ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ທະ​ກັນ ກ່ຽວ​ກັບ ສົງ​ຄາມ ອິ​ສ​ຣາ​ແອ​ລ-ຮາ​ມາ​ສ ເຮັດ​ໃຫ້​ນັກ​ສຶກ​ສາ​ຢູ່​ວິ​ທະ​ຍາ​ໄລ ​ໃນ ສະ​ຫະ​ລັດ ຢ້ານ


ນາງ ອີ​ເດັນ ຣອດ​ທ໌, ນັກ​ສຶກ​ສາ​ຊາວ​ຢິວ​ຢູ່​ມະ​ຫາວ​ິ​ທະ​ຍາ​ໄລ ທູ​ເລນ ໃນ​ນະ​ຄອນ ນິວ ອໍ​ລີນ​ສ໌, ລັດ ຫຼຸຍ​ຊຽນ​ນາ, ລົມ​ກ່ຽວ​ກັບ​ຄວາມ​ເຄັງ​ຕຶງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຫຼັງ​ຈາກ​ການ​ບຸກ​ລຸກ​ຂອງ​ກຸ່ມ​ຮາ​ມາ​ສ ໃນ ອິ​ສ​ຣາ​ແອ​ລ ແລະ ການ​ຕອບ​ໂຕ້​ຂອງ ອິ​ສ​ຣາ​ແອ​ລ, 7 ພະ​ຈິກ 2023.
ນາງ ອີ​ເດັນ ຣອດ​ທ໌, ນັກ​ສຶກ​ສາ​ຊາວ​ຢິວ​ຢູ່​ມະ​ຫາວ​ິ​ທະ​ຍາ​ໄລ ທູ​ເລນ ໃນ​ນະ​ຄອນ ນິວ ອໍ​ລີນ​ສ໌, ລັດ ຫຼຸຍ​ຊຽນ​ນາ, ລົມ​ກ່ຽວ​ກັບ​ຄວາມ​ເຄັງ​ຕຶງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຫຼັງ​ຈາກ​ການ​ບຸກ​ລຸກ​ຂອງ​ກຸ່ມ​ຮາ​ມາ​ສ ໃນ ອິ​ສ​ຣາ​ແອ​ລ ແລະ ການ​ຕອບ​ໂຕ້​ຂອງ ອິ​ສ​ຣາ​ແອ​ລ, 7 ພະ​ຈິກ 2023.

ໃນ​ຖາ​ນະ​ເປັນ​ນັກ​ສຶກ​ສາ​ຊາວ​ຢິວ, ນາງ ອີ​ເດັນ ຣອດ​ທ໌ (Eden Roth), ມັກ​ຈະ​ຮູ້​ສຶກ​ປອດ​ໄພ ແລະ ຖືກ​ຕ້ອນ​ຮັບ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ ທູ​ເລນ (Tulane University), ບ່ອນ​ທີ່​ນັກ​ສຶກ​ສາຫຼາຍກວ່າ 40 ເປີ​ເຊັນ​ແມ່ນ​ຊາວຢິວ. ມັນ​ໄດ້ ຖື​ກ​ທົດ​ສອ​ບ​ໂດຍ​ຜົນ​ທີ່​ຕາມ​ມາ​ຈາກ​ການ​ບຸກ​ລຸ​ກ ອິ​ສ​ຣາ​ແອ​ລ ໂດຍ​ກຸ່ມ​ຮາ​ມາ​ສ ໃນ​ເດືອນ​ແລ້ວນີ້.

ພາບ​ແຕ້ມ​ຢູ່​ຝາ​ເຮືອນທີ່​ປາ​ກົດ​ຢູ່​ໃນເຂດ​ມະ​ຫາ​ວິ​ທະ​ຍາ​ໄລ ​ໃນ​ເມືອງ ນິວ ອໍ​ລີນ​ສ໌ ດ້ວຍ​ຂໍ້​ຄວາມ​ທີ່​ຂຽນ​ວ່າ “ຈາກ​ແມ່​ນ້ຳ​ສູ່​ທະ​ເລ,” ເຊິ່ງ​ແມ່ນ​ການ​ປຸກ​ລະ​ດົມ​ສຳ​ລັບ​ພວກ​ນັກ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ ປາ​ແລັ​ສ​ໄຕ​ນ໌. ຕໍ່​ມາ​ກໍ​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ​ການ​ປະ​ທ້ວງແບບດວນ​ກັນ, ບ່ອນ​ທີ່​ການ​ເວົ້າ​ໂຕ້​ຕອບ​ກັນ​ຢ່າງ​ຮຸນ​ແຮງ​ໄດ້​ນຳ​ໄປ​ສູ່​ການ​ຈັບ​ກຸມ​ສາມ​ຄົນ ແລະ ເຮັດ​ໃຫ້​ນັກ​ສຶກ​ສາ​ຊາວ​ຢິວ​ຄົນ​ນຶ່ງ​ດັງ​ຫັກ.

ນາງ ຣອດ​ທ໌, ຜູ້​ທີ່​ໄດ້​ເດີນ​ທາງ​ໄປ ອິ​ສ​ຣາ​ແອ​ລ ເມື່ອ​ລະ​ດູ​ຮ້ອນ​ທີ່​ຜ່ານ​ມາ​ສຳ​ລັບ​ໂຄງ​ການ​ສຶກ​ສາ​ໃນ​ຕ່າງ​ປະ​ເທດ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ການຫັນປ່ຽນ​ຂອງ​ປະ​ສົບ​ການ​ກັບ​ຊາວຢິວ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ​ແມ່ນ​ໜ້າ​ຕົກ​ໃຈ​ເປັນ​ຢ່າງ​ຍິ່ງ. ນັກ​ສຶກ​ສາ​ຈຳ​ນວນຫຼວງຫຼາຍ​ໄດ້​ມາ​ຮຽນ​ຢູ່ ທູ​ເລນ ຍ້ອນ​ປະ​ຊາ​ກອນ​ຊາວ​ຢິວ ທີ່​ຮູ້​ສຶກ​ຄື​ວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ, ຄື​ກຸ່ມ​ທີ່​ມີ​ຄົນ​ສ່ວນຫຼາຍ ແທນ​ທີ່​ຈະ​ເປັນ​ສ່ວນ​ນ້ອຍ. ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ນັ້ນ​ໄດ້​ປ່ຽນ​ແປງ​ຢ່າງ​ແນ່ນອນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG