ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການກວດລ້າງ ກຸ່ມ​ລັດ​ອິ​ສ​ລາມ ພວມດຳເນີນຢູ່ ໃນເມືອງ ແບກ​ຮູ​ຊ ຂອງ ຊີ​ເຣຍ


ພວກນັກລົບກຳລັງປະຊາທິປະໄຕຊີເຣຍ (SDF) ລາດຕະ
ເວນຢູ່ໄກ້ໆກັບບ້ານ Baghuz ໃນເຂດນອກຊີເຣຍ ວັນທີ 20 ມີນາ 2019.
ພວກນັກລົບກຳລັງປະຊາທິປະໄຕຊີເຣຍ (SDF) ລາດຕະ ເວນຢູ່ໄກ້ໆກັບບ້ານ Baghuz ໃນເຂດນອກຊີເຣຍ ວັນທີ 20 ມີນາ 2019.

ກຳລັງທີ່ໜູນຫລັງໂດຍສະຫະລັດ ພວມທຳການຊອກຄົ້ນໄປທົ່ວ ຫາພວກເສດ ເຫລືອ ຂອງພວກກຸ່ມລັດອິສລາມ ໃນທີ່​ໝັ້ນແຫ່ງສຸດທ້າຍ ຢູ່ທາງພາກຕາເວັນ ອອກສຽງເໜືອ
ຂອງຊີເຣຍ ຊອກຫາພວກນັກລົບ ລະເບີດຝັງດິນ ແລະລະເບີດ ອື່ນທີ່ໄດ້ຫ້າງໄວ້.

ຄວາມພະຍາຍາມ ໃນວັນພຸດວານນີ້ ໃນການຊອກຄົ້ນຫາຊາກຫັກພັງຂອງຕຶກ ຕ່າງໆ ແລະຜາມທີ່ຖືກມ້າງເພ ທີ່ສ້າງຄວາມຮົກເຮື້ອ ໄປທົ່ວເມືອງ ບາກຮູຊ ມີຂຶ້ນນຶ່ງມື້ ລຸນ
ຫລັງກຳລັງປະຊາທິປະໄຕຊີເຣຍ ຫຼືແອັ​ສ ດີ ແອັ​ຟ ໄດ້ຍຶດເອົາ ເຂດດັ່ງກ່າວ ຈາກພວກ
ນັກລົບໄອຊີສ ຊຶ່ງພວກເຈົ້າໜ້າທີ່ບັນລະຍາຍວ່າ ເປັນ ການປາໄຊອັນໃຫຍ່ ຫລວງຂອງ
ກຸ່ມກໍ່ການຮ້າຍ.

ພວກເຈົ້າໜ້າທີ່ ແອັສ ດີ ແອັຟ ກ່າວວ່າ ພວກຍອມຈຳນົນ ໄດ້ມີເຖິງລະຫວ່າງ1,000
ຫາ 1,500 ຄົນ ລຸນຫລັງການໂຈມຕີຕໍ່ທີ່ໝັ້ນແຫ່ງສຸດທ້າຍຂອງໄອຊີສ ລວມມີພວກ
ບາດເຈັບໄອຊີສ ຫຼາຍຮ້ອຍຄົນນັ້ນ.

ແຕ່ກໍມີຄວາມກັງວົນຢ່າງໃຫຍ່ວ່າ ຈຳນວນພວກນັກລົບ ທີ່ບໍ່ຮູ້ຢ່າງຫຼວງຫລາຍ ລີ້ຊ່ອນ
ຢູ່ຕາມຕາ​ໜ່າງຂຸມລີ້ເສິກ ຂອງພວກໄອຊີສ ລວມທັງຢູ່ໃນຖໍ້າແລະອຸມົງ ຊຶ່ງພວກເຈົ້າ
ໜ້າທີ່ບາງຄົນເວົ້າວ່າ ຍາວຫລາຍກວ່າສອງ ກິໂລແມັດນັ້ນ.

ພວກນັກລົບໄອຊີສອີກພວກນຶ່ງທີ່ບໍ່ຮູ້ຈຳນວນ ແມ່ນໄດ້ຖອຍເຂົ້າໄປລີ້ຊ່ອນ ຢູ່ ເລາະຕາມ
ແມ່ນໍ້າຢູເຟຣດ ແລະກໍມີພວກນັກລົບຈຳນວນທີ່ຄຳນວນບໍ່ໄດ້ ທີ່ພາ ກັນໄປລີ້ຊ່ອນ ຢູ່ພາກ
ສ່ວນຕ່າງໆໃນເມືອງບາກຮູຊ.

ຊານາ ອາເມດີ ເຈົ້າໜ້າທີ່ສື່ມວນຊົນຂອງຂ່າວສານທະຫານບ້ານ ວາຍ ພີ ຈີ ທີ່ສະ​ໜັບສະ
ໜູນກຳລັງ ແອັສ ດີ ແອັຟ ໄດ້ບອກ ວີໂອເອ ໃນວັນພຸດວານນີ້ ໂດຍອ້າງຊື່ກຸ່ມກໍ່ການ
ຮ້າຍເປັນພາສາອາຣັບວ່າ “ກຸ່ມພວກແດຊໃນ​ເມືອງບາກ-ຮູຊ ຍັງຕໍ່ສູ້ຄືນຢູ່ ແລະໄດ້ເອົາ
ຄອບຄົວຂອງພວກເຂົາເປັນເຄື່ອງກຳບັງ.”

ເຖິງແມ່ນຈະໄດ້ມີການລະວັງຂອງເຈົ້າໜ້າທີ່ກໍຕາມ ແຕ່ກໍໄດ້ມີການສະຫລອງ ເລັກໆ
ນ້ອຍໆ ຢູ່ອ້ອມແອ້ມບາກຮູຊ ໃນວັນພຸດວານນີ້ ທີ່ພວກກຸ່ມຕ່າງໆຂອງ ແອັສ ດີ ແອັຟ ຫລິ້ນດົນຕີແລະເຕັ້ນລຳກັນ.

ມາຈີສ ເຮດໂຈ ນັກລົບຂອງແອັສ ດີ ແອັຟ ໄດ້ບອກຂ່າວສານຝຣັ່ງວ່າ “ພວກ ເຮົາຊະນະ ພວກເຮົາໄດ້ລົບລ້າງພວກສັດຕູ ພວກກໍ່ການຮ້າຍ”ອີກຜູ້ນຶ່ງກໍເວົ້າວ່າ “ພວກສະຫາຍເມື່ອຍ
ແລ້ວແລະສົງຄາມໄດ້ໝົດລົງແລ້ວ.”

ຢູ່ທີ່ວໍຊິງຕັນ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກໍໄດ້ສະແດງຄວາມ ຮູ້ບຸນ
ຄຸນ ຄວາມປຶ້ມປິຕິຍິນດີທໍ່ໆກັນ ໂດຍບອກພວກນັກຂ່າວ ຢູ່ເດີ່ນຫຍ້າດ້ານ ໃຕ້ຂອງທຳນຽບຂາວວ່າ ທີ່ໝັ້ນແຫ່ງສຸດທ້າຍຂອງພວກໄອຊິສ ຈະຖືກປົດປ່ອຍ ພາຍໃນອີກບໍ່ທໍ່ໃດຊົ່ວໂມງ.”

ອ່ານຂ່ານີ້ເປັນພາສາອັງກິດ

XS
SM
MD
LG