ບັນດານັກວິທະຍາສາດ ສະຫະລັດ ກ່າວວ່າ ຮູບພາບທີ່ຖືກສົ່ງ
ມາຈາກລົດສຳ ຫຼວດ Curiosity ທີ່ດາວພະອັງຄານ ສະແດງ
ໃຫ້ເຫັນລັກຖານຢ່າງແຈ່ມແຈ້ງ ວ່າ ນໍ້າ ຊຶ່ງເປັນສິ່ງສໍາຄັນທີ່ສຸດ
ຕໍ່ຊີວິດ ຄັ້ງນຶ່ງມາແລ້ວເຄີຍໄດ້ໄຫລຜ່ານເທິງ ພື້ນຜິວຂອງ
ດາວໜ່ວຍນີ້.
ຮູບພາບຕ່າງໆບ່ອນທີ່ ລົດສຳຫຼວດ Curiosity ໄດ້ລົງຈອດ ທີ່ບໍລິເວນອ່າງ ແຫ່ງນຶ່ງເທິງດາວພະອັງຄານນັ້ນ ສະແດງໃຫ້ເຫັນໝາກຫີນ ແລະກ້ອນຫີນນ້ອຍ ທີ່ຖືກພັດໄປສູ່ໂງ່ນຫີນໃຫຍ່. ບັນດານັກວິທະຍາສາດກ່າວວ່າ ກ້ອນຫີນທັງຫຼາຍແມ່ນກ້ຽງ ແລະມົນ ຊຶ່ງເປັນຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ ເຄີຍມີນໍ້າໄຫລພັດ ຊຶ່ງອາດຈະເປັນຫ້ວຍເລິກພຽງແອວ ແລະມີເຊື້ອຈຸລິນຊີທີ່ມີຊີວິດປະປົນຢູ່ນໍາ.
ພາບຕ່າງໆຈາກດາວພະອັງຄານ ທີ່ລົດສໍາຫຼວດ Curiosity ສົ່ງມາກ່ອນໜ້ານີ້:
ບັນດານັກວິທະຍາສາດກ່າວອີກວ່າ ເຂດດັ່ງກ່າວຂອງດາວພະອັງຄານ ນີ້ ອາດເປັນບ່ອນທີ່ມີສິ່ງທີ່ມີຊີວິດອາໄສຢູ່.
ລົດ Curiosity ໄດ້ລົງຈອດ ຢູ່ດາວພະອັງຄານ ໃນເດືອນແລ້ວນີ້ ແລະຈະໃຊ້ເວລາສອງປີ ໃນພາລະກິດການສຳຫຼວດໜ້າດິນ ເທິງດາວນົບພະເຄາະສີແດງໜ່ວຍນີ້.