ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ພວກລັກລອບ ຄ້າຢາສູບ ອາດພົວພັນ ກັບ ກຸ່ມຫົວຮຸນແຮງ


ຜູ້ບັນຊາການຕໍາຫລວດ ນະຄອນ New York ທ່ານ Ray Kelly ກໍາລັງຖະແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບ ກຸ່ມຄ້າຢາສຸບເຖື່ອນ.
ບັນດາ​ເຈົ້າ​ໜ້າ​ທີ່​ໃນນະຄອນ​ນິວ​ຢອກ ​ໄດ້​ຈັບ​ພວກ​ຜູ້​ຊາຍ 15
ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ ​ເປັນ​ກຸ່ມລັກ​ລອບ​ຄ້າ​ຢາ​ສູບ​ເຖື່ອນ ​ແລະ
​ກ່າວ​ວ່າ ຜູ້​ຕ້ອງ​ຫາ​ຈໍານວນ​ນຶ່ງອາດ​ ຈະ​ມີ​ຄວາມ​ສຳພັນ​ກັບ​ກຸ່​ມ
ຫົວ​ຮຸນ​ແຮງອິສລາ​ມ.

ພວກ​ເຈົ້າ​ໜ້າ​ທີ່​ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຜູ້​ຕ້ອງ​ສົງໄສ​ຖືກ​
ກ່າວ​ຫາລັກ​ລອບ ຢາສູບ​ຫລາຍ​ກວ່າ​ນຶ່ງ​ລ້ານ​ຕຸ​ດ ​ຈາກລັດ​ເວີ​ຈີ
​ເນຍ ໄປ​ຍັງນະຄອນ​ນິວຢອກ ​ໂດຍ ຫລີກ​ລ່ຽງການ​ເສຍ​ພາສີ​ ​
ໃຫ້​ແກ່ທັງເມືອງ​ ​ແລະ​ລັດ.

​ເຂົາ​ເຈົ້າກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ການ​ລັກລອບ​ຄ້າຂາຍ​ນີ້ມີ​ຜົນ​ກໍາ
​ໄລ​ຢ່າງ​ງາມ​ ແຕ່ ຜູ້​ຕ້ອງ​ສົງໄສ​ກໍພາກັນ​ຢູ່​ແບບ​ທໍາ​ມະ​ດາ ​ຈຶ່ງ​ພາ
ໃຫ້​ມີ​ຄວາມ​ສົງໄສ​ວ່າ ​ເຂົາ​ເຈົ້າ​ໄດ້​ສົ່ງ​ເງິນ​ໄປ​ບ່ອນໃດ​ບ່ອນ​ນຶ່ງ.

ເຈົ້າ​ໜ້າ​ທີ່​ຍັງ​ກ່າວ​ອີກ​ວ່າ ຜູ້​ຕ້ອງ​ສົງໄສ​ຄົນ​ນຶ່ງ ມີ​ຄວາມ​ສຳພັນກັບ
ອາຈານສອນ ສາດສະໜາ​ອິສລາມຕາບອດທີ່​ຊ່ວຍ​ວາງ​ແຜນ​ໃນ
​ການວາງລະ​ເບີດ​ໃສ່ຕຶກ​ສູນກາງການຄ້າໂລກ​ທີ່ນະຄອນ​ນິວຢອກ ​
ໃນ​ປີ 1993. ສ່ວນຜູ້​ຕ້ອງ​ສົງໄສ​ອີກ​ຄົນ​ນຶ່ງກໍ ພົວພັນ​ກັບ​ຊາວ​ຕ່າງ​ດ້າວ​ເລ​ບາ​ນອນ ທີ່​ຖືກຕິ​ດຄຸກ​ໃນ​ການ​ສັງຫານນັກຮຽນຊາວ ​ຢິວ ​ທີ່ເມຶ​ອງ Brooklyn ​ໃນ​ປີ 1994.

​ເຈົ້າ​ໜ້າ​ທີ່​ສືບສວນກ່າວ​ວ່າ ​ເຂົາ​ເຈົ້າ​ກໍາ​ລັງ​ເຮັດ​ວຽກ​ຕິດຕາມເບິ່ງເງິນ​ຂາຍ​ຢາສູບ.
XS
SM
MD
LG