ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ການປະທະກັນທີ່ແຂວງ Xinjing ຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດ 16 ຄົນ


ແຜນທີ່ ແຂວງ Xinjiang ທີ່ຕັ້ງຢູ່ທາງ ພາກຕາເວັນຕົກສຸດ ຂອງຈີນ (ສີສົ້ມ) ແລະເຂດເມືອງ Kashgar (ສີແດງ).
ເຈົ້າ​ໜ້າ​ທີ່​ຈີນ ກ່າວ​ວ່າ ມີ 16 ຄົນເສຍ​ຊີວິດ​ ​ໃນການ​ປະ​ທະ​ກັນ
ຢູ່ເຂດ Xinjiang ທາງກໍ້າ​ຕາ​ເວັນ​ຕົກ​ສຸດຂອງຈີນ ອັນ​ເປັນບ່ອນ
ຢູ່ອາໄສຂອງ​ ຊົນເຜົ່າ​ນ້ອຍຊາວ Uighur ທີ່​ເປັນມຸສລິ​ມ ​ເປັນ
​ສ່ວນ​ໃຫຍ່​ນັ້ນ​.

ລັດຖະບານ​ທ້ອງ​ຖິ່ນ​ໄດ້​ຖະ​ແຫລ​ງທາງອິນ​ເຕີແນັດ ຢູ່​ໃນ​ໜ້າ
​ເວັບ​ໄຊ້​ທາງ​ການ​ຂອງ​ຕົນວ່າ ຕໍາ​ຫລວດ​ໄດ້​ຖືກໂຈມຕີ​ໃນ​ວັນ
​ອາທິດວານ​ນີ້ ​ໂດຍ​ຫລາຍໆ​ຄົນ​ທີ່ຖືມີດ​ແລະ​ມີ​ວັດຖຸລະ​ເບີດ ​
ໃນ​ຂະນະ​ທີ່​ເຂົາ​ເຈົ້າ ກໍາລັງ​ຈະ​ໄປ​ຈັບ​ຜູ້​ຕ້ອງ​ສົງໄສ​ກໍ່​ອາຊະ​ກໍາ ຈໍານວນ​ນຶ່ງ ຢູ່​ໃກ້​ເມືອງ Kashgar ​ໃນ​ແຂວງ Xinjiang.

ຕໍາຫລວດ​ສອງ​ຄົນ​ໄດ້​ເສຍ​ຊີວິດ ​ແລະ​ພວກ​ໂຈມ​ຕີ 14 ຄົນ​ໄດ້​ຖືກ​ຍິງ​ຕາຍ. ຜູ້​ຕ້ອງ​ສົງ​ໄສ​ອີກ​ສອງ​ຄົນ​ໄດ້​ຖືກ​ກັກ​ຂັງ.

​ແຂວງ Xinjiang ​ໄດ້​ເປັນ​ບ່ອນ​ເກີດ ເຫດການ​ກໍ່ຄວາມ​ບໍ່​ສະ​ງົບ ຫລາຍໆ​ຄັ້ງ ຊຶ່ງ​ກຸງ​ປັກ​ກິ່ງ​ໄດ້ຖິ້ມ​ໂທດ​ໃສ່ ພວກຢາກ​ແບ່ງ​ແຍກ​ດິນ​ແດນ ຊາວມຸສລິ​ມ Uighurs.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG