ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາບອາກາດປ່ຽນແປງ ຄືສາເຫດທີ່ເຮັດໃຫ້ອຸນຫະພູມຮ້ອນຈັດ ໃນ ອອສເຕຣເລຍ


ຜູ້ຊົມກິລາເທັນນິສ Australian Open ຕາກອາຍນໍ້າ ທ່າມກາງອາກາດທີ່ຮ້ອນແຮງ, ນະຄອນ ແມລເບິນ, ອອສເຕຣເລຍ, 16 ມັງກອນ 2018.
ຜູ້ຊົມກິລາເທັນນິສ Australian Open ຕາກອາຍນໍ້າ ທ່າມກາງອາກາດທີ່ຮ້ອນແຮງ, ນະຄອນ ແມລເບິນ, ອອສເຕຣເລຍ, 16 ມັງກອນ 2018.

ສະພາບອາກາດປ່ຽນແປງໄດ້ເປັນໄພຂົ່ມຂູ່ຕໍ່ທຸກພາກສ່ວນຂອງໂລກມາເຖິງປັດຈຸບັນນີ້, ເຊິ່ງຫຼາຍປະເທດແມ່ນໄດ້ປະເຊີນກັບພາຍຸທີ່ຮ້າຍແຮງຂຶ້ນ ແລະ ອາຍຮ້ອນທີ່ຮຸນແຮງ.

ໃນປະເທດ ອອສເຕຣເລຍ, ເຊິ່ງປັດຈຸບັນນີ້ ແມ່ນລະດູຮ້ອນ, ແມ່ນມີອາກາດ ຮ້ອນຫຼາຍຈົນເຮັດໃຫ້ຫຼາຍຄົນບໍ່ສາມາດອອກໄປເຮັດກິດຈະກຳກາງແຈ້ງ ແລະ ຢູ່ໃນເຮືອນຂອງເຂົາເຈົ້າ ກໍມີອຸນຫະພູມທີ່ສູງຫຼາຍ ດັ່ງທີ່ຄົນລາວທ່ານນຶ່ງຈາກ ນະຄອນ ແມລເບິນ ໄດ້ກ່າວຕໍ່ພວກເຮົາວ່າ “ອາຍຮ້ອນຢູ່ໃນເຮືອນມັນສູງຍ້ອນ ຫຼັງຄາເຮືອນ. ແດດມັນແຮງອີ່ຫຼີ, ຖ້າບໍ່ໃສ່ເສື້ອອອກໄປທາງນອກນີ້ ຜິວໜັງຂອງເຈົ້າຈະໄໝ້ຢ່າງແນ່ນອນ. ອ້າຍຄິດວ່າສະພາບອາກາດປ່ຽນແປງ ມັນເຮັດໃຫ້ອາກາດຮ້ອນເປັນພິເສດ. ບາງເທື່ອຮ້ອນຫຼາຍຈົນຫາຍໃຈຍາກ.”

ເມື່ອບໍ່ເທົ່າໃດວັນທີ່ຜ່ານມາການແຂ່ງຂັນກິລາເທັນນິສ Australian Open ຕ້ອງໄດ້ເລື່ອນ ເວລາການແຂ່ງຂັນ ໃນຕອນກາງເວັນອອກໄປ ຍ້ອນວ່າອາ ກາດຮ້ອນຫຼາຍ.

ສຳລັບໃນ ສະຫະລັດ ນັ້ນ, ຢູ່ລັດຄາລໍຟໍເນຍ ກໍໄດ້ປະເຊີນກັບພາຍຸ ແລະ ໄພນໍ້າຖ້ວມຢ່າງຮ້າຍແຮງ. ທົ່ວລັດດັ່ງກ່າວໄດ້ປະເຊີນກັບຝົນຕົກໜັກເປັນ ເວລາຫຼາຍວັນ.

XS
SM
MD
LG