ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົບຂອງ ທ. ລູອິສ, ຜູ້ສໍາຄັນໃນ ດ້ານສິດທິພົນລະເມືອງຖືກເອົາ ດອຍໄວ້ຫໍລັດຖະສະພາ ຢູ່ລັດຈໍເຈຍ

ຜູ້ຄົນໄປເບິ່ງສົບຂອງ ທ. John Lewis ສະມາຊິກລັດຖະສະພາຈາກພັກເດໂມແຄຣັດໃນຂະນະທີ່ໂລງສົບຂອງເພິ່ນ ທີ່ຫຸ້ມຫໍ່ດ້ວຍຜືນທຸງຊາດຂອງສະຫະລັດ ທີ່ວາງໄວ້ແທ່ນບັນໄດ ຂັ້ນທີ 1ທາງຕາເວັນອອກຂອງຫໍລັດຖະສະພາໃນນະຄອນຫລວງ ວໍຊິງຕັນໃນວັນ 27 ກໍລະກົດ, 2020. (ພາບໂດຍ AP Photo/Patrick Semansky)

ລັດຈໍເຈຍຂອງສະຫະລັດ ກໍາລັງໃຫ້ກຽດແກ່ມື້ລາງສະມາຊິກລັດຖະສະພາ ແລະ ຜູ້ສໍາຄັນໃນດ້ານສິດທິພົນລະເມືອງ, ທ່ານ ຈອນ ລູອິສ (John Lewis) ໃນວັນ ພຸດວານນີ້ ໂດຍໄດ້ຈັດພິທີຢູ່ທີ່ຫໍລັດຖະສະພາ ທີ່ນະຄອນແອັດແລນຕາ, ຊຶ່ງເປັນເມືອງ ເອກຂອງລັດນັ້ນ ບ່ອນທີ່ມີຄົນໄປໄວ້ອາໄລຈະມີໂອກາດ ສະແດງການເຄົາລົບສົບຂອງທ່ານ.

ສົບຂອງທ່ານ ລູອິສ (Lewis) ຖືກເອົາດອຍໄວ້ຫ້ອງໂຖງຂອງຫໍລັດຖະສະພາ ເພື່ອໃຫ້ຄົນໄປຢ້ຽມສົບ. ໂດຍຮັກສາລະບຽບການລະມັດລະວັງເລື້ອງ ໄວຣັສໂຄ ໂຣນາ ບັນດາເຈົ້າໜ້າທີ່ຮຽກຮ້ອງໃຫ້ທຸກຄົນທີ່ເຂົ້າຮ່ວມພິທີ ໃສ່ໜ້າກາກປິດປາກ.

ທ່ານ ລູອິສ (Lewis) ເສຍຊີວິດລວມອາຍຸໄດ້ 80 ປີ ຍ້ອນໂຣກມະເຮັງມ້າມຂັ້ນ ສຸດທ້າຍ

ເຂດລັດຖະສະພາທີ່ທ່ານ ລູອິສ (Lewis) ເປັນຜູ້ແທນໃຫ້ມາໄດ້ 33 ປີ ລວມມີ ນະຄອນແອັດແລນຕາ ແລະເຂດອ້ອມແອ້ມນັ້ນ.

ຈະມີພິທີສົ່ງສະການແບບສ່ວນຕົວອີກໃນວັນພະຫັດມື້ນີ້ຢູ່ທີ່ໂບດແບັບຕິສ ເອເບນີເຊີ (Ebenezer) ຊຶ່ງເປັນໂບດສໍາລັບຄົນດໍາຢ່າງເປັນປະຫວັດການ ບ່ອນທີ່ທ່ານມາຕິນ ລູເຕີຄິງ ຈູເນຍ (Martin Luther King Jr.) ເປັນຫົວໜ້າ. ທ່ານ ລູອິສ (Lewis) ຈາກນັ້ນ ກໍຈະນໍາເອົາໄປຝັງທີ່ສຸສານ ຊາວວີວຂອງນະຄອນ ແອັດແລນຕາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG