ປະ​ເທດ​ທັງາຍ​ທ​ກຳລັງ​ກ​ຮາງ​ສາງ​ຕົວ ສາງ​ຄວາມ​ສາມາດແລະ​ມີ​ຄວາມ​ໝນ​ໃຈ​ໃນ​ການ​ປະ​ເຊີນ​ກັບ​ສະພາວະ​ຕາງໆ​ແລວ ​ມັນ​ກໍອາດ​ຈະ​ເປັນ​ການ​ຊອຍ​ສະພາວະ​ຂອງ​ດິນ​ຟາ​ອາກາດ​ໃນ​ການ​ຕ​ລອງ​ເພອ​ຈະ​ສືບ​ຕ​ດຳ​ເນີນ​ງານ​ຢາງ​ວອງ​ໄວ​ຂນ ຊງ​ພວກ​ເຂົາ​ເຈາ​ອາດຈະໄດ້​ມີ​ການ​ເຊ​ອງຊາ​ແດ່​ໃນ​ຊວງ​ຫຼັງໆ​ນ."

ທ່ານ​ນາງ​ແມນ​ກ່າວ​ມ້ວນທ້າຍ​ວ່າ ມັນ​ຈະ​ແມ່ນ​ພວກ​ພໍ່​ໄຮ່​ຊາວ​ສວນ​ເປັນ​ຜູ້ນຳ​ໃຊ້​ນະ​ໂຍບາຍ​ໃໝ່​ເຫຼົ່ານີ້​ໂດຍ​ໄດ້​ຮັບ​ຄວາມ​ສະໜັບສະໜຸນ​ຈາກ​ລັດຖະບານ​ແລະ​ອົງການ​ຕ່າງໆ.

XS
SM
MD
LG