ການປະທະກັນລະຫວ່າງ ກອງກໍາລັງຮັກສາຄວາມປອດໄພຂອງອິຣັກ ແລະພວກຊາວຊຸນນີ ທີ່ທໍາການປະທ້ວງ ໄດ້ສັງຫານຢ່າງນ້ອຍ 26 ຄົນ ແລະຫຼາຍສິບຄົນໄດ້ຮັບບາດເຈັບ.
ບັນດາເຈົ້າໜ້າທີ່ທະຫານແລະເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ ການຕໍ່ສູ້ກັນໃນວັນອັງຄານມື້ນີ້ ໃນເມືອງ Hawija ໃກ້ໆກັບເມືອງ Kirkuk ນັ້ນ ໄດ້ເລີ່ມຂຶ້ນ ເວລາກອງກໍາລັງຮັກສາຄວາມປອດໄພ ພະຍາຍາມທີ່ຈະຈັບກຸມພວກປະທ້ວງ ແລະວ່າ ມີທະຫານ ຢ່າງນ້ອຍ 2 ຄົນ ຮວມຢູ່ໃນພວກເສຍຊີວິດ.
ທູດພິເສດຂອງອົງການສະຫະປະຊາຊາດ ທ່ານ Martin Kobler
ໄດ້ຮຽກຮ້ອງໃຫ້ມີ ຄວາມສະງົບໃນຂົງເຂດ. ໃນຄໍາຖະແຫຼງສະບັບນຶ່ງ ອອກໃນວັນຈັນວານນີ້
ທ່ານໄດ້ຂໍຮ້ອງໃຫ້ກອງກໍາລັງຮັກສາຄວາມປອດໄພ ຈົ່ງໃຊ້ຄວາມຍັບຍັ້ງຊັ່ງໃຈ ແລະໃຫ້ພວກ
ປະທ້ວງ ຈົ່ງພາກັນປະທ້ວງຢ່າງສັນຕິ.
ບັນດາສະມາຊິກຂອງປະຊາຄົມຊາວຊຸນນີ ໄດ້ທໍາການປະທ້ວງມາເປັນເວລາຫຼາຍໆເດືອນແລ້ວ ຕໍ່ຕ້ານລັດຖະບານ ຂອງນາຍົກລັດຖະມົນຕີ Nouri al-Maliki ທີ່ນໍາພາໂດຍ ຊາວ Shi’ite ນັ້ນ.
ບັນດານັກເຄື່ອນໄຫວຊາວຊຸນນີ ຕ້ອງການໃຫ້ ທ່ານ Maliki ລົງຈາກຕໍາແໜ່ງ ແລະກ່າວຫາລັດຖະບານຂອງທ່ານວ່າ ທໍາການຈັບກຸມຊາວຊຸນນີຝ່າຍຄ້ານ ແລະກັກຂັງໂດຍ ບໍ່ມີຂໍ້ກ່າວຫາໃດໆ.