ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານກ່ຽວກັບການປະທະກັນ ເມື່ອຜູ້ປະທ້ວງ ພາກັນໂຮມຊຸມນຸມ ຢູ່ທີ່ມະຫາວິທະຍາໄລ ຫຼາຍສິບແຫ່ງ ໃນອີຣ່ານ


ຮ້ານໜັງສືນ້ອຍໆຢູ່ໃນອີຣ່ານ, ວັນທີ 22 ຕຸລາ 2022, ເປີດເຜີຍໃຫ້ເຫັນໜັງສືພິມ ຮໍາມີຮານ (Hammihan), ເຊິ່ງມີຫົວຂໍ້ຂ່າວທີ່ກ່າວເຖິງຖະແຫຼງການຂອງສະມາຄົມນັກຂ່າວເຕຫະຣ່ານ, ໂດຍບັນດານັກຂ່າວ ພາກັນຕ້ອງຕິເຈົ້າໜ້າທີ່ ທີ່ໄດ້ກັກຂັງນັກຂ່າວທັງສອງ.
ຮ້ານໜັງສືນ້ອຍໆຢູ່ໃນອີຣ່ານ, ວັນທີ 22 ຕຸລາ 2022, ເປີດເຜີຍໃຫ້ເຫັນໜັງສືພິມ ຮໍາມີຮານ (Hammihan), ເຊິ່ງມີຫົວຂໍ້ຂ່າວທີ່ກ່າວເຖິງຖະແຫຼງການຂອງສະມາຄົມນັກຂ່າວເຕຫະຣ່ານ, ໂດຍບັນດານັກຂ່າວ ພາກັນຕ້ອງຕິເຈົ້າໜ້າທີ່ ທີ່ໄດ້ກັກຂັງນັກຂ່າວທັງສອງ.

ນັກສຶກສາຊາວອີຣ່ານ ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຫຼາຍ​ສິບ​ແຫ່ງ ໄດ້ພາກັນອອກມາໂຮມຊຸມນຸມ ໃນວັນອາທິດວານນີ້ ​ເພື່ອປະທ້ວງຕໍ່ການເສຍຊີວິດ ຂອງຍິງສາວ ໃນລະຫວ່າງທີ່ນາງຖືກຄວບຄຸມໂຕໂດຍຕໍາຫຼວດ.

ມີລາຍງານບາງ​ກະ​ແສກ່ຽວກັບການປະທະລະ​ຫວ່າງຜູ້ໂຮມຊຸມນຸມ ແລະ​ກຳ​ລັງ​ຮັກ​ສາຄວາມປອດໄພ.

ຢູ່ທີ່ມະຫາວິທະຍາໄລ ອິສລາມ ອາຊາດ (Islamic Azad) ໃນນະຄອນຫຼວງເຕຫະຣ່ານ, ກອງກໍາລັງນອກ​ເຄື່ອງແບບຕິດອາວຸດ ພ້ອມດ້ວຍປືນຍາວ ແລະໄມ້ຄ້ອນ ໄດ້ບຸກເຂົ້າໂຈມຕີການ​ໂຮມ​ຊຸມ​ນຸມ​ຂອງນັກສຶກສາ​ຂະ​ໜາດ​ໃຫຍ່, ອີງຕາມລາຍງານຂອງ VOA ພາກພາສາເປີເຊຍ.

ການປະທ້ວງຢູ່ໃນອີຣ່ານ ລະເບີດຂຶ້ນລຸນຫຼັງການເສຍຊີວິດຂອງນາງມາຊາ ອະມີນີ ອາຍຸ 22 ປີ.

ຍິງສາວຊາວເຄີດຄົນ​ນີ້ ໄດ້ຖືກຄວບຄຸມໂຕ ຢູ່ໃນນະຄອນຫຼວງເຕຫະຣ່ານ ເມື່ອວັນທີ 13 ກັນຍາທີ່ຜ່ານ​ມາ ໃນຂໍ້ຫາກ່ຽວກັບການໃສ່ຜ້າປົກຫົວ ຫຼື ຮີຈາບ ແບບ “ບໍ່ເໝາະສົມ.” ລາວເສຍຊີວິດ 3 ມື້ຫຼັງຈາກຖືກຄວບຄຸມໂຕ, ໂດຍຕໍາຫຼວດໄດ້ລາຍງານວ່າ ລາວເສຍຊີວິດ​ຍ້ອນໂ​ຣກຫົວໃຈ, ເຊິ່ງຄອບຄົວຂອງລາວ ກ່າວວ່າ ລາວບໍ່ເຄີຍມີປະຫວັດກ່ຽວກັບບັນຫາຂອງໂຣກຫົວໃຈມາກ່ອນ.

ກຸ່ມ​ປົກ​ປ້ອງສິດທິມະນຸດກ່າວວ່າ ມີຜູ້ເສຍຊີວິດຫຼາຍກວ່າ 200 ຄົນ​ແລ້ວ ໃນລະຫວ່າງການປະທ້ວງ, ແລະມີຫຼາຍໆ​ຮ້ອຍຄົນ ຖ້າບໍ່ແມ່ນຫຼາຍພັນຄົນໄດ້ຖືກຈັບ. ນັກວິເຄາະກ່າວວ່າ ການປະທ້ວງດັ່ງກ່າວນີ້ໄດ້ກາຍມາເປັນນຶ່ງໃນການປະ ທ້ວງທີ່ມີຄວາມທ້າທາຍແລະຮ້າຍແຮງທີ່ສຸດ ຕໍ່ສາທາລະນະລັດອິສລາມ ໃນ​ປະ
ຫວັດ​ສາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG