ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານ ແລະ ສະໜັບສະໜຸນ ປ. Morsi ປະທະກັນ ຢູ່ ອີຈິບ (ສະໄລດ໌/ວີດີໂອ)


ຜູ້ປະທ້ວງຄົນນຶ່ງ ກຳລັງໂບກທຸງຊາດ ທີ່ຈະຕຸລັດ Tahrir ໃນການໂຮມຊຸມນຸມກັນທີ່ກຸງໄຄໂຣ (28 ມິຖຸນາ 2013)
ຜູ້ປະທ້ວງຄົນນຶ່ງ ກຳລັງໂບກທຸງຊາດ ທີ່ຈະຕຸລັດ Tahrir ໃນການໂຮມຊຸມນຸມກັນທີ່ກຸງໄຄໂຣ (28 ມິຖຸນາ 2013)
ພວກສະໜັບສະໜຸນແລະພວກຕໍ່ຕ້ານປະທານາທິບໍດີອີຈິບທ່ານ Mohammad Morsi ໄດ້ຍິງປືນ ແລະ ແກວ່ງໝາກກະໂພກໃສ່
ກັນ ໃນລະຫວ່າງ ການຕໍ່ສູ້ກັນ ຢ່າງດຸເດືອດ ຢູ່ຕາມຖະໜົນຫົນ
ທາງ ທີ່ນະຄອນອາເລັກຊານເດຣຍ ໃນວັນສຸກວານນີ້.

ຕຳຫຼວດປາບຈະລາຈົນ ໄດ້ເຄື່ອນກຳລັງເຂົ້າໄປພ້ອມດ້ວຍລົດ
ຫຸ້ມເກາະ ແລະ ລົດຍິງລະເບີດນໍ້າຕາ ແຕ່ບໍ່ແມ່ນ ກ່ອນທີ່ຫ້ອງ
ການຂອງພັກການເມືອງທ່ານ Morsi ໄດ້ຖືກຈູດເຜົາ.

ເຈົ້າໜ້າທີ່ເວົ້າວ່າ ມີສອງຄົນເສຍຊີວິດຮວມທັງພົນລະເມືອງອາ
ເມຣິກັນຄົນ ນຶ່ງໄດ້ຖືກແທງຕາຍຂະນະທີ່ພວມຖ່າຍຮູບເອົາການຕໍ່ສູ້ກັນດັ່ງກ່າວ. ກະຊວງ ການຕ່າງປະເທດສະຫະລັດໄດ້ອອກຄຳເຕືອນກ່ຽວກັບການເດີນທາງໄປອີຈິບ ໂດຍຂໍໃຫ້ ຊາວອາເມຣິກັນເລື່ອນເວລາໃນການເດີນທາງທີ່ບໍ່ຈຳເປັນໄປປະເທດອີຈິບ. ນອກນັ້ນຍັງ ຈະມີການຍົກຍ້າຍ ພະນັກງານສະຖານທູດຈຳນວນນຶ່ງ ແລະຄອບຄົວຂອງພວກເຂົາເຈົ້າ ອອກຈາກປະເທດດັ່ງກ່າວ.

ວີດີໂອ - ການປະທ້ວງ ຢູ່ອີຈິບ
please wait

No media source currently available

0:00 0:00:42 0:00


ພວກປະທ້ວງໄດ້ເຕົ້າໂຮມກັນທີ່ຈະຕຸລັດ Tahrir ໃນກຸງໄຄໂຣໂດຍພາກັນໂບກທຸງຊາດອີ ຈິບແລະຮຽກຮ້ອງໃຫ້ທ່ານ Morsi ລາອອກ. ພວກເຂົາເຈົ້າພວມກະກຽມການໂຮມຊຸມນຸມ ປະທ້ວງຂະໜາດໃຫຍ່ໃນວັນອາທິດມື້ອື່ນນີ້ ຊຶ່ງເປັນວັນຄົບຮອບນຶ່ງປີ ໃນການເຂົ້າກຳຕຳ ແໜ່ງປະທານາທິບໍດີຂອງທ່ານ Morsi.

ພວກຝ່າຍຄ້ານໄດ້ກ່າວຫາທ່ານ Morsi ແລະຂະບວນການພະລາດອນພາບມຸສລິມຂອງ ທ່ານວ່າ ພະຍາຍາມທີ່ຈະບ່ອນທຳລາຍຕໍ່ສິດທິຂອງພວກທີ່ບໍ່ຝັກໄຝ່ໃນສາສະໜາ ແລະບໍ່ ໄດ້ປະຕິບັດຕາມຈຸດປະສົງຂອງການລຸກຮືຂຶ້ນໃນປີ 2011 ທີ່ບັງຄັບໃຫ້ອະດີດປະທານາທິ ບໍດີ Hosni Mubarak ລາອອກນັ້ນ.

ພວກສະໜັບສະໜຸນທ່ານ Morsi ກໍໃຫ້ສັນຍາເຊັ່ນດຽວກັນວ່າ ຈະລົງສູ່ຖະໜົນ ຫົນທາງ ໂດຍກ່າວຫາພວກຝ່າຍຄ້ານວ່າ ວາງແຜນກໍ່ລັດຖະປະຫານ.

XS
SM
MD
LG