ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກະສານທີ່ຖືກໝາຍເປັນຄວາມລັບ ພົບເຫັນຢູ່ໃນບ້ານພັກ ຂອງທ່ານເພັນສ໌ ເຊັ່ນກັນ ທະນາຍຄວາມຂອງທ່ານກ່າວ


ແຟ້ມພາບ - ຮອງປະທານາທິບໍດີ ສະຫະລັດ ໄມຄ໌ ເພັນສ໌ ກ່າວຢູ່ທີ່ງານລ້ຽງອາຫານຄ່ຳປະຈຳປີ ທີ່ Hillsborough County ລັດນິວແຮມເຊີ ສຳລັບພັກຣີພັບບລີກັນ (NH GOP Lincoln-Reagan), ວັນທີ 3 ມິຖຸນາ 2021, ໃນເມືອງແມນແຊສເຕີ ລັດນິວແຮມເຊີ.
ແຟ້ມພາບ - ຮອງປະທານາທິບໍດີ ສະຫະລັດ ໄມຄ໌ ເພັນສ໌ ກ່າວຢູ່ທີ່ງານລ້ຽງອາຫານຄ່ຳປະຈຳປີ ທີ່ Hillsborough County ລັດນິວແຮມເຊີ ສຳລັບພັກຣີພັບບລີກັນ (NH GOP Lincoln-Reagan), ວັນທີ 3 ມິຖຸນາ 2021, ໃນເມືອງແມນແຊສເຕີ ລັດນິວແຮມເຊີ.

ເອກະສານຈຳນວນນຶ່ງ ທີ່ຖືກໝາຍເປັນຄວາມລັບ ໄດ້ຖືກພົບເຫັນຢູ່ໃນເຮືອນຂອງອະດີດຮອງປະທານາທິບໍດີ ໄມຄ໌ ເພັນສ໌ ທີ່ລັດອິນເດຍນາ ເມື່ອອາທິດແລ້ວນີ້ ຊຶ່ງທະນາຍຄວາມຂອງທ່ານ ໄດ້ກ່າວຕໍ່ອົງການເກັບມ້ຽນເອກະສານແຫ່ງຊາດ ຫຼື National Archives ໃນໜັງສືສະບັບນຶ່ງ ອັນເປັນຄັ້ງຫຼ້າສຸດ ໃນການຄົ້ນພົບຂໍ້ມູນລັບຫຼາຍຄັ້ງ ຢູ່ໃນບ້ານພັກສ່ວນຕົວ.

ຕາມບົດບັນທຶກ “ປະກົດວ່າ ມີເອກະສານຈຳນວນໜ້ອຍດຽວ ທີ່ຖືກໝາຍເປັນ ຄວາມລັບ ທີ່ໄດ້ຖືກນຳໃສ່ກ່ອງຢ່າງບໍ່ຕັ້ງໃຈແລະໄດ້ຖືກຂົນສົ່ງໄປຍັງບ້ານພັກສ່ວນຕົວຂອງອະດີດຮອງປະທານາທິບໍດີ ເມື່ອສິ້ນສຸດໜ້າທີ່ ໃນຄະນະລັດຖະບານເມື່ອປີກາຍນີ້” ນັ້ນຄືຄຳເວົ້າຂອງທ່ານ ເກຣກ ເຈກັອບ (Greg Jacob) ທະນາຍຄວາມຂອງທ່ານເພັນສ໌ ທີ່ໄດ້ຂຽນລົງໃນໜັງສືສະບັບນຶ່ງ ຊຶ່ງໄດ້ແບ່ງ ປັນໃຫ້ ອົງການຂ່າວເອພີ ເບິ່ງ.

ທ່ານໄດ້ກ່າວວ່າ ທ່ານເພັນສ໌ “ໄດ້ພົວພັນກັບທີ່ປຶກສາຕ່າງຫາກ ທີ່ມີປະສົບການໃນການກຳກັບນຳເອກະສານລັບ ເພື່ອທົບທວນຄືນບັນທຶກຕ່າງໆ ທີ່ເກັບມ້ຽນໄວ້ໃນບ້ານພັກສ່ວນຕົວຂອງທ່ານ ຫຼັງຈາກທີ່ມັນໄດ້ຖືກເປີດເຜີຍຕໍ່ສາທາລະນະ ທີ່ວ່າ ເອກະສານຖືກໝາຍເປັນຄວາມລັບນັ້ນ ໄດ້ຖືກພົບເຫັນຢູ່ໃນບ້ານຂອງທ່ານໄບເດັນ ທີ່ເມືອງວີລມິງຕັນ.

ກະຊວງຍຸຕິທຳ ໄດ້ນຳໃຊ້ໄອຍະການພິເສດມາແລ້ວ ເພື່ອສືບສວນສອບສວນ ການທີ່ມີເອກະສານຖືກໝາຍເປັນຄວາມລັບ ທີ່ໄດ້ມາຈາກບ້ານພັກໃນລັດຟລໍຣິດາ ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ແລະຈາກເຮືອນ ແລະອະດີດຫ້ອງການໃນນະຄອນວໍຊິງຈັນ ຂອງທ່ານໄບເດັນ. ກະຊວງນີ້ ກ່າວວ່າ ເອກະ ສານທີ່ຖືກໝາຍເປັນຄວາມລັບ ປະມານ 300 ສະບັບ ລວມມີ ໃນລະດັບ ລັບສູງສຸດ ໄດ້ຖືກນຳອອກມາຈາກ ມາຣ ອາ ລາໂກ ແລະບັນດາເຈົ້າໜ້າທີ່ກຳລັງ ພະຍາຍາມທີ່ຈະລະບຸວ່າ ທ່ານທຣຳ ຫຼື ຄົນຜູ້ໃດອື່ນໆອີກ ຄວນຖືກຟ້ອງໃນຂໍ້ຫາ ມີເອກະສານເຫຼົ່ານັ້ນ ໃນຄອບຄອງຢ່າງຜິດກົດໝາຍ ຫຼື ພະຍາຍາມທີ່ຈະຄັດຂວາງການສືບສວນສອບສວນທາງອາຍາ ທີ່ໄດ້ດຳເນີນມາຫຼາຍເດືອນແລ້ວນັ້ນ.

ທະນາຍຄວາມຂອງທານເພັນສ໌ ໄດ້ກ່າວໃນໜັງສືສະບັບນຶ່ງຂອງທ່ານ ວ່າ ອະດີດຮອງປະທານາທິບໍດີ “ບໍ່ຮູ້ຈັກເລີຍກ່ຽວກັບ ເອກະສານທີ່ຫຼໍ່ແຫຼມ ຫຼື ເອກະສານລັບ ຢູ່ໃນບ້ານພັກສ່ວນຕົວຂອງທ່ານ” ແລະ “ເຂົ້າໃຈເຖິງຄວາມສຳຄັນຢ່າງສູງ ໃນການປົກປັກຮັກສາຂໍ້ມູນທີ່ຫຼໍ່ແຫຼມ ແລະຄວາມລັບ ແລະມີຄວາມພ້ອມ ແລະຄວາມຕັ້ງໃຈ ທີ່ຈະໃຫ້ການຮ່ວມມື ຢ່າງເຕັມສ່ວນກັບອົງການເກັບມ້ຽນເອກະສານແຫ່ງຊາດ ແລະການກວດກາໃດໆທີ່ເໝາະສົມ.”

ທ່ານເຈກັອບ ໄດ້ກ່າວວ່າ ທ່ານເພັນສ໌ ໄດ້ເກັບເອກະສານເຫຼົ່ານັ້ນໄວ້ໃນຕູ້ເຊັບບ່ອນທີ່ປອດໄພໃນທັນທີ ເມື່ອໄດ້ຖືກພົບເຫັນ. ແລະອີງຕາມໜັງສືສະບັບທີ່ຕິດຕາມມາ ຈາກທະນາຄວາມ ລົງວັນທີ 22 ມັງກອນ ເຈົ້າໜ້າທີ່ອົງການສັນຕິບານກາງ FBI ໄດ້ເດີນທາງໄປຢ້ຽມຢາມ ບ້ານພັກຂອງທ່ານເພັນສ໌ ເພື່ອເກັບກຳເອົາເອກະສານລັບດັ່ງກ່າວ.

ໂຄສົກກະຊວງຍຸຕິທຳ ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນ ໃນວັນອັງຄານວານນີ້ ແລະທະນາຍຄວາມສຳລັບທ່ານເພັນສ໌ ກໍບໍ່ໄດ້ຕອບອີເມລໃນທັນທີທັນໃດ ໃນການສະແຫວງຫາລາຍລະອຽດຕື່ມອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG