ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າຊີໄອເອ ​ເອີ້ນ WikiLeaks ວ່າ ​ເປັນ​ອົງການ ທີ່​ມຸ້ງ​ທໍາລາຍ ສະຫະລັດ


Julian Assange, ຜູ້ກໍ່ຕັ້ງ Wikileaks ຢູ່ທີ່ສະຖານທູດ ເອກົວດໍ ໃນນະຄອນຫລວງລອນດອນ.
Julian Assange, ຜູ້ກໍ່ຕັ້ງ Wikileaks ຢູ່ທີ່ສະຖານທູດ ເອກົວດໍ ໃນນະຄອນຫລວງລອນດອນ.

ຢູ່​ໃນ​ຖະ​ແຫລ​ງການ​ທີ່​ເວົ້າຢ່າງ​ເປີດ​ເຜີຍຫົວ​ເທື່ອ​ທໍາ​ອິດ​ຂອງ​ຕົນ​ນັ້ນ ຫົວໜ້າອົງການ
ສືບ​ລັບ ​ໄດ້​ປະນາມກຸ່ມ​ຕໍ່ຕ້ານການ​ຮັກສາ​ຄວາມ​ລັບ Wikileaks ​ໂດຍ​ໄດ້​ໃຫ້​ສັນຍາ​
ນາມ​ແກ່​ກຸ່ມ​ດັ່ງກ່າວ​ວ່າ ​ເປັນ​ອົງການ​ສື​ບລັບ​ທີ່​ໂຫດຮ້າຍທີ່​ມຸ້ງ​ທໍາລາຍສະຫະລັດ ​ໃຫ້​
ໄດ້​ຫລາຍເທົ່າ​ທີ່ອົງການ​ກໍ່ການ​ຮ້າຍ​ໃດນຶ່ງຈະເຮັດໄດ້.

​ທ່ານ Mike Pompeo ຫົວໜ້າ​ອົງການ CIA ​ເວົ້າ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ “ມັນ​ເຖິງ​
ເວລາ​ແລ້ວທີ່​ຈະເອີ້ນ Wikileaks ຕາມ​ຄວາ​ເປັນ​ຈິງ​ທີ່​ມັນ​ເປັນ​ຢູ່ ຊຶ່ງ​ກໍ​ຄື ອົງການ​ບໍລິ
​ກັນ​ດ້ານ ການ​ສືບ​ລັບ​ທີ່ບໍ່ມີ​ປະ​ເທດ ​ແລະ​ໂຫດຮ້າຍ ຊຶ່ງ​ມັກໄດ້​ຮັບ​ການໜຸນຫລັງໂດຍ​
ປະ​ເທດ​ຕ່າງໆເຊັ່ນ ຣັດ​ເຊຍ”.

ທ່າ​ນກ່າວ​ເພີ້ມອີກ​ວ່າ “ອົງການ​ດັ່ງກ່າວ ​ໄດ້ເພັ່ງ​ເລັງ​ໃສ່​ສະຫະລັດ​ຢ່າງເຫລືອ​ລົ້ນ ​ໃນ
​ຂະນະ​ທີ່​ຊອກ​ຫາ​ການສະໜັບສະໜຸນຈາກ​ປະ​ເທດ​ ​ແລະ​ອົງການທີ່​ຕໍ່ຕ້ານປະຊາທິ
ປະ​ໄຕ.”​ ທ່ານ​ໄດ້​ເອີ້ນການ​ຊົມ​ເຊີຍ​ອົງການ Wikileaks ຢູ່​ໃນ​ວົງ​ການ​ບາງ​ອັນ ວ່າ​
ເປັນ “ການ​ເຮັດ​ໃຫ້​ສັບສົນ ​ແລະ​ມີ​ບັນຫາ.”

CIA Director Defends Secrecy of Intelligence Work
please wait

No media source currently available

0:00 0:01:56 0:00

ທ່ານ Pompeo ເຖິງ​ຂັ້ນ​ໂຈມ​ຕີ Julian Assange ຜູ້​ສ້າງຕັ້ງ​ເວັບ​ໄຊ Wikileaks
ວ່າ ​ເປັນ “ທີ່​ຮັກ” ຂອງ​ກຸ່ມ​ກໍ່ການ​ຮ້າຍຕ່າງໆ ​ໂດຍ​ໄດ້​ເວົ້າວ່າ ສະມາຊິກ​ຂອງ​ເຄືອ​
ຂ່າຍ al-Qaida ຢູ່​ໃນ​ແຫລມ​ອາຣັບ ຫລື AQAP​ ເມື່ອ​ບໍ່ນານ​ມານີ້ ​ໄດ້​ຂອບ​ໃຈຢູ່​
ໃນ​ສັງຄົມ​ອອນ​ລາຍຕໍ່ທ້າວ Assange ທີ່​ໄດ້ “ສະ​ໜອງພາຫະນະ​ໃຫ້​ຕໍ່ສູ້​ກັບ​ອາ​ເມ
ຣິກາ​ໃນແບບທີ່ວ່າ AQAP ບໍ່​ເຄີ​ຍ​ໄດ້ຄິດ​ໄດ້​ຝັນມາ​ກ່ອນ.”

ການ​ກ່າວ​ຄໍາ​ເຫັນ​ຂອງທ່ານ Pompeo ຕໍ່ຜູ້​ຟັງ​ໃນ​ສູນ​ສຶກສາ​ດ້ານ​ຍຸດ​ທະ​ສາດ ​ແລະ
​ສາກົນ ຢູ່​ນະຄອນ​ວໍ​ຊິງ​ຕັນ ດັ່ງກ່າວ​ນີ້ ​ແມ່ນ​ສອດຄ່ອງ​ກັບ​ຄໍາ​ເຫັນ​ຈາກ​ປະຊາ​ຄົມ​ສືບ
​ລັບ​ຂອງ​ສະຫະລັດ ທີ່​ເຄີຍ​ໄດ້​ເວົ້າມາ​ໃນ​ເມື່ອກ່ອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG