ພວກນັກວິທະຍາສາດດ້ານດິນຟ້າອາກາດທີ່ມີຊື່ສຽງ 4 ທ່ານ
ກຳລັງຮຽກຮ້ອງໃຫ້ພວກອະນຸລັກສິ່ງແວດລ້ອມໃຫ້ສະໜັບສະ
ໜຸນການພັດທະນາລະບົບຜະລິດພະລັງງານນີວເຄລຍທີ່ປອດ
ໄພຂຶ້ນ ໃນຖານເປັນທາງເລືອກອັນນຶ່ງແທນນ້ຳມັນເຊື້ອໄຟ
ທີ່ຂຸດຂຶ້ນມາຈາກໃຕ້ດິນທີ່ເຮັດໃຫ້ເກີດໂລກຮ້ອນນັ້ນ.
ບັນດານັກວິທະຍາສາດທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດແລະອອສເຕຣເລຍ ໄດ້ທຳການຮຽກ
ຮ້ອງດັ່ງກ່າວໃນຈົດໝາຍສະບັບນຶ່ງທີ່ເປີດເຜີຍໃຫ້ຮູ້ໃນວັນອາທິດວານນີ້ ແລະສົ່ງໄປຫາພວກ
ຜູ້ຄົນທີ່ມີອິດທິພົນໃນການວາງນະໂຍບາຍດ້ານສິ່ງແວດລ້ອມ ແຕ່ຄັດຄ້ານຕໍ່ການໃຊ້ພະລັງ
ງານນີວເຄລຍ.
ພວກອະນຸລັກສິ່ງແວດລ້ອມຫຼາຍຄົນເຊື່ອວ່າ ພວກໂຮງໄຟຟ້ານີວເຄລຍຕ່າງໆອັນຕະລາຍໂພດ
ແລະສິ້ນເປືອງຄ່າໃຊ້ຈ່າຍແພງສຳລັບຜະລິດພະລັງງານມາທົດແທນນ້ຳມັນເຊື້ອໄຟທີ່ຂຸດຄົ້ນອອກ
ມາຈາກໃຕ້ດິນນັ້ນ ແລະກ່າວຕໍ່ໄປວ່າ ພວກລັດຖະບານປະເທດຕ່າງໆ ແທນທີ່ຈະໃຊ້ພະລັງງານ
ນີວເຄລຍນັ້ນ ຄວນຈະລົງທຶນໃສ່ແຫຼ່ງພະລັງງານຕ່າງໆເຊັ່ນ ລະບົບໃຊ້ແສງຕາເວັນແລະລົມ ເພື່ອ
ສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງໂລກນັ້ນ.
ແຕ່ພວກທີ່ຂຽນຈົດໝາຍສະບັບນີ້ ກ່າວວ່າ ລະບົບໃຊ້ແສງຕາເວັນແລະລົມບໍ່ສາມາດທີ່ຈະຜະລິດ
ອອກມາໄດ້ໄວ ເພື່ອສະໜອງພະລັງງານທີ່ຖືກແລະເຊື່ອຖືໄດ້ໃນລະດັບທີ່ເສດຖະກິດຂອງໂລກຕ້ອງ
ການນັ້ນ. ພວກຂຽນຈົດໝາຍສະບັບນີ້ຍັງກ່າວຕື່ມວ່າ ມັນຈະຕ້ອງມີບົດບາດຫຼາຍສົມຄວນສຳລັບ
ພະລັງງານນີວເຄລຍໃນການແກ້ໄຂໃດໆທີ່ໜ້າເຊື່ອຖືໄດ້ໄປສູ່ການເຮັດໃຫ້ດິນຟ້າອາກາດຂອງໂລກ
ມີສະຖຽນລະພາບ.