ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດານັກເຄື່ອນໄຫວ ເພື່ອດິນຟ້າອາກາດ ວາງແຜນການ 'ປິດ' ນະຄອນຫຼວງ ຂອງ ສະຫະລັດ


ພວກນັກເຄື່ອນໄຫວຊາວໜຸ່ມ ເຕົ້າໂຮມກັນ ຂຶ້ນເວທີກ່າວຄຳປາໄສ, ເພື່ອປຸກລະດົມ ຝຸງຄົນ ຢູ່ຕອນທ້າຍຂອງການປະທ້ວງ ນັດຢຸດງານ ເພື່ອດິນຟ້າອາກາດ, ວັນທີ 20 ກັນຍາ 2019, ໃນນະຄອນຫຼວງ ວໍຊິງຕັນ.
ພວກນັກເຄື່ອນໄຫວຊາວໜຸ່ມ ເຕົ້າໂຮມກັນ ຂຶ້ນເວທີກ່າວຄຳປາໄສ, ເພື່ອປຸກລະດົມ ຝຸງຄົນ ຢູ່ຕອນທ້າຍຂອງການປະທ້ວງ ນັດຢຸດງານ ເພື່ອດິນຟ້າອາກາດ, ວັນທີ 20 ກັນຍາ 2019, ໃນນະຄອນຫຼວງ ວໍຊິງຕັນ.

ບັນດານັກເຄື່ອນໄຫວເພື່ອດິນຟ້າອາກາດ ວາງແຜນທີ່ຈະດຳເນີນການ ປະທ້ວງ ໃນ
ວັນຈັນມື້ນີ້ ດ້ວຍການກີດຂວາງ ທາງແຍກທີ່ສຳຄັນຕ່າງໆ ຢູ່ໃນະຄອນຫຼວງ ວໍຊິງຕັນ
ແລະ “ຈະນຳມາຊຶ່ງການເຮັດໃຫ້ການສັນຈອນໃນຕົວເມືອງຫຼວງ ຢຸດສະງັກ.”

ບັນດາຜູ້ຈັດການປະທ້ວງ ໄດ້ຮຽກຮ້ອງໃຫ້ປະຊາຊົນ ເຊົາເຮັດວຽງ ແລະໃຫ້ພວກ
ນັກສຶກສາຢູ່ໂຮງຮຽນ ເຂົ້າຮ່ວມໃນການປະທ້ວງ ຊຶ່ງພາຍຫຼັງຈາກ ມີການໂຮມຊຸມນຸມ
ຂະໜາດໃຫຍ່ ຂອງພວກຊາວໜຸ່ມໃນຫົວເມືອງຕ່າງໆທົ່ວໂລກ ໃນວັນສຸກທີ່ຜ່ານມານີ້
ທີ່ໄດ້ດຶງດູດຜູ້ຄົນຫຼາຍຮ້ອຍພັນຄົນ ອອກມາຮຽກຮ້ອງ ໃຫ້ເອົາມາດຕະການ ເພື່ອຕໍ່ສູ້
ຕ້ານການປ່ຽນແປງຂອງດິນຟ້າອາກາດ.

ມັນບໍ່ເປັນທີ່ຈະແຈ້ງວ່າ ມີຈຳນວນຄົນຫຼາຍປານໃດ ທີ່ຈະອອກມາຮ່ວາມ ໃນການປະ
ທ້ວງຢູ່ໃນນະຄອນຫຼວງວໍຊິງຕັນ ບັນດາເຈົ້າໜ້າທີ່ ຈະຮັບມືກັບການກີດຂວາງທາງແຍກ
ທີ່ກ່າວມານັ້ນ ແນວໃດ ຫຼືວ່າ ໃນທີ່ສຸດແລ້ວ ຜົນກະທົບຕ່າງຕໍ່ການສັນຈັນເຫຼົ່ານັ້ນ ໃນ
ນະຄອນຫຼວງ ຈະເປັນຈັ່ງໃດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG