ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນລະເຮືອນ ໄດ້ຮັບບາດເຈັບຫຼາຍຂຶ້ນ ໃນການໂຈມຕີ ເມືອງ Fallujah


ກຳລັງຮັກສາຄວາມປອດໄພອີຣັກຄົນນຶ່ງ ຢູ່ໃກ້ເມືອງ Fallujah ປະເທດ Iraq.
ກຳລັງຮັກສາຄວາມປອດໄພອີຣັກຄົນນຶ່ງ ຢູ່ໃກ້ເມືອງ Fallujah ປະເທດ Iraq.

ບັນດາ​ພົນລ​ະເຮືອນທີ່​ໄດ້​ຮັບ​ບາດ​ເຈັບກຳລັງ​ເພີ້ມ​ຂຶ້ນ ​ໃນ​ຂະນະ​ທີ່​ການ​ສູ້​ລົບ​ຢ່າ​ງໜັກ ໜ່ວງຢູ່​ທີ່​ເມືອງ Fallujah ທີ່ໝັ້ນຂອງ​ກຸ່ມລັດ​ອິສລາມ ທະວີ​ຄວາມ​ຮຸນ​ແຮງຂຶ້ນ.

“ຄວາມເສຍ​ຫາຍ​ຕໍ່​ມະນຸດ​ກຳ​ລັງ​ເລິ້ມ​ຂຶ້ນ​ຢູ່​ເມືອງ Fallujah ບັນດາ​ຄອບຄົວ​ພາກັນ​ຕົກ​ ຄ້າງ​ຢູ່​ໃນ​ການສູ້​ລົບ​ທີ່​ບໍ່​ມີ​ທາງອອກ​ທີ່​ປອດ​ໄພ.” ນັ້ນຄື​ຄຳ​ເວົ້າຂອງທ່ານ Jan Egeland ຂອງ​ສະພາ​ອົບ​ພະຍົບນໍ​ເວ.

ກຳລັງ​ຂອງ​ອີຣັກ ​ໄດ້​ເລີ້ມບຸກ​ໂຈມ​ຕີ​ແນ​ໃສ່ເພື່ອ​ຍຶດ​ເອົາ​ເມືອງດັ່ງກ່າວ​ກັບ​ຄື​ນມາ.

ພວກ​ເດັກນ້ອຍ​ຢ່າງ​ໜ້ອຍ 20 ພັນຄົນຍັງ​ຕົກຄ້າງ​ຢູ່​ໃນ​ເມືອງ ​ອີງ​ຕາມ​ລາຍ​ງານ​ທີ່​ນຳ​ອອກ ເຜີຍ​ແຜ່​ໂດຍອົງການ​ແມ່ ແລ​ະເດັກສະຫະ​ປະຊາ​ຊາດ ຫລື UNICEF. ອົງການ​ດັ່ງກ່າວ ​ໄດ້​ຮຽກຮ້ອງໃຫ້​ທຸກ​ພັກ​ຝ່າຍ​ຄໍ້າປະກັນ ໃຫ້ຄວາມ​ປອດ​ໄພ​ແກ່​ພວກ​ເດັກນ້ອຍ​ເຫລົ່ານີ້ ຜູ້​ທີ່​ສ່ຽງ​ຕໍ່​ການ​ເກນ​ເຂົ້​າເປັນ​ພວກທະຫານ​ເດັກນ້ອຍ.

ຖະ​ແຫລ​ງການ​ໄດ້ເຕືອນ​ວ່າ "ພວກ​ເດັກ​ນ້ອຍ​ປະ​ເຊີນ​ໜ້າກັບການ​ສ່ຽງ​ຕໍ່​ການຖືກ​ບັງຄັບ​ ເກນ​ເຂົ້າ​ໄປ​ສູ້​ລົບ ມີ​ການ​ດຳ​ເນີ​ນການ​ກວດກາ​ຢ່າງ​ເຄັ່ງ​ຄັດ ​ແລະ​ໄດ້​ແຍກ​ອອກ​ຈາກ​ ຄອບຄົວ​ຂອງ​ເຂົາ​ເຈົ້າ.”

ພົນລະເຮືອນທີ່ພາກັນຫລົບໜີຈາກການສູ້ລົບ ທີ່ເມືອງ Falluja.
ພົນລະເຮືອນທີ່ພາກັນຫລົບໜີຈາກການສູ້ລົບ ທີ່ເມືອງ Falluja.

ຫ້ອງການ​ອົບພະຍົບສະຫະ​ປະຊາ​ຊາດ ​ໄດ້​ຮັບ​ລາຍງານວ່າ ມີ​ພົນລະ​ເຮືອນ​ໄດ້ເສ​ຍຊີວິດ​ ຈາກ​ການ​ຖີ້ມລະ​ເບີດ ຫລື​ທັບ​ຖົມທັງ​ເປັນ​ຢູ່​ພາຍ​ໃຕ້​ຊາກ​ຫັກພັງ​ເຮືອນ​ຊານ​ຂອງ​ເຂົາ​ເຈົ້າ.

​ໂຄສົກ​ອົງການ UNHCR ທ່ານ William Spindler ກ່າວ​ວ່າ “ຍັງ​ມີ​ລາຍ​ງານ​ວ່າ ຫລາຍ​ ຮ້ອຍ​ຄອບຄົວ​ ໄດ້​ຖືກ​ໃຊ້​ເປັ​ນ​ເຄື່ອງກຳ​ບັງ” ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ຈຳນວນ 625 ຄອບຄົວ​ໄດ້​ພາກັນ​ຫລົບໜີ​ຈາກ​ການ​ສູ້​ລົບ​ໃນ​ອາທິດ​ແລ້ວ​ນີ້.

ກຳລັງ​ອີຣັກ​ໄດ້ແຍກ​ພວກ​ຜູ້​ຊາຍ​ອອກ​ເພື່ອກ​ວດກາ​ພວກ​ ​ໃນ​ຄວາມ​ເປັນ​ຫ່ວງ​ທີ່​ຢ້ານ​ວ່າ​ ພວກເຂົາ​ມີ​ຄວາມ​ຈົງ​ຮັກ​ພັກ​ດີຕໍ່​ພວກ​ທີ່​ກຳລັງໜີ​ອອກ​ຈາ​ກເມືອງ ຫລັງ​ຈາກ​ໄດ້​ຢູ່​ພາຍ​ໃຕ້​ ການ​ປົ​ກຄອງ​ຂອງກຸ່ມ IS ມາ​ເປັນ​ເວລາ​ຫລາຍ​ກວ່າ​ສອງ​ປີ.

ພວກນັກລົບ Shi'ite ເຕົ້າໂຮມກັນຢູ່ໃກ້ກັບເມືອງ Falluja ປະເທດ Iraq.
ພວກນັກລົບ Shi'ite ເຕົ້າໂຮມກັນຢູ່ໃກ້ກັບເມືອງ Falluja ປະເທດ Iraq.

ທ່ານ Spindler ກ່າວ​ວ່າ “ຜູ້​ຊາຍ​ປະມານ 500 ຄົນ ​ແລະ​ເດັກນ້ອຍ​ອາຍຸ​ກວ່າ 12 ປີ​ ໄດ້​ ຖືກ​ກັກ​ໄວ້ເພື່ອກວດ​ເຖິງ​ຄວາມ​ປອດ​ໄພ ທີ່​ຈະ​ໃຊ້​ເວລາ​ເຖິງ​ຫ້າ ຫາ​ເຈັດ​ມື້.”

ວີ​ໂອ​ເອ ​ໄດ້​ໂອ້​ລົມ​ກັບ​ອົບ​ພະ​ຍົບຄົນ​ນຶ່ງຜູ້​ທີ່​ມີ​ຊື່ວ່າ Ayad ກ່ຽວ​ກັບ​ການ​ດຳ​ເນີ​ນ ດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Irap Fallujah
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG