ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ບັນ​ດາ​ຜູ້​​ນຳ ​ສິດ​ທິ​ພົນ​ລະ​ເມືອງ ປະ​ກາດ ​ທີ່​ຈະ​ຕໍ່​ສູ້ ການສຳ​ຫຼວດ ສຳ​ມະ​ໂນ​ຄົວ


ພວກ​ນັກ​ເຄື່ອ​ນໄຫວ​ດ້ານ​ຄົນ​ເຂົ້າ​ເມືອງ ພາ​ກັນ​ປະ​ທ້ວງ​ຢູ່ນອກ​ສານ​ສ​ູງ​ສຸດ ທີ່​ລັດ​​ຖະ​ບານ​ປະ​ທາ​ນາ​ທິບໍດີ​ທ​ຣຳ ມີ​ແຜນ ທີ່​ຈະ​ເອົາ​ຄຳ​ຖາມ ​ເລື້ອງ​ສັນ​ຊາດ ​ເຂົ້າໃນ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ ​ປີ 2020.
ພວກ​ນັກ​ເຄື່ອ​ນໄຫວ​ດ້ານ​ຄົນ​ເຂົ້າ​ເມືອງ ພາ​ກັນ​ປະ​ທ້ວງ​ຢູ່ນອກ​ສານ​ສ​ູງ​ສຸດ ທີ່​ລັດ​​ຖະ​ບານ​ປະ​ທາ​ນາ​ທິບໍດີ​ທ​ຣຳ ມີ​ແຜນ ທີ່​ຈະ​ເອົາ​ຄຳ​ຖາມ ​ເລື້ອງ​ສັນ​ຊາດ ​ເຂົ້າໃນ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ ​ປີ 2020.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ ໃນ​ວັນ​ສຸກວານ​ນີ້ ໄດ້​ກ່າວ​ປ້ອງ​ກັນ​ການ​
ຕັດ​ສິນ​ໃຈ​ຂອງ​ທ່ານທີ່​ຈະຢຸດ​ເຊົາ​ການ​ຕໍ່​ສູ້​ທາງ​ກົດ​ໝາຍ ​ເພື່ອຈະ​ເພີ້ມ​ຄຳ​ຖາມ​ຢູ່​ໃນ​ໃບ
​ຟອມສຳ​ຫຼວດ​ພົນ​ລະ​ເມືອງສະ​ຫະ​ລັດ ​ປີ 2020 ນຶ່ງ​ມື້​ຫຼັງ​ຈາກ​ໄດ້​ອອກ​ດຳ​ລັດ ສັ່ງໃຫ້​
ກະ​ຊວງ​ການ​ຄ້າ​ ເກັບ​ກຳ​ເອົາ​ຂໍ້​ມູນເລື້ອງສັນ​ຊາດ​ຜ່ານ​ທາງວິ​ທີ​ອື່ນໆ.

​ໃນ​ການ​ຖະ​ແຫຼງ​ກ່ອນອອກເດີນ​ທາງ​ອອກ​ຈາກ​ທຳ​ນຽບ​ຂາວ ທ່ານ​ທ​ຣຳ​ກ່າວ​ວ່າ ທ່ານ
​ບໍ່​ໄດ້ “ຍອມ” ກ່ຽວ​ກັບ​ຄຳ​ຖາມ​ເລື້ອງ​ສັນ​ຊາດ.

ທ່ານ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຍັງ​ບໍ່​ຍອມ​ເພາະ​ວ່າ ຄົນ​ອື່ນນັ້ນ ອາດ​ຈະ​ຍອມ​ມາ​ໄດ້​ດົນ​
ນານ​ແລ້ວ.”

ກາ​ນ​ສຳ​ຫຼວດ ຊຶ່ງ​ມີ​ຂຶ້ນຄັ້ງ​ນຶ່ງ​ໃນ​ທຸກສິບ​ປີ ທີ່ແນ​ໃສ່​ເພື່ອ​ນັບຜູ້​ຄົນ​ທັງ​ໝົດ​ທີ່​ຢູ່​ໃນ​ສະ​
ຫະ​ລັດ​ ແມ່ນ​ບັງ​ຄັບ​ໂດຍ​ລັດ​ຖະ​ທຳ​ມະ​ນູນເພື່ອ​ຈະ​ກຳ​ນົດເຂດ​ການ​ເລືອກ​ຕັ້ງ ທີ່​ເລືອກ
​ເອົາ​ບັນ​ດາ​ສະ​ມາ​ຊິກ​ສະ​ພ​າ​ຕ່ຳ. ນອກ​ນັ້ນ​ຍັງຈະ​ພາ​ລັດ​ຖະ​ບານ​ກາງໃຫ້​ການ​ອະ​ນຸ​ມັດ
ເງິນຫຼາຍ​ກວ່າ 800 ​ພັນ​ລ້ານ​ໂດ​ລາ ​ເພື່ອ​ໃຫ້​ທຶນ​ແກ່​ການ​ບໍ​ລິ​ການ​ຕ່າງ​ໆ​ເຊັ່ນ​ວ່າໂຮງ​
ຮຽນ ແລະ​ພວກ​ເຈົ້າ​ໜ້າ​ທີ່ຄວບ​ຄຸມກົດ​ໝາຍ.

ບັນ​ດາ​ຜູ້​ຊ່ຽວ​ຊານ ​ຈາກ​ຫ້ອງ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ ​ຄາດ​ວ່າຈະ​ມີ 6 ລ້ານ 5 ແສນ​
ຄົນບໍ່​ຕອບ ຖ້າ​ຫາກມີ​ການ​ຕັ້ງຄຳ​ຖາມ​ດັ່ງ​ກ່າວ​ ​ຊຶ່ງ​ຈະ​ພາ​ໃຫ້​ມີ​ການ​ນັບ​ປະ​ຊາ​ກອນທີ່​
ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ໃນ​ການ​ສຳ​ຫຼວດ​.

ເວ​ລາ​ນີ້​ ແທນ​ທີ່ຈະໃຊ້​ພະ​ນັກ​ງານ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ ​ເພື່ອນັບ​ພວກ​ທີ່​ຖືສັນ​ຊາດ
ແລະ​ບໍ່​ແມ່ນ​ສັນ​ຊາດ ປະ​ທາ​ນາ​ທິບໍ​ດີ​ໄດ້​ສັ່ງ​ໃຫ້​ບັນ​ດາ​ອົງ​ການຕ່າງໆ​ຂອງລັດ​ຖະ​ບານ
ກາງ​ໃຫ້​ຂໍ້​ມູນ​ເພື່ອ​ສ້າງ​ຕັ້ງ​ຈຳ​ນວນ​ຜູ້​ທີ່​ເປັນ​ສັນ​ຊາດ.

ຝ່າຍ​ຄ້ານ​ຫຼາຍ​ຄົນ ​ກ່ຽວ​ກັບ​ການ​ຕັ້ງ​ຄຳ​ຖາມ​ເລື້ອງ​ສັນ​ຊາດ ໄດ້​ປະ​ກາດ​ທີ່​ຈະ​ດຳ​ເນີນ​
ການ​ຕໍ່​ສູ້. ສະ​ຫະ​ພັນ​ເສ​ລີ​ພາບ​ພົນ​ລະ​ເມືອງ​ອາ​ເມ​ຣິ​ກັນ (ACLU) ໄດ້​ຂົ່ມ​ຂູ່​ຈະ​ເອົາ​
ບາດ​ກ້າວ​ທາງ​ກົດ​ໝາຍ ໂດຍກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ​ອົງ​ການ​ຈັດ​ຕັ້ງ​ຂອງ​ຕົນ​ຈະ
“ກວດ​ສອບ​ຢ່າງ​ທີ່​ຖ້ວນ​ກ່ຽວ​ກັບກັບ​ແຜນ​ການ​ໃໝ່​ຢ່າງ​ໃກ້​ຊິດ ແລະ​ສັ່ງ​ຊາເບິ່ງ​ຄວາມ​
ຖືກ​ຕ້ອງ​ຊອບ​ທຳ​ທາງ​ກົດ​ໝາຍ​ຕໍ່​ແຜນ​ການ​ເຫຼົ່າ​ນີ້.”

ອ່ານ​ຂ່າວ​ນີ້​ເພີ​້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG