ພວກນັກຮຽນທີ່ໂສກເສົ້າ ໄດ້ພາກັນກັບຄືນໄປໂຮງຮຽນ
ໃນເມືອງ Ansan ຂອງເກົາຫຼີໃຕ້ 9 ມື້ ຫຼັງຈາກເກີດອຸບປະຕິເຫດ
ເຮືອຂ້າມຟາກຫລົ້ມ ທີ່ເຮັດໃຫ້ມີເພື່ອນນັກຮຽນດ້ວຍກັນ ຫຼາຍ
ຮ້ອຍຄົນ ເສຍຊີວິດ ຫຼືບໍ່ກໍຍັງຫາບໍ່ທັນພົບເທື່ອນັ້ນ.
ມີການນຳເອົາທັງດອກໄມ້ແລະບັດຂຽນຂໍ້ຄວາມຕ່າງໆ ໄປວາງ
ໄວ້ຕາມໂຕະພວກນັກຮຽນທີ່ຫາຍສາບສູນໃນວັນພະຫັດມື້ນີ້
ໃນຂະນະທີ່ພວກນັກຮຽນໄດ້ກັບຕ່າວຄືນໄປເຂົ້າຮຽນໃໝ່ນັ້ນ.
ຄະນະປົກຄອງຂອງໂຮງຮຽນກ່າວວ່າ ໃນ 2-3 ມື້ ທຳອິດນີ້
ແມ່ນຈະເພັ່ງເລັງໃສ່ ການໃຫ້ຄວາມປຶກສາ ໃຫ້ຄວາມອົບອຸ່ນ ປະຄັບປະຄອງທາງດ້ານຈິດໃຈ.
ຈຳນວນຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນແລ້ວ ແມ່ນ 159 ຄົນ ໃນວັນພະຫັດມື້ນີ້ໃນຂະນະທີ່ມະນຸດກົບ ໄດ້ດຳເລິກເຂົ້າໄປໃນເຮືອ ທີ່ໄດ້ປີ້ນຂວ້ຳເອົາທ້ອງຂຶ້ນ ໃນນ້ຳຂຸ່ນໆ ຢູ່ນອກແຄມຝັ່ງທະເລທາງພາກຕາເວັນຕົກສຽງໃຕ້ ຂອງປະເທດ.
ເຮືອຂ້າມຟາກ Sewol ໄດ້ລຳລຽງຜູ້ໂດຍສານ 476 ຄົນ ຊຶ່ງສ່ວນໃຫຍ່ແມ່ນພວກເດັກນ້ອຍນັກຮຽນທີ່ພວມມຸ່ງໜ້າພາກັນໄປທັດສະນະສຶກສານອກສະຖານທີ່ຢູ່ເກາະຕາກອາກາດ Jeju. ມີພຽງແຕ່ 174 ຄົນເທົ່ານັ້ນ ທີ່ຖືກຊ່ວຍຊີວິດໄວ້ໄດ້.
ເກືອບວ່າ ທັງໝົດຂອງຈຸເຮືອໄດ້ລອດຊີວິດມາໄດ້ ເວັ້ນເສຍແຕ່ 7 ຄົນ. ມີ 11 ຄົນທີ່ໄດ້
ຖືກຈັບກຸມ ໃນການກ່ຽວຂ້ອງກັບການປ່ອຍປະລະເລີຍ ຫຼືບໍ່ໄດ້ທຳການຊ່ອຍເຫຼືອກູ້
ໄພພວກນັກຮຽນເຫຼົ່ານີ້ ໃຫ້ອອກມາຈາກເຮືອ.
ພວກນັກສືບສວນສອບສວນ ຍັງບໍ່ທັນໄດ້ຮູ້ສາເຫດເທື່ອວ່າ ເປັນຫຍັງເຮືອຂ້າມຟາກ
ຂະໜາດ 6,800 ໂຕນລຳນີ້ ຈຶ່ງໄດ້ປີ້ນຂວ້ຳແລະຫຼົ້ມລົງ. ພວກເຂົາເຈົ້າໄດ້ພິຈາລະນາ
ເບິ່ງສາເຫດກ່ຽວ ກັບຄວາມເປັນໄປໄດ້ຕ່າງໆ ເຊັ່ນວ່າ ລົມແຮງ ຄື້ນຟອງ ແລະການບັນຈຸນ້ຳໜັກເກີນໄປຂອງເຮືອລຳດັ່ງກ່າວກໍເປັນໄດ້.
ການ ເກັບກຳຂໍ້ມູນ ລະບຸວ່າ ເຮືອລຳນີ້ໄດ້ລ້ຽວໄວໂພດ ຢ່າງກະທັນຫັນ ບໍ່ເທົ່າໃດນາທີ
ກ່ອນທີ່ຈະເລີ້ມອຽງແລະປີ້ນຂວ້ຳລົງ. ຜູ້ໂດຍສານບາງຄົນຍັງລາຍງານວ່າ ໄດ້ຍິນສຽງ
ແຮງດັງຂະ ໜາດແຮງກ່ອນທີ່ເຮືອຈະຫຼົ້ມ.