ການປະທະກັນລະຫວ່າງພວກປະທ້ວງຕໍ່ຕ້ານລັດຖະບານແລະ
ຕໍາຫຼວດຍັງດໍາເນີນຢູ່ຕໍ່ມາເປັນມື້ທີ 3 ແລ້ວ ໃນວັນອັງຄານມື້ນີ້
ທີ່ນະຄອນຫຼວງ Kyiv ຂອງປະເທດຢູເຄຣນ.
ພວກປະທ້ວງໄດ້ແກວ່ງສິ່ງຂອງເຂົ້າໃສ່ຕໍາຫຼວດ ແລະຕຳຫຼວດ
ໄດ້ຕອບໂຕ້ ດ້ວຍການຍິງ ລູກປືນຢາງເຂົ້າໃສ່. ລາຍງານຂ່າວ
ໂທລະພາບສະແດງໃຫ້ເຫັນວ່າ ທັງສອງຝ່າຍປະເຊີນໜ້າກັນ
ຢູ່ຄົນລະຂ້າງ ຂອງລົດທີ່ຖືກເຜົາໄໝ້ ທີ່ໃຊ້ເປັນເຄື່ອງກໍາບັງ
ຢູ່ນັ້ນ.
ໃນວັນຈັນວານນີ້ ພວກນັກເຄື່ອນໄຫວໄດ້ພາກັນໃສ່ໝວກກັນກະທົບ ແລະໜ້າກາກປ້ອງກັນ
ແກັສ ແລ້ວກໍແກ່ວງກ້ອນຫີນ ແລະລະເບີດນໍ້າມັນ ເຂົ້າໃສ່ຕໍາຫຼວດ ຜູ້ຊຶ່ງໄດ້ຕອບໂຕ້ດ້ວຍ
ລະເບີດທີ່ພາໃຫ້ງົງງວຍ ແລະສີດນໍ້າໃສ່ ທ່າມກາງສະພາບອາກາດທີ່ຕໍ່າກວ່າສູນອົງສາ.
ເຈົ້າໜ້າທີ່ Ukraine ໄດ້ກ່າວໃນວັນຈັນວານນີ້ວ່າ ມີຫຼາຍກວ່າ 200 ຄົນ ແລະປະມານ
ເຄິ່ງນຶ່ງແມ່ນພວກປະທ້ວງ ໄດ້ຮັບບາດເຈັບໃນການປະທະກັນ ຊຶ່ງເລີ່ມມາ ຕັ້ງແຕ່ວັນ
ອາທິດແລ້ວນີ້ ຫຼັງຈາກພວກປະທ້ວງຕໍ່ຕ້ານລັດຖະບານ ຫຼາຍກວ່າ 1 ແສນຄົນ
ໂຮມຊຸມນຸມປະທ້ວງ ທີ່ນະຄອນຫຼວງ Kyiv ຕໍ່ຕ້ານກົດໝາຍໃໝ່ ທີ່ກໍາຈັດຮັດແຄບ
ການໂຮມຊຸມນຸມປະທ້ວງນັ້ນ. ຍັງບໍ່ທັນໄດ້ມີການຄາດຄະເນເທື່ອວ່າ ມີຜູ້ຄົນບາດເຈັບ
ໜ້ອຍຫຼາຍປານໃດໃນການປະທ້ວງ ວັນອັງຄານມື້ນີ້.