ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂໍ້ມູນສະພາບອາກາດປ່ຽນແປງ ໄດ້ຖືກນຳກັບຄືນມາໃຊ້ ໃນເວັບໄຊ້ຂອງ ອົງການປົກປ້ອງສິ່ງແວດລ້ອມ ສະຫະລັດ


ໃນຮູບວັນທີ 22 ກໍລະກົດ 2017 ນີ້, ໝີຂົ້ວໂລກຢືນຢູ່ນໍ້າກ້ອນໃນຊ່ອງແຄບ ແຟຣັ້ງລິນ ໃນໝູ່ເກາະຂົ້ວໂລກເໜືອ ຂອງປະເທດ ການາດາ.
ໃນຮູບວັນທີ 22 ກໍລະກົດ 2017 ນີ້, ໝີຂົ້ວໂລກຢືນຢູ່ນໍ້າກ້ອນໃນຊ່ອງແຄບ ແຟຣັ້ງລິນ ໃນໝູ່ເກາະຂົ້ວໂລກເໜືອ ຂອງປະເທດ ການາດາ.

ຂໍ້ມູນທີ່ຫາຍໄປຈາກເວັບໄຊ້ຂອງອົງການປົກປ້ອງສິ່ງແວດລ້ອມ ສະຫະລັດ ຫຼື EPA ໄດ້ກັບຄືນມາແລ້ວ ແລະ ຖືກປັບປຸງຫຼັງຈາກການຫາຍໄປສີ່ປີພາຍໃຕ້ລັດຖະບານທ່ານ ທຣຳ.

ເວັບໄຊ້ຕົວຊີ້ວັດສະພາບອາກາດປ່ຽນແປງໃໝ່ຂອງ EPA ໄດ້ສະແດງໃຫ້ເຫັນວ່າ ທົດສະວັດທີ່ຜ່ານມາເປັນຊ່ວງເວລາທີ່ມີອາກາດທີ່ຮ້ອນທີ່ສຸດເປັນປະຫວັດການ, ຄື້ນຄວາມຮ້ອນໄດ້ຂະຫຍາຍຕົວໃນຄວາມຖີ່ຈາກສອງຄັ້ງຕໍ່ປີ ໃນຊຸມປີ 1960 ມາເປັນ 6 ຄັ້ງຕໍ່ປີ ໃນຊຸມປີ 2010, ແລະ ລະດັບນໍ້າທະເລໄດ້ເພີ່ມຂຶ້ນສູງເຖິງ 20 ຊັງຕີແມັດໃນເຂດແຄມຊາຍຝັ່ງ.

ຜູ້ບໍລິຫານຂອງອົງການ EPA ທ່ານ ໄມເກິລ ເຣແກນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ດ້ວຍການປັບປຸງຂໍ້ມູນທີ່ເກີນກຳນົດເວລາມາດົນນານນີ້, ຕອນນີ້ພວກເຮົາມີຂໍ້ມູນເພີ່ມເຕີມ ແລະ ຕົວບົ່ງຊີ້ຊຸດໃໝ່ທີ່ສະແດງໃຫ້ເຫັນສະພາບອາກາດປ່ຽນແປງແມ່ນໄດ້ກາຍເປັນສິ່ງທີ່ບົ່ງບອກໄດ້ຈະແຈ້ງ, ຮຸນ ແຮງກວ່າເກົ່າ ແລະ ສຸດຂີດ, ຊຶ່ງຈຳເປັນທີ່ພວກເຮົາຕ້ອງໄດ້ດຳເນີນການທີ່ສຳຄັນຫຼາຍ.”

ເວັບໄຊ້ດັ່ງກ່າວໄດ້ດຶງຂໍ້ມູນຈາກ 13 ອົງການລັດຖະບານກາງມາລວມກັນ, ພ້ອມກັບຈາກນັກວິຊາ ການ ແລະ ອົງການອື່ນໆ, ກ່ຽວກັບ ທຸກຢ່າງນັບຈາກການປ່ອຍແກັສເຮືອນແກ້ວ ຫາເຂດທີ່ຢູ່ອາ ໄສຂອງພວກນົກໃນລະດູໜາວ.

ການຊີ້ວັດປົກກະຕິແມ່ນໄດ້ນຳກັບຄືນມາ, ລວມທັງອຸນຫະພູມທີ່ເພີ່ມຂຶ້ນ ແລະ ລະດັບນໍ້າທະເລ ພ້ອມກັບນໍ້າກ້ອນທີ່ຫຼຸດລົງ.

ສະບັບປັບປຸງດັ່ງກ່າວໄດ້ເພີ່ມຕົວບົ່ງຊີ້ໃໝ່ຫຼາຍສິບຢ່າງ ລວມມີຄວາມຖີ່, ໄລຍະ ເວລາຂອງຄື້ນຄວາມຮ້ອນ, ແຜ່ນນໍ້າກ້ອນເປື່ອຍຢູ່ ກຣີນແລນ ແລະ ຂົ້ວໂລກ ໃຕ້, ແລະ ການໃຊ້ພະລັງງານ ສຳ ລັບເຄື່ອງປັບອາກາດໃນລະດູຮ້ອນ.

ເວັບໄຊ້ດັ່ງກ່າວໄດ້ສະແດງໃຫ້ເຫັນ “ຄວາມເສຍຫາຍຫຼາຍຢ່າງທີ່ສະພາບອາກາດປ່ຽນແປງໄດ້ເຮັດຕໍ່ສາທາລະນະ ແລະ ການວາງແຜນໃນຊີວິດປະຈຳວັນຂອງເຂົາເຈົ້າ, ສາທາລະນະສຸກ ແລະ ລະບົບນິເວດທີ່ຫຼາຍຄອບຄົວເພິ່ງພາອາໄສ,” ອີງຕາມການກ່າວຂອງທ່ານນາງ ເບຣັນດາ ເອັກເວີເຊລ (Brenda Ekwurzel), ຜູ້ອຳນວຍການວິທະຍາສາດສະພາບອາກາດຢູ່ສະຫະພັນນັກວິທະຍາສາດສິ່ງແວດລ້ອມ ຫຼື Union of Concerned Scientists.

ການເຄື່ອນໄຫວເພື່ອປັບປຸງຂໍ້ມູນດັ່ງກ່າວ ແມ່ນພາກສ່ວນນຶ່ງໃນຄວາມພະຍາຍາມຂອງລັດຖະ ບານທ່ານໄບເດັນ ເພື່ອແກ້ໄຂການກຳຈັດວິທະຍາສາດ ແລະ ນັກວິທະຍາສາດໂດຍຜູ້ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG