ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຊເຕສ ກ່າວວ່າ ສປປ ລາວ ຍັງເປັນ ທາງຜ່ານ ໃນການຄ້າ ສັດປ່າ ໄປສູ່ຈີນ ແລະຫວຽດນາມ


ຊາກກະດູກສັດປ່າ ໃນ ສປປ ລາວ.
ຊາກກະດູກສັດປ່າ ໃນ ສປປ ລາວ.

ອົງການໄຊເຕສ ລ​ະບຸ​ວ່າ ລາວ​ຍັງ​ເປັນ​ສູນ​ກາງ​ສຳຄັນ ​ຂອງ​ການ​ລັກ​ລອບ ​ຄ້າ​ງາ​ຊ້າງ ​
ແລະ​ນໍ​ແຮດ ທີ່​ລັກລອບ​ຂົນ​ສົ່ງ​ ຈາກ​ອາ​ຟຣິກາ ຜ່ານ​ໄທ​ມາລາ​ວ ກ່ອນທີ່​ຈະລັກລອບ
​ສົ່ງ​ຕໍ່​ໄປ​ຍັງ​ຫວຽດນາມ ​ແລະ​ຈີນ ຊຶ່ງ​ຊົງ​ລິດ ​ໂພນ​ເງິນ ນັກ​ຂ່າວວີ​ໂອ​ເອ ທີ່​ບາງກອກ​ມີ
ລາຍງານເລື້ອງນີ້ ມາ​ສະ​ເໜີທ່ານ .

ທ່ານ​ທອງ​ພັດ ວົງ​ມະນີ ຮອງ​ລັດຖະມົນຕີ​ກະຊວງ​ກະ​ສິ​ກຳ ​ແລະ​ປ່າ​ໄມ້​ຢືນຢັນ​ວ່າ ສຳ
ນັກງານ​ເລຂາທິການ ຂອງ​ອະນຸ​ສັນຍາ​ ວ່າ​ດ້ວຍການ​ຄ້າ​ລະຫວ່າງປະ​ເທດ ກ່ຽວ​ກັບ
ຊະນິດສັດປ່າ ​ແລະ​ພືດປ່າ​ທີ່​ໃກ້​ສູນພັນ​ ຫຼື CITES ​ໄດ້​ສົ່ງໜັງສື​ເຖິງ​ລັດຖະບານ​ລາວ
​ເມື່ອບໍ່​ນານ​ມາ​ນີ້ ​ເພື່ອ​ໃຫ້ການ​ຢໍ້າ​ເຕືອນ​ວ່າ​ລາວ​ຍັງ​ຄົງ​ເປັນ​ປະ​ເທດ​ທີ່​ມີ​ການ​ລັກລອບ
ຄ້າຂາຍ​ສັດປ່າ ​ແລະ​ຊິ້ນ​ສ່ວນ​ຂອງ​ສັດປ່າຕ້ອງ​ຫ້າມຕາມ​ອະນຸ​ສັນຍາ CITES ທັງ​ຍັງ
​ມີ​ການ​ລັກລອບ​ນຳ​ເຂົ້າ​ຊິ້ນ​ສ່ວນຂອງ​ສັດປ່າ​ຕ້ອງ​ຫ້າມເຊັນງາ​ຊ້າງ ​ແລະ​ນໍແຮດ​ຈາກ​
ອາ​ຟຣິກາ ​ເພື່ອ​ສົ່ງ​ຕໍ່​ໄປ​ຍັງ​ປະ​ເທດ​ທີ 3 ອີກ​ດ້ວຍ.

ການ​ແຈ້​ງ​ເຕືອນ​ຂອງ CITES ໃນ​ຄັ້ງ​ນີ້ ​ໄດ້​ມີ​ຂຶ້ນ​ກ່ອນ​ການ​ປະຊຸມ​ປະຈຳ​ປີ 2018 ທີ່​ກຳ
ນົດ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ຕຸລາ​ນີ້ ທີ່​ນະຄອນເຈ​ນີວາ ສະ​ວິດ​ເຊີ​ແລນ ​ໂດຍ​ສຳນັກງານ​ເລຂາ
​ທິການ CITES ​ໄດ້​ແຈ້ງ​ການ​ເຕືອນ​ເພື່ອ​ໃຫ້​ລັດຖະບານ​ລາວ​ດຳ​ເນີ​ນມາດ​ຕະການ​ປ້ອງ
​ກັນ ​ແລະ​ປາບ​ປາມ​ການ​ລັກ​ລອບ​ຄ້າ​ສັດປ່າ ​ແລະ​ຊິ້ນ​ສ່ວນສັດປ່າ​ດັ່ງກ່າວ​ຢ່າງ​ເຂັ້ມ​ງວດ
ທັງ​ຍັງ​ເນັ້ນ​ຢໍ້າດ້ວຍ​ວ່າທາງ​ການ​ລາວ​ຈະ​ຕ້ອງ​ສະ​ເໜີລາຍງານ​ຜົນ​ການຈັດ​ຕັ້ງປະຕິບັດ
​ຕໍ່​ກອງ​ປະຊຸມ CITES ອີກ​ດ້ວຍ ​ດັ່ງທີ່​ທ່ານ​ທອງ​ພັດ​ໃຫ້ການ​ຢືນຢັນ​ວ່າ:

​ເຮົາ​ໄດ້​ຮັບຄຳ​ຕຳ​ໜິວິຈານ​ຈາກມາ​ສາກົນ ຊຶ່ງ​ເພິ່ນກະຕັ້ງປະ​ເດັນ​ໃຫ້ ສປປ ລາວ ​
ເຮົາເພື່ອ​ສືບ​ຕໍ່​ແກ້​ໄຂ ​ເພິ່ນ​ວ່າ ສປປ ລາວ ນີ້​ຍັງ​ເປັນ​ປະ​ເທດ​ທີ່​ຈຳໜ່າຍ​ຊິ້ນ​ສ່ວນ​
ຂອງ​ສັດປ່າ​ທີ່​ຫາ​ຍາກ ​ເປັນ​ຕົ້ນ​ແມ່ນ​ນໍແຮດ ງາ​ຊ້າງ ມີ​ການ​ຄ້າຂາຍ​ສັດປ່າ​ທີ່​ຫວງ
​ຫ້າມເຊັ່ນ​ວ່າເສືອ​ໂຄ່ງ ​ແລະ​ອື່ນໆ ສະ​ນັ້ນ​ຕໍ່​ບັນຫາ​ດັ່ງກ່າວ​ນີ້ ພວກ​ເຮົາ​ໃນ​ນາມ​ເປັນ​
ຜູ້​ຮັບຜິດຊອບ​ຕໍ່​ການ​ຄຸ້ມ​ຄອງ​ວຽກ​ງານ​ການ​ຄ້າຂາຍສັດປ່າ​ ​ແລະ​ພືດປ່າ​ທີ່​ໃກ້​ສູນ
ພັນພວກ​ເຮົາ​ຈະ​ສືບ​ຕໍ່​ລາຍ​ງານ​ຜົນ​ຄືບ​ໜ້າ​ໃນ​ການຈັດ​ຕັ້ງ​ວຽກ​ຕ່າງໆ​ນີ້ໃຫ້​ແກ່​ກອງ​
ເລຂາອົງການ CITES ​ໃນ​ເດືອນ​ສິບ​ປີ​ນີ້.”

ກ່ອນ​ໜ້າ​ນີ້ ພົນຕຳຫຼວດ​ເອກສະ​ເຫຼີມກຽດ ສີ​ວໍລະ​ຂານ ຮອງ​ຜູ້​ບັນຊາ​ການ​ສຳນັກງານ​
ຕຳຫຼວດ​ແຫ່ງ​ຊາດ​ໄທ ຖະ​ແຫຼ​ງຢືນຢັນ​ວ່າ ນັກ​ຄ້າ​ງາ​ຊ້າງ ​ແລະ​ນໍແຮດ ທີ່​ທາງ​ການ​ຕຳ
ຫຼວດ​ໄທ​ຈັບ​ກຸມ​ຕົວ​ໄດ້​ເມື່ອ​ວັນທີ 19 ມັງກອນ 2018 ນັບ​ເປັນ​ນັກ​ຄ້າ​ສັດປ່າ​ຂ້າມ​ຊາດ
​ລາຍໃຫຍ່ ທີ່​ມີ​ເຄື​ອຂ່າຍ​ທັງ​ທີ່ຢູ່​ໃນລາວ ຫວຽດນາມ ຈີນ ອາ​ຟຣິກາ ​ແລະ​ໄທ ຊຶ່ງ​ເຄືອ
​ຂ່າຍ​ໃນແຕ່ລະ​ປະ​ເທດ​ຈະ​ມີໜ້າ​ທີ່​ຮັບຜິດຊອບ​ແຕກ​ຕ່າງ​ກັນ​ກໍ​ຄື ​ອາ​ຟຣິກາ​ເປັນ​ຕົ້ນ​ທາງ​
ຂອງ​ງາຊ້າງ ​ແລະ​ນໍແຮດ ​ທີ່​ລັກລອບ​ຂົນຜ່ານ​ໄທ ຕໍ່​ໄປ​ລາວ-ຫວຽດນາມ ​ແລະ​ຈີນ ອັນ
​ເປັນ​ຈຸດ​ໝາຍ​ປາ​ຍທາງ​ຂອງ​ສິນຄ້ານັ້ນ​ເອງ.

ໂດຍ​ທາງ​ການ​ຕຳຫຼວດ​ໄທ​ໄດ້​ທຳ​ການ​ຈັບ​ກຸມ ທ້າວ​ບຸນ​ໄຊ ບັດ ຄົນ​ເຊື້ອຊາດຫວຽດນາມ ທີ່ມີສັນຊາດ​ໄທ ຢູ່​ທີ່​ຈັງຫວັດ​ນະຄອນ​ພະນົມ ຊຶ່ງ​ບັນດາ​ຜູ້​ຕ້ອງ​ຫາ​ທີ່​ຖືກ​ຈັບ​ກຸມ​ຕົວ​ໄດ້​
ກ່ອນ​ໜ້າ​ນີ້ຊັດ​ທອດ​ວ່າ​ເປັນ​ຜູ້​ທີ່ຢູ່​ເບື້ອງຫຼັງ​ຂອງ​ກາ​ນລັກລອບຂົນ​ສົ່ງນໍ​ແຮດ ​ແລະ​ງາ​
ຊ້າງ​ຈາກ​ອາ​ຟຣິກາ​ຜ່ານ​ໄທ​ໄປ​ລາວ ​ໂດຍ​ມີ​ເຄືອ​ຂ່າຍ​ໃນ​ລາວ​ທີ່​ໃຊ້​ຊື່ວ່າ ທ້າວ​ວິ​ໄຊ
​ແກ້ວ​ສະຫວ່າງ ​ເຈົ້າ​ຂອງ​ບໍລິສັດ ​ໄຊ​ສະຫວ່າງ ການ​ຄ້າ​ຂາ​ອອກ ຂາ​ເຂົ້າຈຳ​ກັດ ​ເປັນ​ຜູ້​
ຮັບ​ຊ່ວງ​ໃນ​ການ​ລັກ​ລອບ​ຂົນ​ສົ່ງ​ງາ​ຊ້າງ ​ແລະ​ໜໍ່​ແຮດ​ຜ່ານ​ລາວ​ໄປ​ຫວຽດນາມ ໂດຍ​ມີ​
ຈຸດໝາຍ​ປາຍທາງ​ທີ່​ປະ​ເທດ​ຈີ​ນດັ່ງ​ກ່າວ.

ທາງ​ດ້ານນາວາ​ເອກ ສຸ​ຊາດ ອຸ​ດົມ​ນາກ ຜູ້​ບັງຄັບ​ການໜ່ວຍ​ເຮືອຮັກສາ​ຄວາມ​ສະຫງົບ​
ຮຽບຮ້ອຍ​ໃນ​ແນວ​ແມ່​ນໍ້າຂອງ ​ໃນ​ເຂດ​ຈັງ​ຫວັດ​ໜອງ​ຄາຍ​ຢືນຢັນ​ວ່າ ຂະ​ບວນການ​ລັກ
ລອບ​ຄ້າ​ສັດປ່າ​ຂ້າມ​ຊາດ ​ໄດ້​ນຳ​ໃຊ້​ລາວ​ເປັນ​ທາງ​ຜ່ານ​ໃນ​ການ​ລັກ​ລອບຂົນ​ສົ່ງຊິ້ນ​ສ່ວນ
​ສັດປ່າ​ຈາກ​ອາ​ຟຣິກາ​ຕໍ່​ໄປ​ຈີນ​ຢູ່​ເລື້ອຍ​ມາ ​ໂດຍ​ເມື່ອ​ບໍ່​ນານ​ມາ​ນີ້ ທາງ​ການ​ໄທກໍ​ຍຶດງາ​
ຊ້າງ​ໄດ້​ກວ່າ 4 ​ໂຕນ ທີ່​ລັກລອບຂົນ​ສົ່ງ​ ຈາກສາທາລະນະ​ລັດ​ຄອງ​ໂກ​ເຂົ້າ​ມາ​ໄທ​ເພື່ອ​
ສົ່ງ​ຕໍ່​ໄປ​ລາວ ຫວຽດນາມ ​ແລະ​ຈີນຕາມ​ລຳ​ດັບ.

ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຕ້ານ​ອາດຊະຍາ​ກຳ​ຕໍ່​ສັດປ່າ​ໃນ​ປີ 2014 ​ໂດຍ​ຂຶ້ນ​ບັນ
ຊີ​ສັດປ່າ ​ແລະ​ສັດ​ນໍ້າ 95 ຊະນິດ ​ເປັນ​ສັດປ່າ​ຫວງ​ຫ້າມ ​ແລະ 65 ຊະນິດ ​ເປັນ​ສັດປ່າ​
ຄຸ້ມ​ຄອງ ​ຕາມ​ກົດໝາຍ.

XS
SM
MD
LG