ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຄູ່ແຂ່ງຂັນ ການເລືອກຕັ້ງ ປະທານາທິບໍດີ ຊູດານ ຂວ້ຳບາດ ບໍ່ລົງແຂ່ງຂັນ


ການ​ເລືອກຕັ້ງ​ແຫ່ງ​ຊາດ ​ໄດ້​ເລີ້ມ​ຂຶ້ນແລ້ວໃນ​ວັນ​ຈັນ​ມື້​ນີ້ ຢູ່​ທີ່​
ປະ​ເທດ Sudan ຊຶ່ງ​ບັນດາ​ຜູ້​ມີ​ສິດ​ອອກ​ສຽງ ແມ່ນແນ່ນອນ
ແລ້ວວ່າ​ ຈະ​ມອບ​ອຳນາດ​ປົກຄອງ ອີກສະ​ໄໝນຶ່ງ​ ໃຫ້​ແກ່​
ປະທານາທິບໍດີ Omar al-Bashir ​ແລະ ມອບ​ໄຊຊະນະ​ໃຫ້​
ພັກສະມັດຊາແຫ່ງ​ຊາດ ຫຼື National Congress Party
ຍ້ອນວ່າ ບັນດາພັກ​ຝ່າຍ​ຄ້ານ​ໃຫຍ່ໆ​ ຂອງ​ປະ​ເທດ​ໄດ້​ພາກັນ​
ຂວ້ຳບາດ ບໍ່​ລົງ​ແຂ່ງ​ຂັນ.

ທ່ານ Bashir ຜູ້​ທີ່​ ສານ​ອາ​ຊະ​ຍາ​ກຳ​ສາກົນ​ຕ້ອງການ​ໂຕ ​ໃນ
​ຂໍ້ຫາກໍ່​ອາຊະ​ກຳ​ສົງຄາມນັ້ນ ​ໄດ້​ຄອງອຳນາດ ມາຕັ້ງ​ແຕ່ປີ 1989
ແລະໄດ້​ຮັບ​ໄຊຊະນະ ໃນການ​ເລືອກ​ຕັ້ງ​ ຄັ້ງ​ປີ 2010 ທີ່​ຝ່າຍ​ຄູ່
​ແຂ່ງ ໄດ້ກ່າວ​ຫາ​ວ່າ ​ມີ​ການ​ສໍ້ໂກງນັ້ນ. ບັນດາ​ຜູ້​ມີ​ສິດ​ອອກສຽງ ມີ​ພຽງ​ປະທານາທິບໍດີ ​ແລະ ​ຜູ້ສະໝັກ​ສຳຮອງ​ຈຳນວນ​ນຶ່ງ ​ໃຫ້​ເລືອກ​ ໃນ​ການ​ເລືອກ​ຕັ້ງທີ່​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງ ​ວັນ​ພຸດຕໍ່ໜ້າ​ນີ້.

Opposition Parties Boycott Sudan Elections
please wait

No media source currently available

0:00 0:00:35 0:00

ສະຫະພາບ​ຢູ​ໂຣບ ສະຫະລັດ ອັງກິດ ​ແລະ ນໍ​ເວ ​ທັງ​ໝົດ​ແມ່ນໄດ້ ຕຳໜິຕິຕຽນການ​ເລືອກ​
ຕັ້ງຄັ້ງ​ນີ້ ​ໂດຍ​ກ່າວ​ວ່າ ການ​ບໍ່​ມີ​ການ​ສົນທະນາ ຫາລື​ກັນລະດັບ​ຊາດ ຕາມ​ຄຳ​ໝັ້ນສັນ​ຍາ ​
ໄດ້​ເຮັດ​ໃຫ້​ຊູ​ດານ ປາດ​ສະ​ຈາກ​ຂັ້ນ​ຕອນ​ທາງ​ການ​ເມືອງ ທີ່ມີ​ທຸກ​ພັກ​ຝ່າຍ​ເຂົ້າຮ່ວມ​ນຳ.

ທ່ານ Federica Mogherini ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ​ ຂອງ​ສະຫະພາບ​ຢູ​ໂຣບ
ກ່າວ​ວ່າ ການ​ເລືອກຕັ້ງ “​ແມ່ນ​ຈະບໍ່​ມີຜົນ​ ທີ່ເຊື່ອ​ຖື​ໄດ້ ​ແລະ​ ມີຄວາມ​ຖືກຕ້ອງ​ ຕາມ​
ກົດໝາຍ​ໃນ​ທົ່ວ​ປະ​ເທດ.”

ສາ​ດສະ​ດາຈານ Mukhtar Al-Assam ​ຫົວໜ້າຄະນະ​ກຳ​ມະ​ທິການ​ເລືອກ​ຕັ້ງ ທີ່​ເປັນ​
ອິດ​ສະລະ ຂອງຊູ​ດານ ໄດ້​ປະຕິ​ເສດ​ຕໍ່ການ​ຕຳ​ນິຕິ​ຕຽນ​ຕ່າງໆ ​ໂດຍ​ກ່າວ​ຕໍ່​ວີ​ໂອ​ເອ ວ່າ
ຝ່າຍຄ້ານ​ໄດ້ມີ​ສ່ວນຮ່ວມ ​ຢູ່ໃນ​ສະພາ ທີ່ເລືອກ​ເອົາບັນດາ​ສະມາຊິກ ຂອງ​ຄະນະ​ກຳ​ມາ
ທິການ​ເລືອກ​ຕັ້ງ ​ແລະ ວ່າການ​ປ່ອນ​ບັດ ຈະ​ມິ​ຄວາມ​ຍຸດຕິ​ທຳ.

Sudan Elections
please wait
Embed

No media source currently available

0:00 0:01:37 0:00

XS
SM
MD
LG