ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກ​ໜຸ່ມ​ອາຍຸ 15 ປີ​ຍິງ​ຕົວ​ເອງ ຫຼັງ​ຈາກ​ຈັບເພື່ອນນັກຮຽນ ເປັນໂຕປະກັນ ໃນສະຫະລັດ


ພວກນັກຮຽນທີ່ຖືກຈັບເອົາເປັນຕົວປະກັນທີ່ມັດທະຍົມປາຍ Marinett, Wisconsin
ພວກນັກຮຽນທີ່ຖືກຈັບເອົາເປັນຕົວປະກັນທີ່ມັດທະຍົມປາຍ Marinett, Wisconsin

ຕໍາຫຼວດ​ໃນ​ລັດ Wisconsin ພາກກາງ​ຕອນ​ເໜືອ​ຂອງ
ສະຫະລັດກ່າວ​ວ່າ ​ເດັກ​ໜຸ່ມ​ອາຍຸ 15 ປີ ​ໄດ້​ຍິງ​ຕົວ​ເອງ
ຫຼັງ​ຈາກ​ທີ່​ຕໍາຫຼວດ​ບຸກ​ເຂົ້າ​ໄປ​ໃນ​ຫ້ອງ​ຮຽນບ່ອນ​ທີ່​ຜູ້ກ່ຽວ
ໄດ້​ຈັບ​ຕົວປະກັນທີ່​ເປັນ​ນັກຮຽນນໍາກັນ​ 23 ຄົນ​ແລະ​ນາຍ
ຄູອີກ​ຄົນ​ນຶ່ງ​ນັ້ນ.

ຕໍາຫຼວດ​ເມືອງ Marinette ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ທາງ​ເຈົ້າ​ໜ້າ​ທີ່​ໄດ້​ນໍາ​ເດັກ​ໜຸ່ມຜູ້​ນັ້ນ​ສົ່ງໂຮງພະຍາບານ​
ທ້ອງ​ຖິ່ນ ​ແ​ລະອາ​ການ​ຂອງ​ຜູ້ກ່ຽວກໍ​ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງ
ຂາວ​ເທື່ອ. ຫົວໜ້າຄຸ້ມ​ຄອງພະແນກສຸກ​ເສີນຂອງໂຮງ
ພະ​ຍາ​ບານ​, ທ່ານ Eric Burmeister ກ່າວ​ວ່າ ພວກ​ຕົວ​ປະກັນ​ທັງ 23 ຄົນຖືກ​ປ່ອຍ​
ຕົວ​ໝົດ​ແລ້ວ​ໃນ​ວັນ​ຈັນ​ວານ​ນີ້​ ໂດຍ​ບໍ່​ໄດ້​ບາດ​ເຈັບ​ຫຍັງ​ເລີຍ ຫຼັງ​ຈາກ​ຖືກ​ຈັບ​ເປັນ​ຕົວ​ປະ
ກັນ​ທີ່ມັດທະຍົມ​ປາຍ Marinett ​ເປັນ​ເວລາຫຼາຍ​ຊົ່ວໂມງ.

ທ່ານ Jeff Skorik ຫົວໜ້າ​ຕໍາຫຼວດກ່າວ​ວ່າ ທາງ​ຕໍາຫຼວດ​ແມ່ນ​ສາມາດ​ຕິດ​ຕໍ່​ກັບນາຍ
ຄູ​ຜ່ານທາງ​ໂທລະສັບໃນ​ເວລາ​ທີ່​ເກີດ​ເຫດ​ນັ້ນ. ​ແລະ​ເດັກ​ໜຸ່ມຊຶ່ງ​ເປັນ​ນັກຮຽນ​ຢູ່​ທີ່​ນັ້ນ​ຄື​
ກັນ ໄດ້​ປ່ອຍ​ຕົວ​ປະກັນ​ຫ້າ​ຄົນ​ອອກ​ໄປ ຫຼັງຈາກ​ທີ່​ພວກ​ເຂົາ​ເຈົ້າ​ບອກ​ລາວ​ວ່າ ຢາກໄປ
ຫ້ອງ​ນໍ້າ.

ທ່ານ Skorik ເວົ້າ​ວ່າ ທາງ​ເຈົ້າ​ໜ້າ​ທີ່​ໄດ້​ຍິນ​ສຽງ​ປືນ​ດັງ​ຂຶ້ນບໍ່​ເທົ່າ​ໃດນາ​ທີ​ ຫຼັງ​ຈາກ​ທີ່ຕົວ​
ປະກັນ​ທັງຫ້າ​ຄົນອອກ​ຈາກ​ຫ້ອງ​ໄປແລ້ວ ແລະ​ທາງ​ຕໍາຫຼວດ​ກໍ​ໄດ້​ພັງປະຕູບຸກ​ເຂົ້າ​ໄປ​ໃນ
ຫ້ອງ. ທ່ານ​ກ່າວຕື່ມ​ວ່າມີການພົບເຫັນປືນ​ສອງ​ກະບອກ​ແລະ​ກັບ​ລູກ​ປືນ​ທີ່​ໃຊ້​ແລ້ວນໍາ.

XS
SM
MD
LG