ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີ​ການ​ປະ​ທະ​ກັນ​ ໃນ​ອີ​ຣ່ານ ​ຂະ​ນະ​ທີ່​ການ​ປະ​ທ້​ວງ​ຕໍ່​ຕ້ານ​ການເສຍ​ຊີ​ວິດ ​ຂອງ​ແມ່​ຍິງຄົນ​ນຶ່ງ ​ຍັງ​ມີ​ຂຶ້ນຢູ່ໃນ​ຫຼາຍ​ຕົວ​ເມືອງ

​ພາບ​ຖ່າຍ​ຈາກວີ​ດິ​ໂອ UGC ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເມ່​ຍິງ​ກຳ​ລັງ​ປະ​ທ້ວງ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງໃນເມືອງ Yazd ຢູ່​ທາງ​ພາກ​ກາງ​ຂອງ​ອີ​ຣ່ານ ໃນວັນທີ 26 ກັນ​ຍາ, 2022 ຫລັງ​ຈາກ​ມີການ​ເສຍ​ຊີ​ວິດ​ຂອງ​ນາງ​ມາ​ຊາ ອາ​ມີ​ນີ ຂະ​ນະ​ທີ່​ນາງຢູ່​ໃນ​ການ​ຄຸມ​ຂັງ​ຂອງ​ຕຳ​ຫລວດ

ຕຳຫຼວດປາບຈະລາຈົນ ແລະກຳລັງຮັກສາຄວາມສະ​ຫງົບໄດ້ປະທະກັນກັບພວກປະທ້ວງ ຢູ່ໃນຫຼາຍ ຕົວເມືອງ ຂອງອີຣ່ານ ທ່າມກາງການປະທ້ວງຕໍ່ເລື້ອງເສຍຊີວິດຂອງ ແມ່ຍິງຄົນນຶ່ງທີ່ຖືກກັກຂັງໂດຍ ຕຳຫຼວດສິນທຳຂອງປະເທດ ຍ້ອນບໍ່ໃສ່ຜ້າ​ຄຸມຫົວ ຫລື hijab ຢ່າງຖືກຕ້ອງ.

ການ​ປະ​ທ້ວງ​ຄັ້ງ​ຫລ້າ​ສຸດ​ໄດ້​ເກີດ​ຂຶ້ນ​ຢູ່​ໃນນະ​ຄອນ​ຫລວງ​ເຕ​ຫະ​ຣ່ານ, ຕາບ​ຣິ​ສ (Tabriz), ກາ​ຣາ​ຊ (Karaj), ຢາດ (Yazd) ແລະ​ເຂດ​ອື່ນໆ ຊຶ່ງສືບ​ຕໍ່​ການ​ຮຽກ ຮ້ອງຢ່າງ​ຖ້ວມ​ລົ້ນ​ເພື່ອ​ຂໍ​ຄວາມ​ຍຸຕິ​ທຳ​ທີ່​ໄດ້​ເລີ້ມ​ຕົ້ນຂຶ້ນ​ໃນ​ວັນ​ທີ 17 ກັນຍາຜ່ານ​ມາ​.

ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ກ່າວ​ວ່າ ມີ​ຜູ້​ເສຍ​ຊີ​ວິດ 41 ຄົນ​ນັບ​ຕັ້ງ​ແຕ່​ການ​ປະ​ທ້ວງ​ໄດ້​ເລີ່ມ​ຕົ້ນຂຶ້ນ ໃນ​ຂະ​ນະ​ທີ່​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ເວົ້າ​ວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ກວ່ານັ້ນ.

ນາງ​ມາ​ຊາ ອາ​ມີ​ນີ (Mahsa Amini) ອາຍຸ 22 ປີ ໄດ້ຖືກຈັບໃນວັນທີ 13 ກັນຍາ ທີ່ນະ​ຄອນ​ຫລວງເຕຫະຣ່ານ ແລະ ເຈົ້າໜ້າທີ່ໄດ້ປະກາດການເສຍຊີວິດຂອງນາງ ໃນ ສາມມື້ຕໍ່ມາ.

ຄອບຄົວ​ຂອງ​ນາງອາ​ມີ​ນີ​ ​ກ່າວ​ຫາວ່າ ​ນາງ​ໄດ້​ຖືກ​ທຸບ​ຕີ​ໃນ​ລົດ​ຕູ້​ຂອງ​ຕຳຫຼວດ ຫລັງ​ຈາກ​ຖືກ​ຈັບ​ກຸມແລ້ວ ຊຶ່ງ​ຖືກ​ຕີ​ຫົວຕັ້ງ​ຫຼາຍ​ບາດ. ຕໍາຫຼວດໄດ້ປະຕິເສດຕໍ່ຂໍ້ກ່າວຫານັ້ນ, ໂດຍກ່າວວ່ານາງອາ​ມີ​ນີ ໄດ້ເສຍຊີວິດ ຫຼັງຈາກຖືກນໍາໄປໂຮງຫມໍ ເພາະວ່ານາງ ເປັນໂຣກຫົວໃຈວາຍ.

ພາບທີ່​ຖ່າຍ​ຈາກວີ​ດິ​ໂອ UGC ຂອງ​ຄົນ​ນຶ່ງ​ທີ່ບໍ່​ຮູ້​ຊື່​ສະ​ແດງ​ໃຫ້​ເຫັນ​ວ່າ ແມ່​ຍິງຊາວ​ອີ​ຣ່ານ ພາ​ກັນ​ຮ້ອງ​ໂຮ ແລະ​ເອົາຜ້າ​ປ​ົກ​ຫົວ​ຂອງ​ເຂົາ​ເຈົ້າ​ອອກ​ມາ​ໂບກໃຫ້​ປີວສະ​ບັດ​ຢູ່​ເທິງ​ຫົວ​ເຂົາ​ເຈົ້າຢູ່​ຕາມ​ຖະ​ໜົນ​ໃນ​ເມືອງ Sanandaj, ​ເມືອງ​ເອກ​ຂອງ​ແຂວງ Kurdistan ຂອງ​ອີ​ຣ່ານ, ວັນ​ທີ 26 ກັນ​ຍາ, 2022

ປະທານາທິບໍດີອີຣ່ານ, ທ່ານອີບ​ຣາ​ຮີມ ຣາຍ​ຊີ (Ebrahim Raisi) ກ່າວວ່າ ທ່ານໄດ້ສັ່ງໃຫ້ມີການ ສືບສວນ ກ່ຽວກັບການກັກຂັງ ແລະການເສຍຊີວິດຂອງນາງອາ​ມີ​ນີ ແລ້ວ.

ທ່ານນາ​ດາ ອາ​ລ-ນາ​ຊີ​ຟ (Nada Al-Nashif), ຜູ້ຮັກສາການຂ້າ​ຫລວງ​ໃຫຍ່ດ້ານ​ສິດທິມະນຸດ ​ອົງການ ສະຫະປະຊາຊາດ ກ່າວໃນອາທິດແລ້ວນີ້ວ່າ “ການເສຍຊີວິດຢ່າງໜ້າ​ອະ​ໜາດ ຂອງນາງ​ມາ​ຊາ ອາ​ມີ​ນີ ແລະການກ່າວຫາ ກ່ຽວກັບການທຸບ​ຕີ​ທໍ ​ລ​ະ​ມານນາງ ແລະ ການປະພຶດທີ່ຜິດຕ້ອງໄດ້ຮັບການສືບສວນ ໂດຍໄວ, ຢ່າງຍຸຕິທຳ ແລະມີປະສິດຕິຜົນໂດຍອົງການອິດ​ສະ​ຫລະ​ທີ່​ມີ​ຄວາມສາ​ມາດ.”

ແມ່ຍິງຊາວອີຣ່ານບາງຄົນ​ກໍໄດ້ຕັດຜົມຂອງເຂົາເຈົ້າໃນທີ່​ສາ​ທາ​ລະ​ນະ​ ຫຼືບໍ່​ກໍຈູດຜ້າປົກຫົວຂອງເຂົາເຈົ້າ ຢູ່ຕາມຖະໜົນຫົນທາງໃນຂະນະທີ່ຝູງຊົນ ທີ່ໂກດ ແຄ້ນໄດ້ຮຽກຮ້ອງໃຫ້ຜູ້ນໍາສູງສຸດອາ​ຢາ​ໂຕ​ລາ ອາ​ລີ ຄາ​ເມ​ນີ (Ayatollah Ali Khamenei) ໄດ້​ຮັບ​ຄວາມ​ຫາຍ​ຍະ​ນະ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ
XS
SM
MD
LG