ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີມຟຸດບອນ Clemson ຊະນະເລີດ ການແຂ່ງຂັນ ຂັ້ນມະຫາວິທະຍາໄລ ໃນສະຫະລັດ


ບັນດານັກກິລາທີມຟຸດບອນ Tiger ຂອງ Clemson ສະຫລອງຢູ່
ເດີ່ນ ຫລັງຈາກໄດ້ຊະນະທີມ Alabama.
ບັນດານັກກິລາທີມຟຸດບອນ Tiger ຂອງ Clemson ສະຫລອງຢູ່ ເດີ່ນ ຫລັງຈາກໄດ້ຊະນະທີມ Alabama.

ມະຫາວິທະຍາ​ໄລ Clemson ​ໄດ້​ນຳເອົາບານ​ເຂົ້າໂກນຫລື touchdown ໃນ​ວິນາ​ທີ​ສຸດ
ທ້າຍ ຂອງ​ການ​ແຂ່ງຂັນ ​ຊິງ​ແຊັມ​ປ້ຽນເຕະບານ (​ແບບ​ອາ​ເມຣິກັນ) ແຫ່ງ​ຊາດມະຫາວິທະ
ຍາ​ໄລ​ສະຫະລັດ​ໃນ​ຄື​ນວັນ​ຈັນ​ວານ​ນີ້​ ໂດຍ​ເອົາຊະນະທີ​ມ ມະຫາວິທະຍາ​ໄລ​ Alabama ທີ່​ປ້ອງ​ກັນ​ຕຳ​ແໜ່​ງ ດ້ວຍ​ຄະ​ແນນ 35-31.

ການ​ແກວ່ງບານ​ໃນ​ໄລຍະ 2 yard​ ໄດ້​ເຮັດ​ໃຫ້ທີ​ມ Clemson ​ຄວ້າ​ເອົາຕຳ​ແໜ່​ງແຊັມ​ປ້ຽນ​ແຫ່ງ​ຊາດມາ​ຄອງ​ເປັນ​ເທື່ອ​ທຳ​ອິດ ​ນັບ​ແຕ່​ປີ 1981 ​ເປັນ​ເທື່ອທຳ​ອິດ​ແລະ​ແກ້​ແຄ້ນ​ໃນການເສຍ​ໄຊ​ໃຫ້​ແກ່ທີ​ມ Alabama ​ໃນ​ປີ​ກາຍ​. ພ້ອມນີ້ ​ຍັງ​ເປັນ​ການ​ສ່ຽງ​ຢ່າງ​ໃຫຍ່​ຫລວງເພາະວ່າທີ​ມ Clemson ບໍ່​ມີ​ເວລາ​ພັກ​ເຫລືອ​ໄວ້ ​ເພາະສະ​ນັ້ນ ​ການ​ຕັດສິນ​ໃຈ​ທີ່​ພະຍາຍາມ​ຈະ​ touchdown ​ແທນ​ ຈະ​ສ​ະ​ເໝີ​ກັນ​ໂດຍ​ເຕະ​ເອົາ​ສາມ​ຄະ​ແນນເຮັດໃຫ້ທີ​ມ Tigers ຊະນະ​ແບບ​ເດັດຂາດ ຫລື​ບໍ່​ກໍ​ເສຍ​ໄຊ.

ຜູ້​ແກວ່ງ​ບານ​ຂອງທີ​ມ Clemson ທ້າວ Deshawn Watson ກ່າວ​ຫລັງ​ຈາກ​ການ​ແຂ່ງ ຂັນວ່າ ລາວ​ໄດ້​ບອກ​ເພື່ອນ ໃນທີ​ມຂອງ​ລາວ​ວ່າ ຢ່າ​ຕື່ນຕົກ​ໃຈ ​ກ່ອນ​ການ​ຫລິ້ນ​ບັ້ນ​ສຸດ​ທ້າຍ​. ລາວ​ໄດ້​ເວົ້າ​ກ່ອນ​ເສັດ​ສິ້ນກ່ອນ​ touchdown ​ໂດຍ​ສົ່ງ​ບານ ໃຫ້​ແກ່​ຜູ້ຮັບ ທ້າວ Hunter Renfrow ທີ່ຢູ່​ແຈ​ສຸດ​ຂອງ​ເດີ່ນ​ວ່າ “ມາ​ເຮັດ​ໃຫ້​ມັນ​ຍິ່ງ​ໃຫຍ່ ພວກ​ເຮົາໄດ້​ຝຶກ​ແອບ​ມາ​ສຳ​ລັບ​ໂອກາດ​ແບບ​ນີ້ ​ແລະ​ມາ​ເຮັດໃຫ້​ມັນ​ສຳ​ເລັດ.”

ທ້າວ Watson ​ໄດ້ແກວ່ງ​ບານ​ເປັນ​ໄລຍະ​ທັງ​ໝົດ 420 yards ​ແລະ​ touchdown ສາມ​ເທື່ອ. ລາວ​ຍັງ​ໄດ້​ແລ່ນ​ເຖິງ 43 yards ​ແລະໄດ້ນຳເອົາ​ບານ​ເຂົ້າ​ໂກນ​ອີກ.

ຫົວໜ້າ​ທີ​ມ Clemson ທ່ານ Dabo Swinney ຮ້ອງ​ໄຊຊະນະ​ຄັ້ງ​ນີ້​ວ່າ​ເປັນ “​ພອນທີ່​ດີ​.”

ອ່ານຂ່າວນີ້ເພີີ້ມເປັນພາສາອັງກິດ

XS
SM
MD
LG