ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໙ ທັນວາ ໒໐໒໕

ກອງປະຊຸມ ວ່າດ້ວຍ ການປ່ຽນແປງ ຂອງດິນຟ້າອາກາດ ໄຂຂຶ້ນແລ້ວ (ວີດິໂອ)


ກອງປະຊຸມສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ ປີ 2012 ຈັດຂຶ້ນຢູ່ນະຄອນ Doha ປະເທດ Qatar, ວັນທີ 26 ພະຈິກ 2012.
ກອງປະຊຸມສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ ປີ 2012 ຈັດຂຶ້ນຢູ່ນະຄອນ Doha ປະເທດ Qatar, ວັນທີ 26 ພະຈິກ 2012.
ບັນດາຜູ້ຕາງໜ້າຂອງເກືອບ 200 ປະເທດ ໄດ້ເລີ້ມກອງປະຊຸມ
ພົບປະສົນທະນາກັນ ທີ່ຈະດໍາເນີນໄປເປັນເວລາ 2 ອາທິດ ເພື່ອ
ແນ່ໃສ່ທໍາການຕົກລົງກັນວ່າ ຈະຈໍາກັດການປ່ອຍອາຍພິດເຮືອນ
ແກ້ວນັ້ນລົງໄດ້ແນວໃດ.

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມກ່ຽວກັບການປ່ຽນແປງຂອງ
ດິນຟ້າອາກາດ ຂອງສະຫະປະຊາຊາດ ທີ່ນະຄອນ Doha ປະ
ເທດ Qatar ຈະເນັ້ນໜັກໃສ່ການຕໍ່ຂໍ້ຕົກລົງນະຄອນ Kyoto.
ສັນຍາດັ່ງກ່າວ ທີ່ຈະໝົດອາຍຸລົງໃນປີນີ້ ໄດ້ຜູກມັດໃຫ້ບັນດາ
ປະເທດທີ່ພັດທະນາແລ້ວ ຫລຸດຜ່ອນການປ່ອຍອາກາດເສຍລົງ
ຕໍ່າກວ່າລະດັບຂອງປີ 1990 ປະມານ 5%.

ຜູ້ປ່ອຍອາຍພິດເຮືອນແກ້ວລາຍໃຫຍ່ເຊັ່ນ ສະຫະລັດ ແລະຈີນ
ບໍ່ໄດ້ມີສ່ວນຢູ່ໃນຂໍ້ຕົກລົງດັ່ງກ່າວນີ້ ໃນຂະນະທີ່ຣັດເຊຍ, ຍີ່ປຸ່ນ ແລະການາດາ ກ່າວວ່າ ພວກເຂົາເຈົ້າບໍ່ຢາກມີສ່ວນໃນການຕໍ່ສັນຍາ Kyoto. ສະນັ້ນ ຈະເຮັດໃຫ້ຍັງເຫຼືອພຽງແຕ່ 15 ເປີເຊັນຂອງການປ່ອຍອາຍພິດເຮືອນແກ້ວທັງໝົດຂອງໂລກເທົ່ານັ້ນ ທີ່ຈະຕົກຢູ່ພາຍ ໃຕ້ການສືບຕໍ່ຄຸ້ມຄອງຂອງສັນຍາດັ່ງກ່າວ.

ກອງປະຊຸມດັ່ງກ່າວ ຍັງຈະລວມເອົາການປຶກສາຫາລືກັນ ເລື້ອງສ້າງຂໍ້ຕົກລົງໃໝ່ກ່ຽວກັບ ດິນຟ້າອາກາດຂອງໂລກ ທີ່ຈະເຮັດໃຫ້ສໍາເລັດໃນປີ 2015 ແລະຈະມີຜົນບັງຄັບໃຊ້ໃນປີ 2020.

ການສົນທະນາຫາລືດັ່ງກ່າວ ເກີດຂຶ້ນຫລັງຈາກມີລາຍງານຂອງສະຫະປະຊາດ ທີ່ນໍາອອກ
ເຜີຍແຜ່ໃນອາທິດແລ້ວນີ້ ເຕືອນເຖິງຄວາມຕ້ອງການໃຫ້ມີການປະຕິບັດທີ່ຮີບເຮັ່ງຂຶ້ນ ເພື່ອ
ຄວບຄຸມບໍ່ໃຫ້ອຸນນະພູມຂອງໂລກສູງຂຶ້ນເຖິງ 2 ອົງສາຊຽນຊັຽສ ເໜືອລະດັບຄວາມຮ້ອນ ກ່ອນຍຸກອຸດສາຫະກຳ.

ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້ເປັນພາສາອັງກິດ:
XS
SM
MD
LG