ຈີນກ່າວວ່າ ສະພານິຕິບັນຍັດສູງສຸດຂອງຕົນ ກໍາລັງພິຈາລະນາລົບລ້າງກົດໝາຍລົງໂທດ ປະຫານຊີວິດ ສໍາລັບຄວາມຜິດທີ່ພົວພັນກັບການເສດ ຖະກິດແລະບໍ່ຮຸນແຮງ 13 ກໍລະນີ.
ອົງການຂ່າວຊິນຫົວຂອງທາງການຈີນລາຍງານຂ່າວໃນວັນຈັນມື້ນີ້ວ່າ ຖ້າຫາກໄດ້ຮັບການ ຮັບຜ່ານຈາກສະພາ ຮ່າງກົດໝາຍດັດແກ້ສະບັບຫລ້າສຸດ ຕໍ່ກົດໝາຍອາຍາຂອງຈີນ ກໍຈະຕັດຈໍານວນຄວາມຜິດທີ່ມີໂທດເຖິງປະຫານຊີວິດນັ້ນ ຈາກ 68 ລົງມາເປັນ 55 ກໍລະນີ.
ອົງການຂ່າວຊິນຫົວເວົ້າຕື່ມວ່າ ໂທດຈໍາຄຸກທີ່ດົນທີ່ສຸດຂອງປະເທດຈະເພີ່ມຂຶ້ນຈາກ 20 ປີເປັນ 25 ປີ ແລະຈະມີການຄວບຄຸມຢ່າງເຂັ້ມງວດຂຶ້ນກວ່າເກົ່າ ພວກທີ່ຖືກຝາກໂທດ ໂດຍສະເພາະພວກທີ່ກະທໍາຜິດຊໍ້າແລ້ວຊໍ້າອີກ ພວກຄົນກະທໍາຜິດທີ່ມີຊື່ສຽງ ແລະພວກອາຊະຍາກອນຮຸນແຮງ.
ຕາມທໍາມະດາແລ້ວ ຮ່າງກົດໝາຍໃໝ່ ແມ່ນຕ້ອງໄດ້ຮັບການພິຈາລະນາ 3 ເທື່ອ ຢູ່ໃນ ສະພານິຕິບັນຍັດສູງສຸດ ຫລືຄະນະກໍາມະການຖາວອນຂອງສະພາປະຊາຊົນແຫ່ງຊາດຈີນນັ້ນ.