ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມ​ຕ ຍຸ​ຕິ​ທຳ​ແຕ່ງ​ຕັ້ງ ໄອ​ຍະ​ການ​ພິ​ເສດ ເພື່ອ​ສືບ​ສວນ​ເບິ່ງ​ເອກ​ກະ​ສານ​ລັບ ທີ່​ພົບ​ເຫັນ​ຢູ່​ຫ້ອງ​ການ ແລະບ້ານ​ພັກ ​ທ່ານ​ໄບ​ເດັນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ເມີ​ຣິກ ກາ​ແລນ ພວມ​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ກະ​ຊວງ​ຍຸ​ຕິ​ທຳ ເມື່ອ​ວັນ​ທີ 12 ມັງ​ກອນ 2023 ຢູ່ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໃນ​ຂະ​ນະ​ທີ່​ທ່ານ​ຈອນ ເລົາ​ສ໌ ໄອ​ຍະ​ການ​ຈາກ​ຊີ​ຄາ​ໂກ ພວມ​ແນມ​ເບິ່ງ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ເມີ​ຣິກ ກາ​ແລນ ພວມ​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ກະ​ຊວງ​ຍຸ​ຕິ​ທຳ ເມື່ອ​ວັນ​ທີ 12 ມັງ​ກອນ 2023 ຢູ່ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໃນ​ຂະ​ນະ​ທີ່​ທ່ານ​ຈອນ ເລົາ​ສ໌ ໄອ​ຍະ​ການ​ຈາກ​ຊີ​ຄາ​ໂກ ພວມ​ແນມ​ເບິ່ງ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ​ ທ່ານ​ເມີ​ຣິກ ກາ​ແລນ​ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ແຕ່ງ​ຕັ້ງ​ໄອ​ຍະ​ການ​ພິ​ເສດ ​ເພື່ອ​ສືບ​ສວນ​ເບິ່ງ ເອກ​ກະ​ສານ​ລັບ​ທີ່ໄດ້​ຖືກ​ນຳ​ໄປ​ເກັບ​ໄວ້​ ຢູ່​ທີ່​ຫ້ອງ​ການ​ເກົ່າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນແລະ​ເຮືອນ​ຂອງ​ທ່ານຢູ່​ທີ່​ນະ​ຄອນ​ວິ​ລ​ມິງ​ຕັນ ລັດ​ເດ​ລາ​ແວ​ໄດ້​ຈັ່ງ​ໃດ.

ທ່ານ​ກາ​ແລນ ຊຶ່ງ​ເປັນ​ຫົວ​ໜ້າ​ປະ​ຕິ​ບັດ​ກົດໝາຍ​ຂອງ​ສະ​ຫະ​ລັດ ໄດ້​ເລືອກ​ເອົາ​ໄອ​ຍະ​ການ​ມື​ອາ​ຊີບ ທ່ານ​ໂຣ​ເບີ​ດ ເຮີ (Robert Hur) ອະ​ດີດ​ຫົວ​ໜ້າ​ໄອ​ຍະ​ການ​ຂອງ​ລັດ​ຖະ​ບານ​ກາງ ທີ່​ລັດ​ແມ​ຣີ​ແລນ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດເປັນ​ຜູ້​ທຳ​ການ​ສືບ​ສວນ​ກ່ຽວ​ກັບ​ເລື້ອງນີ້. ນອກນັ້ນ ທ່ານ​ເຮີຍັງ​ເຄີຍ​ຮັບ​ໜ້າ ​ທີ່ລະ​ດັບ​ສູງ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ໃນ​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຜູ້​ທີ່​ຮັບ​ໜ້າ​ທີ່​ກ່ອນ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ນັ້ນ​ກໍ​ຄື​ລັດ​ຖະ​ບານ​ທ່ານ​ດໍ​ໂນ​ລ ທ​ຣຳ.

ແຟ້ມ - ໄອ​ຍະ​ການ​ລັດ​ຖະ​ບານ​ກາງ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ເຮີ ຖ່າຍ​ຮູບ​ຢູ່​ບາ​ລ​ຕີ​ມໍ ເມື່ອ​ວັນ​ທີ 21 ພະ​ຈິກ 2019. ເມື່ອ​ວັນ​ທີ 12 ມັງ​ກອນ 2023 ທ່ານ​ເຮີ ໄດ້​ຖືກ​ແຕ່ງ​ຕັ້ງ ໃຫ້​ເປັນ​ຜູ້​ສືບ​ສວນ​ກ່ຽວ​ກັບ​ການ​ພົບ​ເອກ​ກະ​ສານ​ລັບ ທີ່​ພົບ​ເຫັນ​ຢູ່​ຫ້ອງ​ການ ແລະ​ບ້ານ​ພັກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ວໍ​ຊິງ​ຕັນ.
ແຟ້ມ - ໄອ​ຍະ​ການ​ລັດ​ຖະ​ບານ​ກາງ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ເຮີ ຖ່າຍ​ຮູບ​ຢູ່​ບາ​ລ​ຕີ​ມໍ ເມື່ອ​ວັນ​ທີ 21 ພະ​ຈິກ 2019. ເມື່ອ​ວັນ​ທີ 12 ມັງ​ກອນ 2023 ທ່ານ​ເຮີ ໄດ້​ຖືກ​ແຕ່ງ​ຕັ້ງ ໃຫ້​ເປັນ​ຜູ້​ສືບ​ສວນ​ກ່ຽວ​ກັບ​ການ​ພົບ​ເອກ​ກະ​ສານ​ລັບ ທີ່​ພົບ​ເຫັນ​ຢູ່​ຫ້ອງ​ການ ແລະ​ບ້ານ​ພັກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ວໍ​ຊິງ​ຕັນ.

ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​ກາ​ແລນ ມີ​ຂຶ້ນ​ຫຼັງ​ຈາກ​ທ່ານ​ໄດ້​ແຕ່ງ​ຕັ້ງ​ໄອ​ຍະ​ການ​ພິ​ເສດແຈັກ ສ​ມິດ (Jack Smith) ເພື່ອ​ດຳ​ເນີນ​ການ​ສືບ​ສວນ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ທ່ານ​ທ​ຣຳ. ນັບ​ເປັນ​ເວ​ລາ​ຫຼາຍ​ເດືອນ​ມາ​ແລ້ວ ທີ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີໄດ້ຄັດຄ້ານຕໍ່​ການມອບ​ເອກ​ກະ​ສານ​ທີ່ຖືກ​ຈັດ​ວ່າ​ມີ​ຄວາມ​ຫຼໍ່​ແຫຼມ​ສຳ​ຄັນ ໃຫ້​ແກ່​ອົງ​ການ​ຄຸ້ມ​ຄອງ​ເອກ​ກະ​ສານ​ແລະ​ປະ​ຫວັດ​ແຫ່ງ​ຊາດ ດັ່ງ​ທີ່​ໄດ້​ບັງ​ຄັບ​ໂດຍ​ກົດ​ໝາຍ​ສະ​ຫະ​ລັດ ເວ​ລາ​ທ່ານ​ລົງ​ຈາກ​ຕຳ​ແໜ່ງ​ເມື່ອ 2 ປີ​ກ່ອນແລະ​ໄດ້​ຈັດ​ສົ່ງ​ເອກ​ກະ​ສານ​ເຫຼົ່າ​ນີ້​ໄປ​ຍັງ​ບ້ານ​ພັກ​ແຄມ​ທະ​ເລ ​ທີ່ ມາ ອາ ລາ ໂກ ໃນ​ລັດ​ຟ​ລໍ​ຣິ​ດາ ບ່ອນ​ທີ່​ທ່ານ​ອາ​ໄສ​ຢູ່​ໃນ​ເວ​ລານີ້.

ທ່ານ​ກາ​ແລນ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ທີ່​ກະ​ຊວງ​ຍຸ​ຕິ​ທຳ​ວ່າ ການ​ແຕ່ງ​ຕັ້ງ​ທ່ານ​ເຮີ “ແມ່ນ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ ໃນ​ຄວາມ​ໝັ້ນ​ໝາຍ​ຂອງ​ທາງ​ກະ​ຊວງທີ່ມີ​ຕໍ່ສາ​ທາ​ລະ​ນະ​ຊົນທັງ​ໃນ​ຄວາມ​ເປັນ​ອິດ​ສະ​ຫຼະ​ແລະ​ຄວາມ​ຮັບ​ຜິດ​ຊອບ​ທີ່ມີ​ຕໍ່​ເລື້ອງ​ຫຼໍ່​ແຫຼມ​ສຳ​ຄັນ​ພິ​ເສດ.”

ສະ​ມາ​ຊິກ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ບາງ​ຄົນ ຮຽກ​ຮ້ອງ​ໃຫ້​ທ່ານ​ກາ​ແລນ ແຕ່ງ​ຕັ້ງ​ໄອ​ຍະ​ການ​ພິ​ເສດ ເພື່ອ​ສືບ​ສວນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ເດ​ໂມ​ແຄຣັດ.

ທ່ານ​ແຄວິນ ແມັກ​ຄາ​ທີ ປະ​ທານ​ສະ​ພາ​ຕ່ຳ​ຄົນ​ໃໝ່​ຂອງ​ສະ​ຫະ​ລັດ ຢູ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່ຕຶກ​ຫໍ​ລັດ​ຖະ​ສະ​ພາສະ​ຫະ​ລັດ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ລັດ​ຖະ​ສະ​ພາ​ຕ້ອງ​ໄດ້​ທຳ​ການ​ສືບ​ສວນ​ກ່ຽວ​ກັບ​ເລື້ອງນີ້. ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ມີ​ຊາວ​ອາ​ເມ​ຣິ​ກັນ​ຄົນ​ໃດ​ເຊື່ອ​ວ່າ​ກະ​ຊວງ​ຍຸ​ຕິ​ທຳບໍ່​ມີ​ຄວາມ​ສະ​ເໝີ​ພາບ​ເທົ່າ​ກັບ​ທຸກ​ຄົນ.”

ໄອ​ຍະ​ການ​ພິ​ເສດ ທ່ານ​ເຮີ ອາ​ຍຸ 49 ປີ ຈະ​ມີ​ອິດ​ສະ​ຫຼະ​ຫຼາຍກວ່າ​ໄອ​ຍະ​ການ​ຂອງ​ລັດ​ຖະ​ບານ​ກາງ​ທົ່ວ​ໄປເພື່ອ​ສືບ​ສວນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເອກ​ກະ​ສານ​ລັບ ໃນ​ຂະ​ນະ​ທີ່​ທ່ານ​ອອກ​ຈາກ​ຕຳ​ແໜ່ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ຕົ້ນ​ປີ 2017 ແຕ່​ໃນ​ທີ່​ສຸດ ກໍ​ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ກາ​ແລນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG