ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລື້ອງດິນຟ້າອາກາດ ໄວຣັສໂຄໂຣນາ ກຳແພງຊາຍແດນ ລວມຢູ່ໃນເປົ້າໝາຍ ຂອງດຳລັດທ່ານໄບເດັນ


ປະທານາທິລໍດີ ໂຈ ໄບເດັນ ຢຸດຊົ່ວຄາວ ຂະນະທີ່ ທ່ານ ລົງນາມ ໃນດຳລັດຝ່າຍບໍລິຫານ ຢູ່ໃນຫ້ອງການໂອໂວລ ຂອງທຳນຽບຂາວ, ໃນວັນພຸດ ທີ 20 ມັງກອນ 2021, ໃນນະຄອນຫຼວງ ວໍຊິງຕັນ. (AP Photo/Evan Vucci)
ປະທານາທິລໍດີ ໂຈ ໄບເດັນ ຢຸດຊົ່ວຄາວ ຂະນະທີ່ ທ່ານ ລົງນາມ ໃນດຳລັດຝ່າຍບໍລິຫານ ຢູ່ໃນຫ້ອງການໂອໂວລ ຂອງທຳນຽບຂາວ, ໃນວັນພຸດ ທີ 20 ມັງກອນ 2021, ໃນນະຄອນຫຼວງ ວໍຊິງຕັນ. (AP Photo/Evan Vucci)

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ລົງນາມໃນດຳລັດຝ່າຍບໍລິຫານຫຼາຍສະບັບ ແລະເອົາມາດຕະການອື່ນໆ ໃນວັນພຸດວານນີ້ ທີ່ແນໃສ່ເພື່ອຮັບມື ກັບວິກິດການໄວຣັສໂຄໂຣນາ ແລະຕ່າວປີ້ນການປ່ຽນແປງດ້ານນະໂຍບາຍຈຳ ນວນນຶ່ງ ທີ່ໄດ້ອອກເປັນກົດໝາຍພາຍໃຕ້ອະດີດປະທານາທິບໍດີ ດໍໂນລ ທຣຳ.

“ບໍ່ມີເວລາໃດທີ່ຈະເລີ້ມຕົ້ນ ຄືກັບມື້ນີ້” ທ່ານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ພິທີການລົງນາມ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ໄດ້ຖືກສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ.

ລວມຢູ່ໃນຄຳສັ່ງດັ່ງກ່າວນັ້ນ ທ່ານໄບເດັນ ໄດ້ຍຸຕິການຫ້າມເດີນທາງເຂົ້າມາໃນສະຫະລັດ ຕໍ່ປະເທດທີ່ມີຊາວມຸສລິມອາໄສຢູ່ເປັນສ່ວນໃຫຍ່ ຈຳນວນນຶ່ງ, ຮຽກ ຮ້ອງຕໍ່ອົງການຂອງລັດຖະບານກາງຕ່າງໆໃຫ້ເອົາເລື້ອງຄວາມສະເໝີພາບດ້ານ ເຊື້ອຊາດເປັນບູລິມະສິດ, ຢຸດການກໍ່ສ້າງກຳແພງຢູ່ເລາະຕາມຊາຍແດນຕິດກັບເມັກຊິໂກ, ຍົກເລີກການຮັບຮອງເພື່ອໃຫ້ບໍລິສັດ ຄີສໂຕນ ແອັກສ໌ແອລ ວາງທໍ່ສົ່ງນ້ຳມັນ, ຕ່າວປີ້ນຄຳສັ່ງຂອງທ່ານທຣຳ ທີ່ເອົາພວກບໍ່ໄດ້ຮັບສັນຊາດ ອອກຈາກການສຳຫຼວດພົນລະເມືອງຂອງສະຫະລັດ, ແລະເສີມຂະຫຍາຍ ການປົກປ້ອງເພື່ອຕໍ່ຕ້ານການຖືກຈຳແນກ ບົນພື້ນຖານຂອງການລະບຸໂຕທາງເພດ ຫຼື ລົດສະນິຍົມທາງເພດ.

ທ່ານໄບເດັນ ຍັງໄດ້ລົງນາມໃນໜັງສືຫຼາຍສະບັບ ທີ່ປະກາດວ່າ ສະຫະລັດມີຈຸດປະສົງ ທີ່ຈະເຂົ້າຮ່ວມຂໍ້ຕົກລົງດ້ານດິນຟ້າອາກາດປາຣີ ແລະຖອນການປະ ກາດຂອງທ່ານທຣຳທີ່ວ່າສະຫະລັດຈະຖອນໂຕອອກຈາກອົງການອະນາໄມໂລກ ຫຼື WHO.

ກ່ຽວກັບເລື້ອງໄວຣັສໂຄໂຣນາ ທ່ານໄບເດັນ ໄດ້ຕໍ່ເວລາການຫ້າມຂັບໄລ່ອອກຈາກທີ່ພັກຍ້ອນເປັນໜີ້ໃນການຊຳລະຄ່າເຊົ່າຂອງລັດຖະບານກາງ, ອອກຂໍ້ບັງ ຄັບໃຫ້ໃສ່ໜ້າກາກໃນຕຶກອາຄານຂອງລັດຖະບານ ແລະຈັດຕັ້ງສຳນັກງານໃໝ່ຂຶ້ນ ເພື່ອປະສານງານທົ່ວປະເທດ ໃນການຮັບມືກັບໄວຣັສທີ່ໄດ້ເອົາຊີວິດປະຊາ ຊົນໄປແລ້ວ ຫຼາຍກວ່າ 400,000 ຄົນ ຢູ່ໃນສະຫະລັດ.

ຄະນະທີ່ປຶກສາຂອງລັດຖະບານ ໄດ້ກ່າວວ່າ ທ່ານໄບເດັນຈະເອົາມາດຕະການ ຕື່ມອີກຫຼາຍສິບຢ່າງ ໃນ 10 ວັນຂ້າງໜ້ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG