ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການບັນລຸຂໍ້ຕົກລົງກັນ ໃນກອງປະຊຸມ ດິນຟ້າອາກາດ ຂອງ ສປຊ (ເບິ່ງວີດີໂອ)


ກອງປະຊຸມດິນຟ້າອາກາດທີ່ເມືອງ Durban ປະເທດອາຟຣິກາໃຕ້ ທີ່ເລິ່ມຕົ້ນມາຕັ້ງແຕ່ວັນທີ່ 9 ເດືອນນີ້
ກອງປະຊຸມດິນຟ້າອາກາດທີ່ເມືອງ Durban ປະເທດອາຟຣິກາໃຕ້ ທີ່ເລິ່ມຕົ້ນມາຕັ້ງແຕ່ວັນທີ່ 9 ເດືອນນີ້

ພວກ​ຜູ້​ແທນ​ຈາກ 194 ປະ​ເທດທີ່​ໄປ​ຮ່ວມ​ກອງ​ປະຊຸມ​ດິນ​ຟ້າ​ອາກາດ​ຂອງ​ອົງການ​ສະຫະ
ປະຊາ​ຊາດຢູ່ອາຟຣິກາໃຕ້​ ໄດ້ຕົກລົງກັນທີ່ຈະເຈລະຈາເພື່ອ​ໃຫ້ບັນລຸສົນທິສັນຍາ​ທີ່​ຈະມີ
ຜົນຜູກ​ມັດ​ຢ່າງຖືກຕ້ອງ​ຕາມ​ກົດໝາຍ​ໃຫ້​ພວກ​ປະ​ເທດ​ລົງມື​ປະຕິບັດ​ເພື່ອ​ລົດ​ຜ່ອນການ
ປ່ຽນແປງຂອງ​ສະພາບ ດິນ​ຟ້າ​ອາກາດ​ລົງ.

ພາຍ​ໃຕ້​ຂໍ້​ຕົກລົງ​ທີ່​ໄດ້​ບັນລຸເມື່ອ​ວັນ​ອາທິດ​ນີ້ ພວກ​ປະ​ເທດ​ຈະ​ເຣີນອຸດສາຫະກໍາ​ທັງຫລາຍ​
ແມ່ນ​ຈະ​ຕ້ອງສືບ​ຕໍ່ຍຶດໝັ້ນ​ຢູ່​ໃນ​ສົນທິສັນຍາ Kyoto ປີ 1997 ​ໄປ​ຢ່າງ​ໜ້ອຍ​ເປັນ​ເວລາ​ອີກ
ຫ້າ​ປີຫລັງ​ຈາກ​ໝົດ​ອາຍຸ​ລົງ​ໃນ​ປີ 2012. ໂດຍ​ທາງ​ກົດໝາຍ​ແລ້ວ ສົນທິສັນຍາ​ດັ່ງກ່າວ​ບັງ
ຄັບ​ໃຫ້​ພວກ ປະ​ເທດ​ເຫລົ່າ​ນັ້ນ ​ໃຫ້​ບັນລຸ​ເປົ້າໝາຍໃນການປ່ອຍອາຍ​ພິດ​ເຮືອນແກ້ວ. ​ແຕ່
ແນວ​ໃດກໍ​ດີ ປະ​ເທດຣັດ​ເຊຍ ຍີ່ປຸ່ນ ​ແລະ​ຄາ​ນາ​ດາ ພາກັນ​ເວົ້າວ່າພວກ​ເຂົາ​ເຈົ້າຈະ​ບໍ່​ຂໍ​ເຂົ້າ
ຮ່ວມ​ໃນ​ການ​ຕໍ່​ອາຍຸສົນທິສັນຍາ​ກຽວ​ໂຕ.

ຂໍ້​ຕົກລົງ​ກັນ​ດັ່ງກ່າວ​ມີ​ຂຶ້ນ​ເມື່ອ​ຕອນ​ເ​ຊົ້າວັນ​ອາທິດ​ມື້​ນີ້​ສອງ​ມື້​ຫລັງ​ຈາກ ກອງ​ປະຊຸມ​ສອງ
ອາທິດ​ທີ່​ກໍານົດ​ຈະ​ປິດ​ລົງ​ທີ່​ເມືອງເດີ​ບັນ​ນັ້ນ.

ສະຫະລັດ​ກ່າວ​ວ່າ ຕົນ​ພຽງ​ແຕ່​ໃຫ້​ຄໍາ​ໝັ້ນ​ສັນຍາ​ຈະ​ປະຕິບັດຕາມການຕັດ ຂອງຂໍ້ຕົກລົງ
ລົງ​ຖ້າຫາກ​ວ່າ​ພວກ​ປະ​ເທດ​ທີ່​ສ້າງ​ມົນ​ລະ​ພິດ​ລາຍ​ໃຫຍ່ໆ​ທັງ​ໝົດມີ​ຄວາມ​ໝັ້ນໝາຍ​ເທົ່າ​
ທຽມ​ກັນ. ຈີນ​ແລະ​ອິນ​ເດຍຄັດຄ້ານ​ຢ່າງ​ເປີດ​ເຜີ​ຍ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ ​ໂດຍ​ກ່າວ​ວ່າພວກ
ເຂົາ​ເຈົ້າໄດ້​ສ້າງ​ຕັ້ງ​ໂຄງການ​ນິ​ເວດ​ວິດ​ທະຍາ​ທີ່​ຫ້າວຫັນ​ແລ້ວ ​ໃນ​ຂະນະ​ທີ່​ພວກ​ປະ​ເທດ​
ອຸດສາຫະກໍາ​ທັງຫລາຍ​ຍັງ​ບໍ່ປະຕິບັດ​ຕາມ​ພັນທະ​ໃນ​ປັດຈຸບັນ​ຂອງ​ພວກ​ເຂົາ​ເຈົ້າ​ເທື່ອ​ນັ້ນ
ສາມ​ປະ​ເທດ ທີ່​ໂຮມ​ທັງ​ສອງ​ປະ​ເທດ​ທີ່​ມີ​ປະຊາກອນ​ຫລາຍ​ທີ່​ສຸດ​ຂອງ​ໂລກນັ້ນ ​ບໍ່​ໄດ້​ຖືກ
ຜູກ​ມັດ​ໂດຍ​ສົນທິສັນຍາກຽວ​ໂຕ​.

ກອງ​ປະຊຸມ​ດັ່ງກ່າວ​ບໍ່​ໄດ້​ໃຫ້ຄຳໝັ້ນ​ສັນຍາ​ໂດຍ​ທັນທີ​ໃດໆ ​ເພື່ອ​ຕັດ​ມົນ​ລະ​ພິດລົງ​ຕື່ມ ທີ່
ເປັນ​ຕົວ​ການ​ສ້າງໃຫ້​ເກີດ​ສະພາບ​ດິນ​ຟ້າ​ອາກາດ​ປ່ຽນ​ແປງ​ນັ້ນ.

ນອກ​ນີ້​ແລ້ວ​ພວກ​ຜູ້​ແທນ ຍັງ​ເຫັນ​ພ້ອມ​ກັນ ​ເພື່ອ​ສ້າງ​ຕັ້ງກອງ​ທຶນ​ນຶ່ງ ​ສຳລັບຊ່ວຍ​ເຫລືອ
ພວກ​ປະ​ເທດ​ຍາກຈົນ​ທັງຫລາຍ​ຮັບ​ມື​ກັບຄວາມ​ຮ້ອນ​ເອົ້າຂອງ​ໂລກ ​ແຕ່​ບໍ່​ໄດ້ເຈາະ​ຈົງ​ຢ່າງ
ໃດ​ວ່າ​ຈະ​ໄດ້​ງົບປະມານ​ໂດຍ​ວິທີ​ໃດ.

ການ​ປະ​ພິປາຍ​ກັນ​ສ່ວນ​ໃຫຍ່ ​ແມ່ນເພ່ງ​ເລັງ​ໃສ່​ຂໍ້​ສະ​ເໜີ​ອັນ​ນຶ່ງ​ຂອງ​ສະຫະ ພາບ​ຢູ​ໂຣບ
ເພື່ອ​ຜັກ​ດັນ​ໃຫ້​ພວກ​ສ້າງ​ມົນ​ລະ​ພິດ​ໃນ​ບັນດາ​ປະ​ເທດທີ່​ຈະເຣີນ​ແລ້ວ ​ແລະ​ມີ​ການ​ເຕີບ​
ໂຕທາງດ້ານເສດຖະກິດທີ່​ວ່ອງ​ໄວ​ ​ເຊັ່ນ ຈີນ ອິນ​ເດຍ ຮັບ​ເອົາຂໍ້​ຜູກ​ມັດທີ່​ຖືກຕ້ອງ​ຕາມ
ກົດໝາຍ​ເພື່ອ​ຕັດ​ອາຍ​ພິດ​ເຮືອນ ​ແກ້ວ​ລົງ​ນັ້ນ.

XS
SM
MD
LG