ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

14 ຄົນເສຍຊີວິດ ຍ້ອນການປະທະກັນ ແລະ ເຮລິຄອບເຕີຕົກ ໃນເທີກີ


ຄົນພາກັນເບິ່ງບ່ອນລະເບີດແຕກ ໃນວັນພະຫັດທີເຂດເມືອງ Sarikamis ນອກນະຄອນ Diyarbakir, ປະເທດເທິກີ.
ຄົນພາກັນເບິ່ງບ່ອນລະເບີດແຕກ ໃນວັນພະຫັດທີເຂດເມືອງ Sarikamis ນອກນະຄອນ Diyarbakir, ປະເທດເທິກີ.

ທະຫານ​ເທີ​ກີ 8 ຄົນ ​ແລະ​ສະມາຊິກ​ 6 ຄົນ​ຂອງ​ພັກ​ກຳມະກອນ​ຊາວ​ເຄີ​ດ ຊຶ່ງ​ເປັນ​ກຸ່ມ​ນອກ​ກົດໝາຍທີ່​ເອີ້ນຫຍໍ້​ວ່າ PKK ນັ້ນ ​ໄດ້​ເສຍ​ຊີວິດ​ໃນ​ວັນ​ສຸກ​ມື້​ນີ້​ໃນການ​ປະ​ທະ​ກັນ​ ໃນ​ເຂດ​ ທີ່​ມີ​ຊາວເຄີ​ດອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່​ ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ ເທດ​ນັ້ນ​ ອີງ​ຕາມ​ຖະ​ແຫຼງການ​ຂອງ​ກອງທັບ​ເທີ​ກີ.

ທະຫານ 6 ຄົນ​ໄດ້​ເສຍ​ຊີວິດ​ແລະ​ອີກ 8 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ປະ​ທະກັນ​ກັບ​ພວກ ​ກະບົດ​ທີ່​ເກີດ​ຂຶ້ນຢູ່​ໃນ​ແຂວງ Hakkari ​ໃນ​ວັນ​ສຸກ​ມື້ນີ້​ແລະ​ທະຫານ ອີກ 2 ຄົນ​ໄດ້​ເສຍ ​ຊີວິດ ​ເວລາ​ເຮືອບິນ​ເຮຣີຕອບ​ເຕີ້ທີ່​ສົ່ງ​ໄປ​ປະຕິບັດ​ງານ​ຢູ່​ໃນ ​ເຂດ​ດັ່ງກ່າວ ປະສົບ​ອຸບັດ​ຕິ ເຫດ​ຕົກ ຍ້ອນ​ມີ​ບັນຫາ​ທາງ​ດ້ານ​ເທັກ​ນິກ.

​ໃນ​ຂະນະ​ດຽວ​ກັນ ພວກ​ທີ່​ສົງ​ໄສ​ວ່າ​ເປັນ​ຜູ້​ເຮັດ​ລະ​ເບີດ 4 ຄົນ​ໄດ້ເສຍ​ຊີວິດໃກ້​ກັບເມືອງ Diyarbakir ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ອີງ​ຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ກະຊວງ​ພາຍ​ ໃນ​ເທີ​ກີ.

​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ກ່າວ​ວ່າ ​ເຫດ​ລະ​ເບີດ​ເກີດ​ຂຶ້ນ​ເວລາ​ພວກ​ຫົວ​ຮຸນ​ແຮງ PKK ​ໄດ້​ເອົາ​ດິນ​ລະ​ເບີດໃສ່​ເຂົ້າ​ໄປ​ໃນ​ລົດ​ບັນທຸກ​ຄັນ​ນຶ່ງ.

​ເຫດ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ໃ​ນຕອນ​ເດິກ​ ໄດ້ເຮັດ​ໃຫ້​ມີ​ຜູ້ໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜ້ອຍ 7 ຄົນ ​ໃນ ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ ​ໃກ້​ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ໃນ​ເຂດ​ຊານ ​ເມືອງ​ຂອງ​ນະຄອນ ອິສຕັນ​ບູລ.

​ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ​ດັ່ງ ກ່າວ​ນີ້​ ເທື່ອ.

ພວກ​ຫົວ​ຮຸນ​ແຮງ PKK ທີ່ຖື​ວ່າ​ເປັນ​ອົງກາ​ນກໍ່​ການ​ຮ້າຍ​ໂດຍ​ເທີກີ​ແລະ​ບັນດາ​ປະເທດ ​ພັນທະ​ມິດນັ້ນ ​ໄດ້​ທຳ​ການ​ກໍ່​ກະບົດ​ມາ​ໄດ້​ຫລາຍ​ທົດ​ສະ​ວັດ​ແລ້ວ ​ເພື່ອຢາກ​ໃຫ້​ຊາວ​ເຄີ​ດ​ ໃນ​ເທີ​ກີ ມີ​ສິດ​ໃນ​ການ​ປົກຄອງ​ຕົນ​ເອງ​ຫຼາຍຂຶ້ນ.

ການ​ປະ​ທະ​ກັນ​ໄດ້​ເພີ້ມຂຶ້ນລະຫວ່າງ​ ທະຫານ​ເທີ​ກີ​ແລະ​ພວກ​ຫົວ​ຮຸນ​ແງ​ກຸ່ມ​ນີ້ຢູ່ ​ໃນ​ພາກ ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທດ ນັບ​ແຕ່​ເດືອນກໍລະກົດ​ປີ 2015 ​ເປັນຕົ້ນມາ ເມື່ອ​ການ ​ຢຸດ​ຍິງ​ເປັນ​ເວລາ 2 ປີ ລະຫວ່າງ​ອັງກາຣາ ​ແລະ​ພວກ ກະບົດ​ແບ່ງ​ແຍກ​ດິນ​ແດນ​ຊາວ​ ເຄີ​ດ ແຕກ​ຫັກ​ລົງ. ​ເຂດ​ດັ່ງກ່າວ​ໄດ້ເກີດ​ມີ​ການຕໍ່ສູ້​ກັນ​ທີ່​ຮ້າຍ​ແຮງ​ທີ່​ສຸດ ນັບ​ແຕ່​ໄລຍະ​ທີ່​ມີ​
ການ​ກໍ່​ກະບົດ​ຮ້າຍ​ແຮງ​ໃນ​ຊຸມ​ປີ​ 1990.

ບັນຫາ​ຂັດ​ແຍ້​ງດັ່ງກ່າວເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ​ຫລາຍ​ສິບ​ພັນ​ຄົນ ນັບ​ແຕ່​ປີ 1984 ​ເປັນຕົ້ນມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG